ໄກ່ຕາຍຮ່າ ຫຼື ຕາຍພາກ ຢູ່ນະຄອນຫຼວງວຽງຈັນ - Laoedaily

ໄກ່ຕາຍຮ່າ ຫຼື ຕາຍພາກ ຢູ່ນະຄອນຫຼວງວຽງຈັນ

ໄກ່ລາດ ຫຼື ໄກ່ພື້ນເມືອງຂອງລາວ ແມ່ນນິຍົມກັນລ້ຽງມາແຕ່ດຶກດຳບັນຈົນຮອດປັດຈຸບັນ. ໄກ່ລາດ ຫຼື ໄກ່ພື້ນເມືອງຂອງລາວນີ້ມີຈຸດພິເສດ ຄື: ລ້ຽງງ່າຍ, ໃຫຍ່ໄວ ຄຳບູຮານເວົ້າວ່າ: “ ໄກ່ 3 ເດືອນພໍຂ້າ ມ້າ 3 ເດືອນພໍຂີ່ ”, ຈຸດພິເສດຂອງໄກ່ລາດອີກແບບໜຶ່ງແມ່ນເປັນໄກ່ທີ່ແຊບຊ້ອຍກວ່າໄກ່ອື່ນໆ ໃນເວລາເຮັດຕົ້ມຊວ້າ, ປີ້ງ, ແກງ, ກ້ອຍ ແລະ ອື່ນໆ. ສະນັ້ນ, ທຸກຄອບຄົວຄົນລາວບໍ່ແມ່ນແຕ່ໃນເມືອງກໍຄືຊົນນະບົດ ເພິ່ນຈະລ້ຽງໄກ່ລາດຖ້າມີເງື່ອນໄຂສະດວກ, ອີກປະການໜຶ່ງໄກ່ລາດລາຄາກໍແພງກວ່າໄກ່ຊະນິດອື່ນເກືອບທົບເທົ່າ ແຕ່ໄກ່ລາດທີ່ວ່ານີ້ມັກຕາຍຮ່າ       ( ຕາຍພາກ ) ໂດຍສະເພາະແມ່ນຍາມທ້າຍເດືອນມັງກອນ ຕໍ່ໃສ່ ເດືອນກຸມພາ.

ປີນີ້ເປັນປີ 2020 ອາກາດໜາວເຢັນສົດຊື່ນສຳລັບຄົນລາວ, ແຕ່ພໍເລີ່ມຮອດວັນທີ 19 ມັງກອນ ປີ 2020 ຈົນເຖິງປັດຈຸບັນຢູ່ນະຄອນຫຼວງວຽງຈັນ ເກີດມີພະຍາດໄກ່ຕາຍຮ່າຢ່າງຮ້າຍແຮງຈົນຄອກໃດກໍເຫຼືອຕາຍພຽງແຕ່ 1 – 2 ໂຕທໍ່ນັ້ນ, ມີບາງຄົນເວົ້າວ່າຖ້າໄກ່ລາດໂຕໃດຫາກລອດຕາຍໄປໄດ້ມັນຈະແຂງແຮງໂດຍບໍ່ເປັນໄກ່ຕາຍຮ່າອີກ. ພະຍາດໄກ່ຕາຍຮ່າ ຫຼື ພະຍາດຕິດຕໍ່ປະເພດນີ້ເກີດຂຶ້ນເກືອບທຸກປີແຕ່ບໍ່ຮ້າຍແຮງປານໃດ, ປີນີ້ມີຄວາມຮ້າຍແຮງທີ່ສຸດເພາະຄອກໃດກໍຕາຍກ້ຽງ ໂດຍບໍ່ມີວັກແຊັງ ແລະ ຄຳແນະນຳໃດໆເພື່ອສະກັດກັ້ນ.

ພະຍາດໄກ່ຕາຍຮ່າດັ່ງກ່າວມີມາແຕ່ດົນນານຈົນຊາວບ້ານຖືວ່າເປັນເລື່ອງປົກກະຕິ ເພາະພະຍາດນີ້ບໍ່ຕິດແປດໃສ່ຄົນ ແລະ ສັດອື່ນ ນອກຈາກຈະເປັນໄກ່ລາດດ້ວຍກັນ, ພະຍາດໄກ່ຕາຍຮ່ານີ້ຈະຕ່າງກັບພະຍາດໄຂ້ຫວັດສັດປີກ ເພາະພະຍາດໄຂ້ຫວັດສັດປີກອາດຈະຕິດແປດໃສ່ສັດຊະນິດອື່ນຕະຫຼອດຮອດຄົນໄດ້.

ປີກ່ອນໆນີ້ກໍມີການຮືຮາກັນເລື່ອງພະຍາດໄຂ້ຫວັດສັດປີກລະບາດທັງຕິດຕໍ່ໃສ່ຄົນ ແລະ ສັດອື່ນ, ແຕ່ມັນສາມາດແກ້ໄຂໄດ້ດ້ວຍວັກແຊັງ ມັນຈຶ່ງຕ່າງກັບພະຍາດໄກ່ຕາຍຮ່າເພາະບໍ່ມີວັກແຊັງ, ພະຍາດໄກ່ຕາຍຮ່າກໍບໍ່ຕ່າງຫຍັງກັບພະຍາດຄວາຍຕາຍຮ່າ ເຊິ່ງກໍມັກຈະເກີດຂຶ້ນໃນຍາມທ້າຍເດືອນ 1 ຕໍ່ໃສ່ເດືອນ 2 ໃນເວລາດຽວກັບພະຍາດໄກ່ຕາຍຮ່າ, ພະຍາດຄວາຍຕາຍຮ່າມັນຈະລະບາດໃສ່ແຕ່ສະເພາະຄວາຍເທົ່ານັ້ນ ເຊິ່ງບໍ່ສາມາດຕິດໃສ່ສັດອື່ນໄດ້ກໍບໍ່ຕ່າງຫຍັງກັບພະຍາດໄກ່ຕາຍຮ່າ.

ພະຍາດໄກ່ຕາຍຮ່າປີນີ້ມາແຮງໃນນະຄອນຫຼວງວຽງຈັນ ແຕ່ບໍ່ສາມາດນັບຈຳນວນໄກ່ທີ່ຕາຍຮ່າໄດ້ ເນື່ອງຈາກການລ້ຽງໄກ່ລາດເປັນພຽງສ້າງເສດຖະກິດຄອບຄົວຂອງຄົນລາວ ເພື່ອເປັນເສດຖະກິດພໍພຽງເທົ່ານັ້ນ ເຊິ່ງມັນກໍຂຶ້ນກັບເງື່ອນໄຂຜູ້ລ້ຽງວ່າຈະໜ້ອຍ ຫຼື ຫຼາຍປານໃດ ຈຶ່ງບໍ່ມີໃຜເກັບກຳສະຖິຕິໄດ້ວ່າຈຳນວນໄກ່ລາດທັງໝົດທໍ່ໃດ ແລະ ຕາຍໄປແລ້ວມີຈຳນວນທໍ່ໃດ.

ການລ້ຽງໄກ່ລາດບໍ່ແມ່ນອຸດສາຫະກຳການລ້ຽງໄກ່ຄືກັບໄກ່ພັນເນື້ອ ຫຼື ໄກ່ພັນໄຂ່, ການລ້ຽງໄກ່ພັນເພິ່ນຈະລ້ຽງເປັນຟາມ. ຈາກນັ້ນ, ຈຶ່ງພາໄປສູ່ຄວາມງ່າຍດາຍສຳລັບເກັບກຳສະຖິຕິວ່າມັນມີຈັກຟາມ ຫຼື ມີໄກ່ຈັກໂຕ, ການລ້ຽງໄກ່ລາດແມ່ນລ້ຽງຕາມມີຕາມເກີດ ເຊິ່ງບາງຄົນກໍລ້ຽງຂັງຄອກ, ບາງຄົນກໍລ້ຽງປ່ອຍຕາມທຳມະຊາດຂອງໄກ່ລາດ ( ໄກ່ບ້ານ ) ໂດຍສະເພາະແມ່ນເຂດຊົນນະບົດ.

ເພື່ອແກ້ໄຂພະຍາດໄກ່ຕາຍຮ່າທີ່ວ່ານີ້ ຊາວບ້ານກໍເຮັດໄປຕາມຄວາມຄິດ ຄື: ບາງຄົນຕຳເອົານ້ຳຫົວສີໃຄໄປໃຫ້ໄກ່ກິນ, ບາງຄົນກໍເອົາໃບກະເດົາຕຳແຊ່ນ້ຳໄປໃຫ້ກິນ, ບາງຄົນກໍເອົາເຂົ້າສານມ່າໃສ່ເຫຼົ້າແລ້ວໄປຫວ່ານໃຫ້ໄກ່ກິນ, ແຕ່ການກະທຳແບບພື້ນບ້ານທີ່ວ່ານັ້ນຜົນປາກົດກໍຍັງບໍ່ເຄີຍຊັດເຈນ ເພາະບໍ່ເຫັນໃຜຮັບປະກັນ ແລະ ເຜີຍແຜ່ກັນຢ່າງທົ່ວເຖິງ.

ຖ້າຫາກຮັບຮູ້ວ່າໄກ່ລາດມີລົດຊາດແຊບຊ້ອຍກວ່າໄກ່ອື່ນໆທັງການລ້ຽງດູກໍງ່າຍ ກໍຄວນຈະມີການຄົ້ນຄວ້າວັກແຊັງທີ່ຮັບປະກັນບໍ່ໃຫ້ໄກ່ລາດຕາຍຮ່າດັ່ງທີ່ກ່າວມານັ້ນ, ແລ້ວມັນກໍຈະເຮັດໃຫ້ຜູ້ລ້ຽງໄກ່ລາດມີຄວາມກະຕືລືລົ້ນ ແລ້ວກໍຈະພາໄປສູ່ອຸດສາຫະກຳການລ້ຽງໄກ່ລາດເປັນແດ່ ແລະ ຈະຂາຍອອກໄປຕ່າງປະເທດ ຫຼື ຢູ່ພາຍໃນກໍຄົງຈະບໍ່ອັ້ນ, ເມື່ອໄກ່ລາດມັກຕາຍຮ່າຫຼາຍບ້ານໃນນະຄອນຫຼວງ ເຂົາເຈົ້າກໍລ້ຽງຕາມມີຕາມເກີດ ຫຼື ລ້ຽງພໍໄດ້ເປັນຮີດ ເຊັ່ນ: ເອົາໄປເຮັດໄກ່ຂວັນ, ລ້ຽງໄວ້ສຳລັບເປັນອາຫານໃນຍາມມີພິທີທາງຮີດຄອງ ເຊັ່ນ: ຍາມບຸນທາດຫຼວງວຽງຈັນ ໃນມື້ຕັກບາດໃຫ້ສັງຄະທານແລ້ວຊາວລາວກໍຫາຊອກທ່ຽວ ແລະ ນັ່ງກິນຕົ້ມໄກ່ຕາມເດີ່ນທາດຫຼວງ ( ຕົ້ມໄກ່ລາດ ).

ສະນັ້ນ, ການລ້ຽງໄກ່ລາດທີ່ວ່ານີ້ຖ້າຈະລ້ຽງຫຼາຍຈົນເຮັດເປັນຟາມ ຊາວບ້ານກໍບໍ່ກ້າເພາະຢ້ານໄກ່ຕາຍຮ່າໝົດແລ້ວຫຼຸບທຶນ, ຄົນລາວຢູ່ນະຄອນຫຼວງ ໂດຍສະເພາະຜູ້ລ້ຽງອ່າວຫຼາຍແນ່ເພິ່ນກໍຟ້າວຂາຍອອກໄວ ໂດຍບໍ່ໃຫ້ຮອດຍາມເດືອນ 1 ຕໍ່ໃສ່ ເດືອນ 2 ເພາະໄກ່ຈະຕາຍໝົດ.

ມີຫຼາຍຄົນຢັ້ງຢືນວ່າໄກ່ລາດລາວ ( ໄກ່ພື້ນເມືອງ ) ມີລົດຊາດແຊບຊ້ອຍ. ສະນັ້ນ, ຕາມເສັ້ນທາງແຕ່ນະຄອນຫຼວງວຽງຈັນ ລົງໄປເຂດໃຕ້ຕາມທາງເລກທີ 13 ກໍມີຫຼາຍຈຸດທີ່ຂາຍປີ້ງໄກ່ເຂົ້າຫຼາມ, ແຕ່ເດັ່ນທີ່ສຸດແມ່ນປີ້ງໄກ່ຢູ່ເຊໂນ ແລະ ປີ້ງໄກ່ນາປົ່ງ, ຢູ່ໃນນະຄອນຫຼວງວຽງຈັນ ກໍມີຮ້ານອາຫານທີ່ໃສ່ຊື່ວ່າຮ້ານປີ້ງໄກ່ນາປົ່ງ ດຽວນີ້ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີຮ້ານຂາຍເຂົ້າປຸ້ນນ້ຳຂີງ ແລະ ມີການຂາຍປີ້ງໄກ່ລາດທາປາແດກໄປນຳ ທັງມີຄ່ານິຍົມຢ່າງລົ້ນຫຼາມ.

ໄກ່ລາດຈະມີຄ່ານິຍົມໃນການລ້ຽງຫຼາຍຂຶ້ນ ຖ້າຫາກມີວັກແຊັງທີ່ຮັບປະກັນບວກກັບໄກ່ລາດທີ່ລ້ຽງງ່າຍ, ຈາກການລ້ຽງແບບປະຖົມປະຖານກໍຈະກາຍເປັນອຸດສາຫະກຳລ້ຽງໄກ່ລາດແນ່ນອນ ຖ້າຫາກໄກ່ລາດບໍ່ຕາຍຮ່າ.

( ກະວິນເນ )

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