ໄຟຟ້າແຈ້ງ ທຸກຄົນຕ້ອງປະຢັດພະລັງງານ 4 ເດືອນຕໍ່ໜ້າ ຍ້ອນຜະລິດບໍ່ພຽງພໍ

175

ດັ່ງທີ່ຮູ້ນຳກັນແລ້ວວ່າ ປີ 2019 ສປປ ລາວ ມີຫຼາຍພື້ນທີ່ປະສົບກັບໄພແຫ້ງແລ້ງ ເຮັດໃຫ້ລະດັບນໍ້າຂອງ ກໍ່ຄືບັນດາແມ່ນໍ້າສາຂາບົກແຫ້ງລົງຢ່າງຕໍ່ເນື່ອງ ສົ່ງຜົນກະທົບຫຼາຍດ້ານຕໍ່ການດຳລົງຊີວິຂອງປະຊາຊົນ ລວມເຖິງການຜະລິດພະລັງງານໄຟຟ້າ ບໍ່ສາມາດດຳເນີນໄດ້ຢ່າງເຕັມສ່ວນ ເນື່ອງຈາກປະລິມານນໍ້າທີ່ໄຫຼເຂົ້າອ່າງຜະລິດກະແສໄຟຟ້ານ້ອຍສະເລ່ຍມີພຽງແຕ່ 50% ເມື່ອທຽບກັບແຜນ ເຮັດໃຫ້ຄວາມສາມາດໃນການຜະລິດພະລັງງານໄຟຟ້າ ໃນປີ 2020 ຫຼຸດລົງ. ພ້ອມດຽວກັນນັ້ນ, ການແລກປ່ຽນຊື້-ຂາຍ ໄຟຟ້າເຂົ້າມາຈາກປະເທດໃກ້ຄຽງກໍ່ມີຄວາມສາມາດຈໍາກັດເຊັ່ນດຽວກັນ ທັງຍັງມີລາຄາແພງອີກດ້ວຍ, ເປັນຕົ້ນແມ່ນໃນຊ່ວງເວລາທີ່ມີຄວາມຕ້ອງການໃຊ້ໄຟຟ້າຈໍານວນຫຼາຍ ( Peak Load ).

ສະນັ້ນ, ເພື່ອຮັບປະກັນ ເຮັດໃຫ້ການສະໜອງໄຟຟ້າມີປະສິດທິພາບ ໃນໄລຍະທີ່ບໍ່ສາມາດຜະລິດໄດ້ເຕັມສ່ວນ, ລັດຖະບານ ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງອອກໜັງສືແຈ້ງການ ສະບັບເລກທີ 0156/ພບ ລົງວັນທີ 10 ກຸມພາ 2020 ເຖິງ: ບັນດາສໍານັກງານ, ອົງການ, ບໍລິສັດ, ຫົວໜ່ວຍການຜະລິດ ແລະ ຜູ້ຊົມໃຊ້ໄຟຟ້າທົ່ວໄປໃນສັງຄົມຈົ່ງໃຫ້ຄວາມຮ່ວມມືໃນການປະຢັດພະລັງງານໄຟຟ້າ ໃນຊ່ວງເວລາທີ່ມີຄວາມຕ້ອງການພະລັງງານໄຟຟ້າຈໍານວນຫຼາຍ ( Peak Load ) ຂອງແຕ່ລະວັນ ເລີ່ມແຕ່ເວລາ 13:00 ໂມງ ເຖິງ ເວລາ 23:00 ໂມງ ນັບແຕ່ຕົ້ນເດືອນ ມີນາ (03) ໄປຮອດທ້າຍເດືອນ ມິຖຸນາ (6) ປີ 2020.

ເຊິ່ງໃນແຈ້ງການລະບຸໄວ້ວ່າ: ໃນຊ່ວງເວລາ 13:00 ໂມງ ຫາ 23:00 ໂມງ ຂອງແຕ່ລະວັນໃນຊ່ວງເດືອນ ມີນາ (03) ຫາ ເດືອນມິຖຸນາ (06) ປີ 2020 ແມ່ນມີຄວາມສ່ຽງຫຼາຍທີ່ອາດຈະມີກໍລະນີໄຟຕົກ, ໄຟມອດ ຫຼື ອາດຈະສະໜອງໄຟຟ້າໄດ້ບໍ່ດີເທົ່າທີ່ຄວນ ທີ່ອາດຈະສ້າງຄວາມລໍາຄານ ຫຼື ສ້າງຄວາມເສຍຫາຍແກ່ຜູ້ຊົມໃຊ້ໄຟຟ້າທຸກປະເພດໃນບາງບໍລິເວນ.

