ເຈົ້າຄອງອອກຄຳສັ່ງ! ເພີ່ມທະວີສະກັດກັ້ນການຈູດສວນ, ຂີ້ເຫຍື້ອຊະຊາຍ ພົບເຫັນໂທ 1168

241

ນະຄອນຫຼວງວຽງຈັນ ເປັນເມືອງສຳຄັນ, ເປັນຈຸດໃຈກາງທາງດ້ານເສດຖະກິດ, ການລົງທຶນ ແລະ ຊີວິດຮີດຄອງປະເພນີອັນທີ່ງາມ ຂອງສປປ ລາວ ທັງເປັນເມືອງໜຶ່ງພວມພັດທະນາໄປໃນທ່ວງທ່າທີ່ດີ, ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໃນລະດັບດີ, ແຕ່ພ້ອມດຽວກັນນັ້ນ ຍັງມີຫຼາຍບັນຫາດ້ານສິ່ງແວດລ້ອມທີ່ຕ້ອງໄດ້ແກ້ໄຂເປັນຕົ້ນແມ່ນ ໃນລະດູແລ້ງປີ 2019 ໄດ້ມີເຫດການໝອກຄັວນ PM 2,5 ເກີນຄ່າມາດຕະຖານ ອັນເກີດຈາກການຈູດປ່າ, ທົ່ງນາຮົ້ວສວນ ແລະ ຈູດຂີ້ເຫຍື້ອຊະຊາຍບວກກັບ ໃນລະດູແລ້ງປີນີ້ ເຫັນວ່າດິນຟ້າອາກາດມີຄວາມແຫ້ງແລ້ງກວ່າປີຜ່ານມາ, ຈາກສະພາບການຄືດັ່ງກ່າວ ຖ້າຍັງເມີນເສີຍ, ປະປ່ອຍລະເລີຍ ຫຼື ຂາດຄວາມຮັບຜິດຊອບ ກໍຍິ່ງຈະເຮັດໃຫ້ມີໝອກຄັວນເກີນຄ່າມາດຕະຖານປົກຄຸມ, ອາຍມົນລະພິດອາດເພີ່ມຂຶ້ນ ອາດສົ່ງຜົນກະທົບເຖິງສຸຂະພາບຂອງປະຊາຊົນ ລວມເຖິງກະທົບຕໍ່ພາບພົດຂອງນະຄອນຫຼວງ ຢ່າງຫຼີກລ່ຽງບໍ່ໄດ້.

ສະນັ້ນ, ເພື່ອຮັບມືກັບເຫດການດັ່ງກ່າວທີ່ອາດຈະເກີດຂຶ້ນໃນລະດູແລ້ງປີ 2020 ໃຫ້ໄດ້ຮັບຜົນດີ ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງ ສະບັບເລກທີ 001/ຈນວ ລົງວັນທີ 7 ກຸມພາ 2020 ເຖິງທ່ານເຈົ້າເມືອງ, ຫົວໜ້າພະແນກການ-ອົງການທຽບເທົ່າ ທົ່ວນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການ, ສຳນັກງານ-ອົງການ, ຜູ້ອຳນວຍການບໍລິສັດ, ປະຊາຊົນລາວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ເລື່ອງໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈູດຂີ້ເຫຍື້ອ, ຈູດປ່າ ແລະ ຈູດທົ່ງນາຮົ້ວສວນຊະຊາຍ ໃນພື້ນທີ່ຂອງຕົນເອງ.

ຄຳສັ່ງສະບັບນີ້ ມີເນື້ອໃນລະບຸໄວ້ວ່າ: ໃຫ້ທຸກເມືອງ, ທຸກບ້ານ, ສໍານັກງານ-ອົງການ, ບໍລິສັດ ແລະ ປະຊາຊົນ ຜູ້ທີ່ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການຈຸດຂີ້ເຫຍື້ອ, ການຈູດປ່າ ແລະ ຈູດທົ່ງນາຮົ້ວສວນຊະຊາຍ ທັງໃນເຂດຕົວເມືອງ ແລະ ເຂດຊານເມືອງ ໃຫ້ໄດ້ຢ່າງທັນການ; ເມື່ອມີເຫດການເກີດຂຶ້ນຢູ່ບ່ອນໃດ ໃຫ້ຫົວໜ້າອົງກອນຢູ່ບ່ອນນັ້ນ ເປັນຜູ້ຮັບຜິດຊອບຄວບຄຸມ ແລະ ແກ້ໄຂໂດຍກົງ.

