ລົບຖິ້ມດີສຸດ

194

ສື່ສັງຄົມອອນລາຍມາແຮງ ສະນັ້ນການມີສະຕິໃນການເສບຂ່າວເປັນບັນຫາທີ່ຕ້ອງເອົາໃຈໃສ່ ໂດຍສະເພາະໃນຍາມທີ່ທົ່ວໂລກພວມວິຕົກກັງວົນນຳການແຜ່ລະບາດພະຍາດປອດອັກເສບສາຍພັນໃໝ່ຈາກເຊື້ອໄວຣັສໂຄໂຣນາ ( Novel Corona Virus:NCOV ).

ຍ້ອນວ່າຢູ່ປະເທດເຮົາຍັງບໍ່ມີລາຍງານກໍລະນີສົງໄສມີຜູ້ຕິດເຊື້ອພະຍາດປອດອັກເສບທີ່ຕິດເຊື້ອໄວຣັສດັ່ງກ່າວ ຈຶ່ງເກີດມີກະແສຂ່າວທີ່ບໍ່ເພິ່ງປາຖະໜາຫຼາຍຢ່າງໂປໂລເທິງໜ້າເຟສບຸ໊ກ. ຫຼ້າສຸດ, ມີຂ່າວວ່າຕ້ອງກິນໄຂ່ຕົ້ມຈຶ່ງບໍ່ຕິດເຊື້ອພະຍາດວ່າຊັ້ນ! ບໍ່ທໍ່ນັ້ນຍັງມີການປ່ອຍຂ່າວຫຼາຍຢ່າງກ່ຽວກັບພະຍາດໂຄໂຣນາສ້າງຄວາມແຕກຕື່ນໄປທົ່ວສັງຄົມ.

ພາບປະກອບຂ່າວເທົ່ານັ້ນ

ເລື່ອງພະຍາດນີ້ຢາກໃຫ້ຕິດຕາມແຫຼ່ງຂ່າວທາງການ, ຕິດຕາມຄຳໃຫ້ສຳພາດຂອງວິຊາການດ້ານການແພດຂອງເພິ່ນດີທີ່ສຸດ, ບໍ່ຄວນເຊື່ອຢ່າງຕາຍໃຈຂໍ້ມູນທີ່ເຜີຍແຜ່ຜ່ານສື່ອອນລາຍ.

ໄປພ້ອມກັນນັ້ນ, ກໍຕ້ອງມີສະຕິບໍ່ກົດແຊຣ໌ ( Share ) ຕໍ່ໄປ ຄວນບລັອກ ( Block ) ຫຼື ລົບຖິ້ມທັນທີ ຫາກເຫັນວ່າມັນຈະມີຜົນເສຍຫາກຜູ້ອື່ນເຫັນຂ່າວດັ່ງກ່າວ ເບື້ອງການຈັດຕັ້ງກໍຄວນກວດກາເບິ່ງວ່າໜ້າເຟສໃດມັກອອກຂ່າວເລື່ອງພະຍາດໂຄໂຣນາແລ້ວເອີ້ນເຂົ້າມາຕັກເຕືອນ ເພາະຫາກປະປ່ອຍອອກຕາມໃຈເຕັມໜ້າ ເຟສບຸ໊ກແນວນີ້ມັນອັນຕະລາຍແທ້ໆ.

ພາບປະກອບຂ່າວເທົ່ານັ້ນ

ຂໍໂທດເນີພວກມັກຍ້ອງທັງຫຼາຍ ເວລາເຫັນຂໍ້ມູນເລື່ອງພະຍາດນີ້ແມ່ນຢາກນຳມາ ໂພສອອກໂລດ ອັນນີ້ກໍຕ້ອງໄດ້ລະວັງເນີ! ຂໍ້ມູນນັ້ນມາຈາກໃສ? ມີແຫຼ່ງຂ່າວໃດຢັ້ງຢືນ? ຫາກບໍ່ແມ່ນໄວມືໂພສ ອອກໂລດ. ບາງເທື່ອກໍເຂົ້າຂ້າງວ່າເຈົ້າຂອງຫວັງດີ ແຕ່ໃນຄວາມເປັນຈິງມັນພາໃຫ້ສັງຄົມປັ່ນປ່ວນ, ແນວຄວນອອກນັ້ນແມ່ນມາດຕະການທາງການທີ່ເພິ່ນອອກຕາມແຫຼ່ງຂ່າວ ເຊັ່ນວ່າ: ຄະນະກຳມະການປ້ອງກັນ – ຕອບຕ້ານພະຍາດເພິ່ນມີແນວທາງຫຍັງແດ່? ຄຳຖະແຫຼງຈາກກົມກອງກ່ຽວຂ້ອງກະຊວງສາທາລະນະສຸກ, ຄຳຖະແຫຼງຈາກແພດໝໍຕາມໂຮງໝໍຕ່າງໆ.

ພາບປະກອບຂ່າວເທົ່ານັ້ນ

ຫາກເວົ້າໃນແງ່ກົດໝາຍແລ້ວມັນກໍມີເນີ! ເຊັ່ນວ່າ: ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງລະບົບຄອມພິວເຕີ ສະບັບເລກທີ 61/ສພຊ ລົງວັນທີ 15 ກໍລະກົດ 2016 ໃນມາດຕາ 62: ມາດຕະການທາງອາຍາ ໂດຍສະເພາະໃນຂໍ້ 5 ລະບຸວ່າ: ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍຈະຖືກລົງໂທດຕັດອິດສະຫຼະພາບແຕ່ສາມເດືອນຫາສາມປີ ແລະ ຈະຖືກປັບໃໝແຕ່ 4 ລ້ານກີບ ຫາ 20 ລ້ານກີບ.

ແຫຼ່ງຂ່າວທີ່ໜ້າເຊື່ອຖືນັ້ນຕ້ອງຟັງຂ່າວຈາກສື່ທາງການ. ໃນນັ້ນ, ກະຊວງສາທາລະ ນະສຸກເພິ່ນໃຫ້ຕິດຕາມທາງ ເຟສບຸ໊ກ ຊື່ວ່າ: “ ສູນຂ່າວສານການແພດສຸຂະສຶກສາ: Centre Of information and Education For Health ” ທ່ານຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ ແລະ ສາມາດສົ່ງຕໍ່ ( Share ) ໄດ້. ລາຍລະອຽດເພິ່ນມີແຈ້ງການເລກທີ 057/ຫກ ລົງວັນທີ 05 ກຸມພາ 2020.

ພາບປະກອບຂ່າວເທົ່ານັ້ນ

ຫາກເພື່ອນຜູ້ອ່ານຕິດຕາມຂ່າວທາງການຈະເຫັນວ່າການຈັດຕັ້ງກ່ຽວຂ້ອງເພິ່ນກໍເຄື່ອນໄຫວລຽນຕິດ ແລະ ເປັນເຈົ້າການ ເຊິ່ງໃນວັນທີ 3 ກຸມພາ 2020 ນີ້ ກອງປະຊຸມປຶກສາຫາລືວຽກງານຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມພະຍາດ ແລະ ແກ້ໄຂການແຜ່ລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ ( NCOV ) ໂດຍມີທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ ເພິ່ນກໍເນັ້ນໃຫ້ເອົາໃຈໃສ່ເຝົ້າລະວັງປ້ອງກັນພະຍາດດັ່ງກ່າວ. ສະນັ້ນ, ຂ່າວໃດເຫັນວ່າບໍ່ສ້າງສັນລົບຖິ້ມດີທີ່ສຸດ.

[ ທິດດີ ]