ເມືອງຫົງສາ ມອບ – ຮັບແຜນລາຍຮັບ – ລາຍຈ່າຍງົບປະມານປະຈຳປີໃຫ້ຂະແໜງການຕ່າງໆ

169
????????????????????????????????????

ວັນທີ 11 ເດືອນກຸມພານີ້ ຫ້ອງການການເງິນເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນມອບ – ຮັບແຜນລາຍຮັບ – ລາຍຈ່າຍງົບປະມານ ປະຈຳປີ 2020 ໃຫ້ຂະແໜງການຕ່າງໆອ້ອມຂ້າງເມືອງ ແລະ ບ້ານພາຍໃນເມືອງຂຶ້ນ ໂດຍມີ ທ່ານ ຈັນເພັງ ອູ່ທອງຄໍາ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງຫົງສາ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂອງເມືອງ; ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ – ກົມກອງ ແລະ ນາຍບ້ານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຈັນເພັງ ອູ່ທອງຄໍາ ກໍໄດ້ຜ່ານຄຳສັ່ງຂອງຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 5071 ລົງວັນທີ 24 ທັນວາ 2019 ວ່າດ້ວຍມາດຕະການຄຸ້ມຄອງ ການຈ່າຍລ່ວງໜ້າ ແລະ ການເກັບກູ້ຄືນ, ຄຳແນະນຳຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 21 ລົງວັນທີ 07 ກຸມພາ 2020 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020, ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 4489 ລົງວັນທີ 07 ພະຈິກ 2019 ວ່າດ້ວຍການເງິນບ້ານ ແລະ ຜ່ານແຈ້ງການ – ການຈັດຕັ້ງປະຕິບັດອາກອນມູນຄ່າເພີ່ມຕາມລະບຽບກົດໝາຍຂອງກະຊວງການເງິນ ເລກທີ 4735 ລົງວັນທີ 26 ພະຈິກ 2019.

ທ່ານຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຄຸ້ມຄອງຫົວໜ່ວຍທຸລະກິດສອດຄ່ອງຕາມການເຄື່ອນໄຫວຕົວຈິງ, ແນໃສ່ຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບ, ຄວາມໂປ່ງໃສ, ສິດ ແລະ ພັນທະໃນການປະຕິບັດລະບອບການເສຍອາກອນ, ການຖືບັນຊີ ແລະ ຮັບປະກັນການເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນຕາມລະບຽບກົດໝາຍ ແລະ ມີປະສິດທິຜົນສູງໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະຢູ່ເມືອງຫົງສາ.

( ຂ່າວ – ຮູບ: ກິດຕິສັກ ບົວໄລ )