ທລຍ ໃຫ້ທຶນແກ້ໄຂພື້ນຖານໂຄງລ່າງຢູ່ເມືອງສະໝ້ວຍ ມູນຄ່າ 2 ຕື້ກວ່າກີບ

88

ໃນປີ 2019 ກອງທຶນຫຼຸດຜ່ອນຄວາມທຸກຍາກ ຫຼື ທລຍ ໄດ້ສືບຕໍ່ສະໜັບສະໜູນທຶນຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກຂອງເມືອງພູດອຍ ແຂວງສາລະວັນ ໃນຈຳນວນ 8 ໂຄງການ ມູນຄ່າ 2 ຕື້ກວ່າກີບ.

ທ່ານ ສິດທິເດດ ທໍາມະລາດ ຫົວໜ້າທີມກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງສະໝ້ວຍ ໄດ້ລາຍງານຢູ່ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດໂຄງການ ທລຍ ເມືອງສະໝ້ວຍ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ ວ່າ: ການຈັດຕັ້ງປະຕິບັດວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກຢູ່ເມືອງສະໝ້ວຍ ໃນປີ 2019 ຜ່ານມານີ້ແມ່ນມີຜົນສໍາເລັດຕາມລະດັບຄາດໝາຍ.

ເຊິ່ງນອນຢູ່ໃນຮອບວຽນທີ 16 ມີທັງໝົດ 10 ໂຄງການ ມູນຄ່າ 2 ຕື້ກວ່າກີບ ແລະ ໄດ້ດຳເນີນໂຄງການ 2 ຮູບແບບ ຄື: ຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດ 2 ໂຄງການ ແລະ ຮູບແບບຜູ້ຮັບເໝົາຈັດຕັ້ງປະຕິບັດ 8 ໂຄງການ ແລະ ປະຕິບັດສຳເລັດ 100%, ຫຼາຍກວ່າໝູ່ແມ່ນຂົງເຂດສຶກສາ ເຊັ່ນ: ກໍ່ສ້າງໂຮງຮຽນປະຖົມບ້ານລະຕົວະ, ບ້ານຕັນຢູ, ສ້ອມແປງໂຮງຮຽນ ບ້ານພິນເຊ, ໂຄງການກໍ່ສ້າງລະບົບນ້ຳລິນ ບ້ານອາຊິງໃຕ້, ກໍ່ສ້າງນ້ຳບາດານ ບ້ານອາຈືງໃຫຍ່, ສ້າງອ່າງເກັບນ້ຳ ບ້ານພິນເຊ, ສ້ອມແປງເສັ້ນທາງ ບ້ານປີໄຮ່, ໂຄງການຂະຫຍາຍຕາຂ່າຍໄຟຟ້າບ້ານເທສະບານ ແລະ ໂຄງການກໍ່ສ້າງຊົນລະປະທານ ບ້ານລະຮາງ ແລະ ບ້ານກະເລງ.

ໂດຍລວມປະຊາຊົນໃນແຕ່ລະບ້ານທີ່ໄດ້ຮັບໂຄງການ ແມ່ນມີຄວາມຕື່ນຕົວ, ຄວາມເປັນເຈົ້າການ ແລະ ປະກອບສ່ວນຢ່າງແຂງແຮງ, ທາງດ້ານແຮງງານ, ວັດສະດຸ, ການປະສານງານ ແລະ ອື່ນໆ ພ້ອມທັງໄດ້ມີລະບຽບໃນການນຳໃຊ້ ແລະ ການປົກປັກຮັກສາໂຄງການຂອງຕົນອີກດ້ວຍ.
ເມືອງສະໝ້ວຍ ແຂວງສາລະວັນ ເປັນເມືອງໜຶ່ງທີ່ໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອຈາກ ທລຍ ເຊິ່ງໃນໄລຍະ 15 ປີ ນັບແຕ່ 2005 – 2019 ສາມາດປະຕິບັດໄດ້ 155 ໂຄງການ ມີມູນຄ່າເກືອບ 79 ຕື້ກີບ.

ພາບປະກອບຂ່າວເທົ່ານັ້ນ

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )