ເຊກອງເຊີນຮ່ວມປະມູນ ສ້າງໂຮງໝໍຫຼັງໃໝ່ເມືອງດາກຈຶງ

273

ພະແນກສາທາລະນະສຸກແຂວງ ເຊກອງ ອອກໜັງສືແຈ້ງເຊີນເຂົ້າຮ່ວມແຂ່ງຂັນປະມູນ ການສ້າງໂຮງໝໍເມືອງດາກຈຶງຫຼັງໃໝ່ ສະບັບເລກທີ 33/ພສກ ລົງວັນທີ 12 ກຸມພາ 2020. ເຊິ່ງໄດ້ຮັບງົບປະມານການລົງທຶນຂອງລັດຈາກກະຊວງສາທາລະນະສຸກ ( ບ່ວງນໍ້າເທີນ 2) ໃນປີ 2020 ເພື່ອກໍ່ສ້າງພື້ນຖານໂຄງລ່າງ (ໂຄງການ ກໍ່ສ້າງໂຮງໝໍເມືອງດາກຈຶງຫຼັງໃໝ່ ແຂວງເຊກອງ ).

ສະນັ້ນ. ພະແນກສາທາລະນະສຸກແຂວງຈຶ່ງອອກແຈ້ງເຊີນບັນດາບໍລິສັດ ທີ່ມີທະບຽນວິສາຫະກິດ ທີ່ຖືກຕ້ອງຕາມກົດໝາຍ ເພື່ອເຂົ້າຮ່ວມການປະມູນໂຄງການດັ່ງກ່າວໃນປີ 2020 ນີ້ເຊິ່ງມີລາຍລະອຽດດັ່ງລຸ່ມນີ້: ໂຄງການດັ່ງກ່າວ ມີຕຶກກວດເຂດນອກ, ຕຶກບໍລິຫານ ແລະ ແມ່ແລະເດັກລວມທັງໄຟຟ້າ ນ້ໍາປະປາ ແລະ ເຄື່ອງເຟີນີເຈີ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ການປະມູນຈະດຳເນີນຕາມຮູບແບບ ແລະ ຂັ້ນຕອນ ການປະມູນເປີດກວ້າງ (ພາຍໃນ) ທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍການປະມູນຈັດຊື້ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບທີ 03/ນຍ ລົງວັນທີ 9 ມັງກອນ 2004 ລະບຽບການຈັດຕັ້ງປະຕິບັດດຳລັດ ສະບັບດັ່ງກ່າວ. ການປະມູນນີ້ ແມ່ນອະນຸຍາດໃຫ້ທຸກໆບໍລິສັດ ທີ່ມີຄວາມເໝາະສົມ, ມີໃບອະນຸຍາດດຳເນີນທຸລະກິດກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ.

ບໍລິສັດໃດສົນໃຈ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ໃນໂມງລັດຖະການ ຫ້ອງການແຜນຫານ ແລະ ພະແນກສາທາລະນະສຸກແຂວງ. ເຊິ່ງເອກະສານການປະມູນສາມາດຊື້ໄດ້ທີ່ພະແນກສາທາລະນະສຸກແຂວງເຊກອງ (ຂະແໜງແຜນການ) ໃນລາຄາ 1 ລ້ານກີບຕໍ່ຊຸດ.

ສຳລັບເອກະສານການປະມູນຕ້ອງສົ່ງເຖິງ ພະແນກສາທາລະນະສຸກແຂວງ (ຂະແໜງແຜນການ) ກ່ອນເວລາ 2:00 ໂມງ ຂອງວັນທີ 12/3/2020 ພະແນກສາທາລະນະສຸກແຂວງເຊກອງ ເຊິ່ງຊອງປະມູນຈະໄດ້ເປີດໃນເວລາ 2:00 ໂມງ ຂອງວັນດຽວກັນນັ້ນ ໂດຍຊ້ອງໜ້າຄະນະກຳມະການການປະມູນ ແລະ ຕົວແທນຂອງຜູ້ເຂົ້າຮ່ວມການປະມູນ. ຊອງປະມູນໃດທີ່ສົ່ງຊ້າກວ່າເວລາກຳນົດໄວ້ ຈະບໍ່ຮັບຮອງ ແລະ ສົ່ງຄືນໂດຍບໍ່ມີການເປີດຊອງ.
ເຊິ່ງເອກະສານການປະມູນ ຕ້ອງປະກອບມີໜັງສືຄໍ້າປະກັນການປະມູນມາພ້ອມໃນມູນຄ່າ (ບໍ່ໃຫ້ຫຼຸດ 2% ຂອງລາຄາປະມູນ) ໜັງສືຄໍ້າປະກັນການປະມູນ ຕ້ອງແມ່ນໜັງສືຄໍ້າປະກັນຂອງທະນາຄານ ທີ່ຖືກຕ້ອງກັບແບບຟອມ ທີ່ໄດ້ກຳນົດໄວ້ຢູ່ໃນເອກະສານການປະມູນ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