ວິທີສອນລູກໃຫ້ຮຽນເກັ່ງເລີ່ມຕົ້ນໄດ້ທີ່ເຮືອນ

114

ພໍ່ແມ່ຜູ້ປົກຄອງທຸກທ່ານອາດຈະເຂົ້າໃຈກັນດີຢູ່ແລ້ວວ່າ ພັດທະນາການເປັນສ່ວນສຳຄັນທີ່ເຮັດໃຫ້ລູກສະຫຼາດ, ສິ່ງແວດລ້ອມ ແລະ ການລ້ຽງລູກກໍເປັນສ່ວນໜຶ່ງທີ່ສຳຄັນທີ່ຈະສົ່ງເສີມໃຫ້ລູກສະຫຼາດຍິ່ງຂຶ້ນ ເດັກນ້ອຍສາມາດຮຽນຮູ້ ແລະ ມີພັດທະນາການທີ່ດີເມື່ອອາຍຸ 3 ປີທຳອິດຂອງຊີວິດ ວິທີສອນລູກຮຽນເກັ່ງ ພໍ່ແມ່ສາມາດປະຕິບັດໄດ້ຕາມ 5 ວິທີດັ່ງນີ້:

1 ພະຍາຍາມເວົ້າກັບລູກເລື້ອຍໆ: ເດັກນ້ອຍສາມາດຈົດຈຳ ແລະ ຕອບສະໜອງຕໍ່ສຽງຂອງພໍ່ ແລະ ແມ່ໄດ້ຕັ້ງແຕ່ນາທີທຳອິດຂອງຊີວິດ ແລະ ໄດ້ຍິນສຽງຂອງພໍ່ກັບແມ່ໄດ້ຕັ້ງແຕ່ຢູ່ໃນທ້ອງ ຫຼັງຈາກເກີດກໍສາມາດຈ້ອງຕາກັບຄົນທີ່ກຳລັງເວົ້າກັບເຂົາໄດ້ ເມື່ອພໍ່ແມ່ອູ້ມລູກໃຫ້ເບິ່ງໄປທີ່ຕາລູກຫ່າງກັນປະມານ 30 ຊັງຕີແມັດ ເວົ້າຊ້າໆ ເວົ້າໃຫ້ຊັດເຈນ ຖ້າການຕອບຮັບຈາກລູກ.

2 ອ່ານປຶ້ມໃຫ້ລູກຟັງ: ເດັກນ້ອຍຍັງອ່ານປຶ້ມບໍ່ອອກ ພໍ່ກັບແມ່ຄວນອ່ານປຶ້ມໃຫ້ລູກຟັງເລື້ອຍໆເລີ່ມຈາກການອ່ານປຶ້ມຕາມໄວ ເຊັ່ນ: ປຶ້ມນິທານສຳລັບເດັກນ້ອຍ ເພື່ອໃຫ້ລູກໄດ້ຍິນຄຳເວົ້າ ແລະ ຝຶກໃຫ້ເຂົາເຈົ້າເວົ້າອອກສຽງຕາມ ລູກຈະລຶ້ງເຄີຍກັບການຮຽນຮູ້ ແລະ ລອກຮຽນແບບ ເຊິ່ງເປັນການປູກຝັງນິດໄສໃຫ້ຮັກການອ່ານປຶ້ມແຕ່ເຍົາໄວ.

3 ຕັ້ງໃຈຟັງລູກອ່ານປຶ້ມ: ເມື່ອລູກຮູ້ຈັກອ່ານປຶ້ມໄດ້ແລ້ວ ພໍ່ແມ່ຄວນສົ່ງເສີມໃຫ້ລູກດ້ວຍການຊ່ວຍເລືອກປຶ້ມເພື່ອນຳມາອ່ານຮ່ວມກັນໃຫ້ລູກນ້ອຍອ່ານປຶ້ມ ຟັງຄວາມຄິດເຫັນຂອງລູກກ່ຽວກັບເລື່ອງທີ່ລູກອ່ານການທີ່ພໍ່ແມ່ຕັ້ງໃຈຟັງລູກອ່ານຈະເຮັດໃຫ້ເຂົາຮູ້ສຶກວ່າຕົນເອງມີຄຸນຄ່າກັບພໍ່ແມ່ ແລະ ເຫັນຄຸນຄ່າໃນການຮຽນຮູ້ ແລະ ຮູ້ວ່າອັນໃດທີ່ເຮັດແລ້ວມີປະໂຫຍດ ເປັນການສ້າງຄວາມອົບອຸ່ນໃນຄອບຄົວອີກດ້ວຍ.

4 ຊົມເຊີຍ ແລະ ໃຫ້ລາງວັນກັບຄວາມສຳເລັດຂອງລູກ: ການຍ້ອງຍໍຊົມເຊີຍ, ກອດ, ຫອມແກ້ມ ເຮັດອາຫານແຊບໆໃຫ້ກິນ ຫຼື ພາໄປຍ່າງຫຼິ້ນສວນສາທາລະນະ ເພື່ອບອກໃຫ້ລູກຮູ້ວ່າພໍ່ແມ່ພູມໃຈໃນຄວາມສຳເລັດຂອງເຂົາ ການຈັດງານລ້ຽງນ້ອຍໆພາຍໃນເຮືອນກໍເປັນໂອກາດທີ່ດີໃນການສ້າງ ຄວາມສຳພັນໃນຄອບຄົວ.

5 ສົ່ງເສີມການຫຼິ້ນຂອງລູກໃຫ້ຖືກທາງ: ພໍ່ແມ່ຄວນເຂົ້າໃຈໃນທຳມະຊາດຂອງເດັກ ເພາະການຫຼິ້ນຄືການສົ່ງເສີມການຮຽນຮູ້ ຊ່ວຍໃຫ້ລູກນ້ອຍມ່ວນຊື່ນຜ່ອນຄາຍ ສິ່ງແວດລ້ອມທີ່ມີຢູ່ຮອບຕົວສາມາດເປັນເຄື່ອງມືໃນການຮຽນຮູ້ ບໍ່ຈຳເປັນຕ້ອງມີລາຄາແພງ ພຽງແຕ່ເລືອກໃຫ້ເໝາະສົມກັບໄວຂອງລູກນ້ອຍ ການຫຼິ້ນທີ່ມີຄຸນນະພາບຂອງເດັກໃນແຕ່ລະໄລຍະໄວ ຄວນລະບຸເອົາໄວ້ເຮັດຕາຕະລາງກິດຈະກຳທີ່ເໝາະສົມໃຫ້ລູກນ້ອຍໄດ້ຫຼິ້ນຢ່າງປອດໄພ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: amarin-babyandkids )