5ປີຜ່ານມາ ເສດຖະກິດເມືອງທົ່ງມີໄຊເຕີບໂຕສະເລ່ຍ 8,84%ຕໍ່ປີ

150

ຕາມການລາຍງານຈາກ ທ່ານ ທອງຈັນ ສຸພົນສັກ ຮອງເຈົ້າເມືອງທົ່ງມີໄຊ, ຜູ້ຊີ້ນໍາວຽກງານເສດຖະກິດໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 5 ປີຜ່ານມາເສດຖະກິດໂດຍລວມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 8,84% ຕໍ່ປີ, ປະຕິບັດລາຍຮັບໄດ້ທັງໝົດ 163,90 ຕື້ກີບ

ສະເລ່ຍລາຍຮັບຕໍ່ຫົວຄົນ 17,13 ລ້ານກີບ ຫລື ເທົ່າກັບ 2.142 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເຊິ່ງສະແດງອອກ: ດ້ານກະສິກໍາ ຂະຫຍາຍຕົວ 5,61%, ດ້ານອຸດສາຫະກໍາການຄ້າຂະຫຍາຍຕົວ 10,16% ແລະ ດ້ານການບໍລິການຂະຫຍາຍຕົວ 14,93%.

ພາບປະກອບຂ່າວເທົ່ານັ້ນ

ສ່ວນການຈັດເກັບລາຍຮັບເຂົ້າງົບປະມານ ແມ່ນປະຕິບັດໄດ້ທັງໝົດ 7,62 ຕື້ກີບ, ມູນຄ່າການສົ່ງອອກສິນຄ້າບັນລຸ 40,94 ຕື້ກີບ ເພີ່ມຂຶ້ນ 6,6% ຕໍ່ປີ, ໃນນີ້ ສິນຄ້າກະສິກໍາ ກວມ 66,92%, ສັດລ້ຽງ 32% ແລະ ເຄື່ອງປ່າຂອງດົງ 0,44%, ມູນຄ່ານໍາເຂົ້າສິນຄ້າ 2,52 ຕື້ກີບ, ຫລຸດລົງ 6,97% ຕໍ່ປີ. ສ່ວນການຜະລິດເຂົ້າປະຕິບັດໄດ້ 5.477 ໂຕນ, ສະເລ່ຍໄດ້ຮັບເຂົ້າເປືອກ 430 ກິໂລຕໍ່ຄົນຕໍ່ປີ, ຜະລິດພືດອຸດສາຫະກໍາເປັນສິນຄ້າໄດ້ທັງໝົດ 2.356 ໂຕນ ແລະ ອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ທອງຈັນ ສຸພົນສັກ ຍັງໃຫ້ຮູ້ອີກວ່າ: ຮອດປີ 2024 ລວມຍອດຜະລິດພາຍໃນຈະໃຫ້ຂະຫຍາຍຕົວບໍ່ຫລຸດ 8.5% ຕໍ່ປີ, ສູ້ຊົນເຮັດໃຫ້ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດທີ່ມີຄຸນນະພາບຍືນຍົງ ແລະ ສີຂຽວ, ເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ 5%ຕໍ່ປີ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 5%, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກຂະຫຍາຍຕົວສະເລ່ຍໃນແຕ່ລະປີບໍ່ໃຫ້ຫລຸດ 5% ແລະ ຄຸ້ມຄອງມູນຄ່າການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 7%.

ຂໍ້ມູນຈາກ: ປະເທດລາວ; ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