ສະນັ້ນ, ເພື່ອເປັນການປ້ອງກັນເຫດການ ຫຼື ເປັນການແກ້ໄຂສະພາບການດັ່ງກ່າວ, ກະຊວງພະລັງງານ ແລະ ບໍ່ແຮ່ ຂໍຄວາມຮ່ວມມືຈາກທຸກພາກສ່ວນຈົ່ງປະຢັດ, ຈໍາກັດ ຫຼື ຫຼຸດຜ່ອນການຊົມໃຊ້ໄຟຟ້າ ໃນຊ່ວງເວລາ 13:00 ໂມງ ຫາ 23:00 ໂມງ ຂອງແຕ່ລະວັນ ໃນເດືອນ ມີນາ (03) ຫາ ເດືອນ ມິຖຸນາ (06) ປີ 2020 ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. ຖ້າຈໍາເປັນ ແລະ ຄວາມສາມາດເຮັດໄດ້ ກະລຸນາເລື່ອນເວລາໃຊ້ໄຟຟ້າຂອງທ່ານອອກຈາກຊ່ວງເວລາທີ່ມີຄວາມຕ້ອງການໃຊ້ໄຟຟ້າຈໍານວນຫຼາຍ (Peak Load) ຄືແຕ່ 13:00 ໂມງ ເຖິງ 23:00 ໂມງ ນັບແຕ່ຕົ້ນ ເດືອນ ມີນາ (03) ໄປຮອດທ້າຍເດືອນ ມິຖຸນາ (96) ປີ 2020 ທີ່ກ່າວມານີ້ໄປເຖິງຊ່ວງເວລາອື່ນໆຂອງແຕ່ລະມື້. ທັງນີ້, ເພື່ອເປັນການປະຢັດ, ເພື່ອຄວາມປອດໄພ ແລະ ເພື່ອແກ້ໄຂສະພາບການດັ່ງກ່າວ.

ດັ່ງນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງໃຫ້ຄວາມຮ່ວມມືປະຕິບັດດັ່ງນີ້: ສໍາລັບໂຮງຈັກໂຮງງານຂະໜາດໃຫຍ່ ໂດຍສະເພາະໂຮງງານທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຂໍໃຫ້ຫຼຸດຜ່ອນການນໍາໃຊ້ໄຟຟ້າໃນຊ່ວງທີ່ມີຄວາມຕ້ອງການໃຊ້ໄຟຟ້າຈໍານວນຫຼາຍ (Peak Load) ລົງຢ່າງໜ້ອຍ 50% ຂອງການນໍາໃຊ້ປົກກະຕິ. ສໍາລັບຫົວໜ່ວຍການຜະລິດ ອຸດສາຫະກໍາ-ຫັດຖະກໍາ, ການບໍລິການ ແລະ ກິດຈະການກໍ່ສ້າງທົ່ວໄປ ໃນຂອບເຂດທົ່ວປະເທດ ຂໍໃຫ້ຊ່ວຍເປັນເຈົ້າການກໍາກັບການນໍາໃຊ້ພະລັງງານໄຟຟ້າໃຫ້ຢູ່ໃນລະດັບທີ່ຈໍາເປັນຕ່ໍາສູດ, ຫຼີກເວັ້ນກິດຈະກໍາ ຫຼື ການນໍາໃຊ້ອຸປະກອນໄຟຟ້າທີ່ກິນໄຟຫຼາຍໃນຊ່ວງທີ່ມີຄວາມຕ້ອງການໃຊ້ໄຟຟ້າຈໍານວນຫຼາຍ.

ສໍາລັບບັນດາໂປມນ້ໍາຮັບໃຊ້ຊົນລະປະທານ ຂໍໃຫ້ຫຼີກເວັ້ນການໂປ້ມນ້ໍາໃນຊ່ວງທີ່ມີຄວາມຕ້ອງການໃຊ້ໄຟຟ້າຈໍານວນຫຼາຍຢ່າງສິ້ນເຊີງ. ຂໍໃຫ້ແລ່ນຈັກໂປມນ້ໍານອກໂມງ Peak Load ທີ່ກ່າວມາ ແລະ ຂໍໃຫ້ປິດໄຟ ແລະ ຖອດປັກສຽບເຄື່ອງໃຊ້ໄຟຟ້າທຸກຊະນິດ ເຊັ່ນ: ໝໍ້ຕົ້ມນ້ໍາ, ໝໍ້ຫຸງເຂົ້າ, ເຕົາລີດ, ໂທລະພາບ, ພັດລົມ ແລະ ອື່ນໆ ທຸກຄັ້ງເມື່ອບໍ່ມີຄວາມຈໍາເປັນນໍາໃຊ້.

