ເຕັກນິກການປູກໜໍ່ໄມ້ຝຣັ່ງ ອີກໜຶ່ງພືດເສດຖະກິດໃຊ້ເວລາພຽງ 1 ເດືອນສາມາດເກັບຂາຍໄດ້

165

ໜໍ່ໄມ້ຝຣັ່ງເປັນພືດເສດຖະກິດອີກຊະນິດໜຶ່ງທີ່ຄົນລາວເລີ່ມຫັນມາປູກສະໜອງເຂົ້າຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ໂດຍສະເພາະແມ່ນ ອ້າຍຢາວາງ ປະຊາຊົນຊາວເຜົ່າມົ້ງ ທີ່ຍົກຍ້າຍມາຈາກແຂວງຊຽງຂວາງ ມາອາໄສຢູ່ບ້ານນາງ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູ້ປູກໜໍ່ໄມ້ດັ່ງກ່າວໃນບໍລິສັດແຫ່ງໜຶ່ງ ເພື່ອສົ່ງອອກໄປຍັງ ສ.ເກົາຫຼີ ເຊິ່ງກ່ອນໜ້າຈະມີການສົ່ງອອກ ອ້າຍຢາວາງ ບອກວ່າໜໍ່ໄມ້ຝຣັ່ງຖືເປັນພືດລາຄາດີ ນໍາໄປວາງຂາຍໃນຕະຫຼາດໄດ້ລາຄາ 30 ພັນກີບຕໍ່ກິໂລ ແລະ ໄດ້ຮັບສຽງຕອບຮັບຈາກລູກຄ້າເປັນຢ່າງດີ. ເຖິງຢ່າງໃດກໍຕາມ, ການປູກພືດທີ່ໄດ້ລາຄາງາມແບບນີ້ຜູ້ຂຽນກໍບໍ່ພາດທີ່ຈະສອບຖາມເອົາເຕັກນິກການປູກ ຫຼື ຂັ້ນຕອນໃນການດູແລຮັກສາຕ່າງໆມາໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງປູກນໍາກັນ.

ຈາກການໃຫ້ສໍາພາດຂອງ ອ້າຍຢາວາງ ໃຫ້ຮູ້ວ່າ: ດິນທີ່ເໝາະສົມແກ່ການປູກໜໍ່ໄມ້ຝຣັ່ງໄດ້ແກ່ດິນຮ່ວນ ແຕ່ຕ້ອງມີການລະບາຍນໍ້າທີີ່ດີມີ ຄວາມອຸດົມສົມບູນພໍປະມານ ເຊິ່ງປັດໄຈເຫຼົ່ານີ້ຈະຊ່ວຍໃຫ້ໜໍ່ໄມ້ຝຣັ່ງເຕີບໂຕຂຶ້ນໄວ ແລະ ໄດ້ຜົນຜະລິດດີ.

ສ່ວນຂັ້ນຕອນການປູກເລີ່ມຕົ້ນຈາກການກຽມດິນ ດ້ວຍການໄຖປີ້ນຕາກແດດໄວ້ກ່ອນປະມານ 7 ວັນ. ຫຼັງຈາກນັ້ນ, ກໍໄຖແປງເຮັດເປັນຄູຂຶ້ນ ເຊິ່ງໄລຍະຫ່າງລະຫວ່າງຄູປູກໃຫ້ຢູ່ປະມານ 80 ຊັງຕີແມັດ, ສ່ວນໄລຍະຫ່າງການປູກລະຫວ່າງຕົ້ນ ປະມານ 60 ຊັງຕີແມັດ.

ການກ້າເບ້ຍ: ໃຫ້ກ້າໃສ່ແຕະກ້າເບ້ຍທີ່ສາມາດຊື້ໄດ້ຕາມທ້ອງຕະຫຼາດທົ່ວໄປ ແລະ ຕ້ອງກ້າໃສ່ດິນທີ່ນໍາມາປະສົມກັບຝຸ່ນຄອກໃນປະລິມານເຄິ່ງຕໍ່ເຄິ່ງ, ຫຼັງກຽມດິນແລ້ວກໍນໍາແກ່ນພັນມາລົງໃສ່ພ້ອມຫົດນໍ້າເຊົ້າ – ແລງ ໃຊ້ເວລາປະມານ 1 ເດືອນ ກໍຈະສາມາດນໍາລົງໄປປູກໃນຄູທີ່ກຽມໄວ້ໄດ້.

1 ການປູກ: ຫຼັງກ້າເບ້ຍມີອາຍຸຄົບ 1 ເດືອນ ໃຫ້ຂຸດຂຸມເລິກພໍປະມານໃສ່ຄູດັ່ງກ່າວ ແລ້ວນໍາເບ້ຍໜໍ່ໄມ້ຝຣັ່ງມາລົງໃສ່ພ້ອມຖົມດິນ ແລະ ນໍາຂີ້ແກບມາຖົມໄວ້ອີກຊັ້ນ ໂດຍໃຫ້ຮັກສາໄລຍະຫ່າງ 60 ຊັງຕີແມັດ ພ້ອມຂຶງເຊືອກໃສ່ເພື່ອບໍ່ໃຫ້ໃບຂອງມັນຍະອອກ ແລະ ເປັນການກັນໄວ້ເມື່ອມັນໃຫຍ່ຂຶ້ນບໍ່ໃຫ້ມັນເຟືອກັນ ຫຼື ຢູ່ຕິດກັນເກີນໄປ.

2 ການໃຫ້ນໍ້າ ແລະ ດູແລຮັກສາ: ຫຼັງຈາກປູກແລ້ວກໍຫົດນໍ້າເຊົ້າ – ແລງຄືກັບພືດຊະນິດອື່ນ, ໃຊ້ເວລາເຕີບໂຕ ຫຼື ຢືນຕົ້ນໄດ້ຢ່າງແຂງແຮງດ້ວຍໂຕເອງ ປະມານ 2 ອາທິດ, ຕໍ່ມາເມື່ອມັນມີອາຍຸຄົບ 1 ເດືອນກໍນໍາຝຸ່ນຄອກ ໂດຍສະເພາະແມ່ນຂີ້ງົວມາໃສ່ພ້ອມຫົດນໍ້າປົກກະຕິ.

3 ໄລຍະເວລາເກັບກ່ຽວ: ຫຼັງປູກໄດ້ 1 ເດືອນ ໜໍ່ໄມ້ຝຣັ່ງຈະເລີ່ມມີການແຕກໜໍ່ຂຶ້ນມາໃໝ່ເລື້ອຍໆ ເຊິ່ງໃນໄລຍະເວລານີ້ສາມາດເກັບກູ້ໄດ້ຈົນອາຍຸຄົບ 3 ເດືອນກໍຖອນໜໍ່ເກົ່າອອກ ແລະ ຮັກສາໜໍ່ທີ່ປົ່ງຂຶ້ນມາໃໝ່ໄປເລື້ອຍໆເຮັດແບບນີ້ທຸກໆ 3 ເດືອນ ເຊິ່ງພືດຊະນິດນີ້ປູກຄັ້ງໜຶ່ງສາມາດເກັບໄດ້ດົນເຖິງ 10 ປີ ແຕ່ກໍຕ້ອງດູແລຮັກສາໃຫ້ດີ.

[ ໂດຍ: ເອຢິບ; ຮູບ: ສອນໄຊ ]