ທັງນີ້, ໃຫ້ເພີ່ມທະວີການຕິດຕາມ, ກວດກາ ແລະ ກໍານົດຈຸດທີ່ເປັນເຊື້ອເພີງ, ກອງຂີ້ເຫຍື້ອໃນພື້ນທີ່ຂອງຕົນ; ໃຫ້ທ່ານເຈົ້າເມືອງ, ນາຍບ້ານ, ຫົວໜ້າສໍານັກງານ-ອົງການ ແລະ ຜູ້ອໍານວຍການ ສຶກສາອົບຮົມພະນັກງານ, ລັດຖະກອນ, ກຳມະກອນ ແລະ ປະຊາຊົນໃນຂອບເຂດຂອງຕົນ ໃຫ້ຮັບຮູ້ ແລະ ເຂົາໃຈເຖິງຜົນເສຍຫາຍຂອງການຈູດຂີ້ເຫຍື້ອ, ການຈູດປ່າ, ຂູດທົ່ງນາຮົ້ວສວນຊະຊາຍ ແລະ ທັງກຳແໜ້ນກົດໝາຍ, ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງຢ່າງເລິກເຊິ່ງ, ມີສະຕິຕື່ນຕົວໃນການປ້ອງກັນ ແລະ ເຂົ້າຮ່ວມຂະບວນການແຫ້ໄຂອັກຄີໄພ, ອາຍຄວັນ ທີ່ເກີດຂຶ້ນໃນຂອບເຂດທີ່ຕົນອາໄສຢູ່ຢ່າງເປັນຂະບວນ.

ໃນແຈ້ງການຄຳສັ່ງສະບັບນີ້ຍັງໄດ້ລະບຸຕື່ມວ່າ: ມາດຕະການແກ້ໄຂຕໍ່ຜູ້ກໍ່ໃຫ້ເກີດມີເຫດການໄຟ ໄໝ້ ແລະ ມີອາຍຄວັນມົນລະພິດ, ສ້າງຄວາມເສຍຫາຍ ໃຫ້ປະຊາຊົນຢູ່ອ້ອມຂ້າງ ແລະ ສັງຄົມ ໃຫ້ດໍາເນີນການກ່າວເຕືອນ ແລະ ດໍາເນີນຄະດີທາງແພ່ງ ຫຼື ອາຍາ ຕາມຖານໜັກ ຫຼື ເບົງ, ເຊິ່ງກົດໝາຍກ່ຽວຂ້ອງກໍານົດໄວ້. ໃນນັ້ນໃຫ້ເອົາໃຈໃສ່ປະຕິບັດມາດຕາ 69 ຂອງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ສະບັບເລກທີ 09/ສພຊ, ລົງວັນທີ 24 ທັນວາ 2007; ມາດຕາ 92 ຫາ 97 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012; ມາດຕາ 167 ຫາ 173 ຂອງກົດໝຍວ່າດ້ວຍປ່າໄມ້ ສະບັບເລກທີ 64/zສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ອື່ນໆ.

ພ້ອມນີ້, ໃຫ້ສ້າງຕັ້ງໜ່ວຍງານສະເພາະໜຶ່ງຂຶ້ນ ເພື່ອແກ້ໄຂບັນຫາສິ່ງແວດລ້ອມ ແລະ ໂທລະສັບສາຍດ່ວນແຈ້ງເຫດການຈູດຂີ້ເຫຍື້ອ ແລະ ຈູດປ່າ ຢູ່ຂັ້ນນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ, ຢູ່ນະຄອນຫຼວງວຽງຈັນ ໃຫ້ລວມສູນຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ນໍາໃຊ້ເບີໂທ 1168 ທີ່ກໍານົດແລ້ວ. ສໍາລັບຢູ່ຂັ້ນເມືອງ ໃຫ້ລວມສູນຢູ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງເມືອງ, ໜ່ວຍງານສະເພາະ ແລະ ສາຍດ່ວນຕ້ອງເຄື່ອນໄຫວຢ່າງຕັ້ງໜ້າຕ້ອນຮັບການໃຫ້ເບາະແສຂໍ້ມູນ ແລະ ເປັນຜູ້ກໍາກັບການແກ້ໄຂ ເຫດການໄຟໄໝ້ ແລະ ອາຍຄວັນ ຕະຫຼອດ 24 ຊົ່ວໂມງ.

ໂດຍມອບໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປັນໃຈກາງ ແລະ ເປັນເຈົ້າການອໍານວຍຄວບຄຸມການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ໃຫ້ເຂັ້ມງວດ ແລະ ບັນລຸຜົນເປັນຢ່າງດີ. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.