ປູກໝາກກະທັນຂາຍ ສ້າງລາຍຮັບໄດ້ຫຼາຍລ້ານກີບຕໍ່ປີ

141

ຄອບຄົວ ທ່ານ ຄຳເຜົ້າ ວິພາກອນ ຢູ່ບ້ານດອນແອ່ນ ເມືອງງາ ແຂວງອຸດົມໄຊ ກໍເປັນຄອບຄົວໜຶ່ງທີ່ຢຶດຖືອາຊີບການປູກຕົ້ນໄມ້ໃຫ້ໝາກເພື່ອຈຳໜ່າຍມາເປັນເວລາຫຼາຍປີ ໂດຍສະເພາະແມ່ນການປູກໝາກກະທັນ.

ພາບປະກອບ

ທ່ານ ຄໍາເຜົ້າ ວິພາກອນ ກ່າວວ່າ: ຕົນເອງ ແລະ ຄອບຄົວໄດ້ຕັດສິນໃຈ ແລະ ເລີ່ມຕົ້ນລົງມືປູກຕົ້ນໝາກກະທັນມາຕັ້ງແຕ່ປີ 2007 ໂດຍນໍາເອົາແນວພັນມາຈາກເມືອງຮຸນ ແຂວງອຸດົມໄຊ ເບື້ອງຕົ້ນມີພຽງ 50 ກວ່າຕົ້ນເທົ່ານັ້ນ ຕໍ່ມາຈຶ່ງຂະຫຍາຍເນື້ອທີ່ປູກມາເປັນ 80 ກວ່າຕົ້ນ ໃນເນື້ອທີ່ 0,36 A ແລະ ໄດ້ເລີ່ມຕົ້ນເກັບຜົນຜະລິດ ເພື່ອຈຳໜ່າຍຢ່າງເປັນປົກກະຕິມາຕັ້ງແຕ່ປີ 2015 ເຊິ່ງແຕ່ລະປີສາມາດສ້າງລາຍຮັບໄດ້ປະມານ   9 – 12 ລ້ານກີບ ໂດຍອີງໃສ່ສະພາບດິນຟ້າອາກາດ.

ພາບປະກອບ

ສ່ວນຕະຫຼາດຈໍາໜ່າຍສ່ວນຫຼາຍແລ້ວແມ່ນຢູ່ພາຍໃນເມືອງງາ ໂດຍສະເພາະແມ່ນຢູ່ຕະຫຼາດເມືອງ, ຮັບໃຊ້ໃນກອງປະຊຸມ, ການຈັດງານ ຫຼື ກິດຈະກໍາຕ່າງ ເນື່ອງຈາກຜົນຜະລິດຍັງມີໜ້ອຍບໍ່ທັນພຽງພໍກັບຄວາມຕ້ອງການຂອງລູກຄ້າຕ່າງເມືອງ ຫຼື ແຂວງ.

ພາບປະກອບ

ທ່ານ ຄໍາເຜົ້າ ວິພາກອນ ກ່າວຕື່ມອີກວ່າ: ໝາກກະທັນທີ່ຕົນເອງນໍາມາປູກນີ້ຈະມີຈຸດພິເສດກວ່າໝາກກະທັນຊະນິດອື່ນ  ຄື: ຈະມີລົດສົ້ມຫວານ, ຫອມ, ໜ່ວຍໃຫຍ່, ນ້ຳຫຼາຍ, ລົດຊາດແຊບ ເນື່ອງຈາກຕົນເອງໄດ້ເອົາໃຈໃສ່ໃນທຸກຂັ້ນຕອນ ທັງການປູກ, ການບົວລະບັດຮັກສາ ແລະ ໄລຍະໃນການເກັບກູ້ຜົນຜະລິດ ກໍຄືໃນໄລຍະເດືອນກຸມພາ ຕ້ອງໄດ້ຕັດຕົ້ນຈົ່ງໄວ້ປະມານ 15 ຊັງຕີແມັດ, ລໍຖ້າປົ່ງງ່າ ແລະ ຄັດເລືອກເອົາງ່າທີ່ສົມບູນໄວ້ 3 ງ່າຕໍ່ 1 ຕົ້ນ. ຈາກນັ້ນ, ເລີ່ມແຕ່ເດືອນສິງຫາ ຕົ້ນຈະອອກດອກ ແລະ ໄດ້ຕັດງ່າຕື່ມອີກ ເພື່ອເຮັດໃຫ້ການອອກໝາກສົມບູນ. ຈາກນັ້ນ, ເລີ່ມແຕ່ເດືອນພະຈິກ ຈົນຮອດເດືອນມັງກອນ ແມ່ນໄລຍະເກັບກູ້ຜົນຜະລິດ, ໄລຍະທີ່ໝາກທັນອອກເຕັມທີ່ ແລະ ມີຜົນຜະລິດຫຼາຍແມ່ນຈະເລີ່ມແຕ່ປີທີ 5 ເປັນຕົ້ນໄປ. ສໍາລັບລູກຄ້າທ່ານໃດທີ່ຕ້ອງການນໍາເອົາໝາກກະທັນໄປຈໍາໜ່າຍ ຫຼື ບໍລິໂພກ ສາມາດຕິດຕໍ່ພົວພັນໄດ້ທີ່ບ້ານດອນແອ່ນ ເມືອງງາ ແຂວງອຸດົມໄຊ.

ພາບປະກອບ

( ຂ່າວ: ຄານມະນີ ຮຽນດໍຈັນ )