ຜົ້ງສາລີ ປະເຊີນຊີ້ນໝູຂາດຕະຫຼາດ ຕ້ອງໄດ້ນໍາເຂົ້າຈາກຕ່າງແຂວງ

89

ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ການສະໜອງຊີ້ນຢູ່ຕະຫລາດ ແຫ່ງຕ່າງໆພາຍໃນແຂວງຜົ້ງສາລີ ແມ່ນຍັງບໍ່ທັນພຽງພໍ ກັບຄວາມຕ້ອງການຂອງສັງຄົມ ກໍ່ຄື ຜູ້ບໍລິໂພກ ເນື່ອງຈາກວ່າ ໃນປີຜ່ານມາແຂວງຜົ້ງສາລີ ເກີດມີການລະບາດພະຍາດອະຫິວາໝູອາຟຣິກາ ທີ່ເຮັດໃຫ້ໝູຕາຍເປັນຈຳນວນຫລວງຫລາຍ, ຂະນະດຽວກັນ ສັດໃຫຍ່ປະເພດງົວ, ຄວາຍ ກໍມີລາຄາຖີບຕົວສູງຂຶ້ນເຖິງ 30-40%. ສະນັ້ນ, ຜູ້ປະກອບການຫົວໜ່ວຍທຸລະກິດຊື້ສັດ-ຂາຍຊີ້ນ ບໍສາມາດໄປຊື້ສັດມາຂ້າ ເພື່ອສະໜອງໃຫ້ຕະຫລາດພຽງພໍກັບຄວາມຕ້ອງການຂອງສັງຄົມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ບຸນລົມ ຫົງຄຳ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຜົ້ງສາລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຕໍ່ກັບບັນຫາດັ່ງກ່າວ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃນນາມຜູ້ຮັບຜິດຊອບຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ຄຸ້ມຄອງລາຄາ-ຄ່າບໍລິການສິນຄ້າ ໄດ້ສົບທົບກັບພາກສ່ວນກ່ຽວຂ້ອງ ລົງເກັບກຳຂໍ້ມູນ ມາສ້າງແຜນການຜະລິດ, ການດຸ່ນດ່ຽງ, ການນຳເຂົ້າສັດ ເພື່ອສະໜອງຊີ້ນໃຫ້ພຽງພໍກັບຄວາມຕ້ອງການ

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້ຍັງໄດ້ແຈ້ງການໃຫ້ ຂະແໜງການກ່ຽວຂ້ອງ ອຳນວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ, ຜູ້ປະກອບການຖືທະບຽນວິສາຫະກິດສ່ວນບຸກຄົນ ທີ່ໄດ້ຮັບອະນະຍາດຈາກຂະແໜງການທີ່ກ່ຽວຂ້ອງ ໃນການລົງເຄື່ອນໄຫວເກັບຊື້ສັດໃຫຍ່ປະເພດໝູ, ງົວ, ຄວາຍ ມາສະໜອງພາຍໃນແຂວງ ແລະ ອອກແຈ້ງການໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງຊຸກຍູ້ຫົວໜ່ວຍທຸລະກິດຊື້ສັດ-ຂາຍຊີ້ນ ເພີ່ມຈຳນວນຊີ້ນສັດສະໜອງໃນຕະຫລາດພາຍໃນແຂວງຫລາຍຂຶ້ນກວ່າເກົ່າ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຮອງຫົວໜ້າພະແນກ ອຄ  ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ໄດ້ອະນຸຍາດໃຫ້ຫົວໜ່ວຍທຸລະກິດ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ນຳເຂົ້າສັດລ້ຽງປະເພດໝູ ຈາກຕ່າງແຂວງມາສະໜອງໃຫ້ສັງຄົມພຽງພໍກັບຄວາມຕ້ອງການ ແຕ່ໝູທີ່ຈະນຳເຂົ້າມານັ້ນຕ້ອງໃຫ້ຮັບປະກັບຄຸນນະພາບ, ປາສະຈາກພະຍາດ ໂດຍໄດ້ຢັ້ງຢືນຈາກໜ່ວຍງານສັດຕະວະແພດ, ແຕ່ງຕັ້ງວິຊາການຕິດຕາມໂຮງຂ້າສັດ ແລະ ຕະຫລາດຈຳໜ່າຍ ເພື່ອໃຫ້ມີຊີ້ນວາງຂາຍຢູ່ຕະຫລາດເປັນປະຈຳ.

ມາຮອດປັດຈຸບັນ ໄດ້ນຳເຂົ້າມາສະໜອງແລ້ວບາງເມືອງ, ພ້ອມທັງປະສານກັບບັນດາແຂວງອ້ອມຂ້າງ ແລະ ປະເທດໃກ້ຄຽງສະໜອງຊີ້ນໃຫ້ແຂວງຜົ້ງສາລີ.

ຂໍ້ມູນຈາກ: ປະເທດລາວ; ໂດຍ: ສົມຄິດ ແກ້ວນວນລາ