ຄວນປັບອຸນຫະພູມແອເຢັນໃນລະດັບ 26-27 ອົງສາ ແລະ ປິດແອ ກ່ອນອອກຈາກຫ້ອງປະມານ 30 ນາທີທຸກຄັ້ງ. ຄວນປັບລະບົບຄວບຄຸມຄວາມເຢັນຂອງຕູ້ເຢັນ ໃຫ້ຢູ່ໃນລະດັບປະຢັດພະລັງງານ ( ບໍ່ໃຫ້ເຢັນເກີນຄວາມຈໍາເປັນ ). ຄວນຕິດຕັ້ງຕູ້ເຢັນໃຫ້ຢູ່ຫ່າງຈາກຝາເຮືອນຢ່າງໜ້ອຍບໍ່ໃຫ້ຫຼຸດ 15 ຊັງຕີແມັດ. ໝັ່ນກວດກາ, ລະລາຍນ້ໍາກ້ອນໃນຕູ້ເຢັນ ແລະ ອະນາໄມຕູ້ເຢັນໃຫ້ສະອາດຢູ່ສະເໝີ ແລະ ເລືອກໃຊ້ອຸປະກອນໄຟຟ້າປະຢັດພະລັງງານ ລວມທັງດອກໄຟຟ້າປະຢັດ.

ພ້ອມນີ້, ໃຫ້ເປີດຜ້າກັ້ງ, ປ່ອງຢ້ຽມ ເພື່ອຮັບເອົາແສງສະຫວ່າງຈາກທໍາມະຊາດ ແທນການເປີດໄຟສະຫວ່າງ. ໃຫ້ເອົາໃຈໃສ່ກວດກາ ສະພາບສາຍໄຟຟ້າ, ສະວິກໄຟ, ປັກສຽບ, ຈຸດເຊື່ອມຕໍ່ ແລະ ອຸປະກອນໄຟຟ້າຕ່າງໆ ໃຫ້ຢູ່ໃນສະພາບດີ, ຖ້າເຫັນວ່າມີອຸປະກອນໃດມີຄວາມຜິດປົກກະຕິ ໃຫ້ຮີບຮ້ອນຕິດຕໍ່ຊ່າງໄຟຟ້າມືອາຊີບມາສ້ອມແປງ, ຫ້າມເດັດຂາດບໍ່ໃຫ້ຜູ້ທີ່ບໍ່ມີວິຊາສະເພາະ ຫຼື ບໍ່ມີຄວາມຮູ້ດ້ານໄຟຟ້າດໍາເນີນການສ້ອມແປງເອງ ເພື່ອຫຼີກເວັ້ນອຸປະຕິເຫດ, ຄວາມເສຍຫາຍຕໍ່ຊີວິດ, ຊັບສິນຂອງຜູ້ຊົມໃຊ້ເອງ ແລະ ລະບົບໄຟຟ້າໃນວົງກວ້າງ.

ເຊິ່ງມາດຕະການກ່າວມາຂ້າງເທິງນີ້ ເປັນມາດຕະການທີ່ຄວນກະທໍາຕະຫຼອດປີ ແລະ ເລື້ອຍໆໄປ ເພື່ອຄວາມປອດໄພ ພ້ອມທັງເປັນການປະຢັດຕໍ່ທ່ານເອງ ແລະ ສັງຄົມ, ແຕ່ສຳລັບປີນີ້ ແມ່ນມີຄວາມຈໍາເປັນທີ່ຂາດບໍ່ໄດ້ ເພື່ອໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສໜອງໄຟຟ້າໄດ້ຢ່າງປົກກະຕິ.

ໂດຍກ່ອນໜ້ານີ້ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກໍ່ໄດ້ຄາດຄະເນປະລິມານນໍ້າຝົນປະຈໍາເດືອນ ກຸມພາ-ມີນາ-ເມສາ ປະຈໍາເດືອນ ມັງກອນ 2020 ແລະ ຄາດຄະເນສະພາບອາກາດປະຈໍາເດືອນ ກຸມພາ-ມີນາ-ເມສາ 2020 ເລກທີ 0183/ກອຕທ ລົງວັນທີ 10 ກຸມພາ 2020 ໃຫ້ຮູ້ວ່າ: ໃນໄລຍະ 2 ເດືອນຕໍ່ໜ້າສະພາບຝົນຍັງຈະຕົກໜ້ອຍ, ເຊິ່ງຈະເຮັດໃຫ້ລະດັບນໍ້າ ແລະ ສາຂາສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ຈະເກີດມີໄພແຫ້ງແລ້ງຢູ່ບາງທ້ອງຖິ່ນເຂດພາກເໜືອ ແລະ ພາກກາງເຊັ່ນດຽວກັນ.