ການຄ້າແຈ້ງການຮອບສອງ ຖ້າພົບການລະເມີດ ຂາຍຜ້າອັດປາກ-ນໍ້າຢາລ້າງມືເກີນກໍານົດຈະປັບໃໝທັນທີ

141

ອີງຕາມແຈ້ງການ ຂອງກະຊວງອຸດສາຫະກຳ ແລະ​ ການຄ້າ​ ເລກທີ​ 0147 ລົງວັນທີ 7 ​ກຸມພາ ​2020​ ເລື່ອງ​ ເອົາໃຈໃສ່ຕິດຕາມ,​ ກວດກາ​ການຈຳໜ່າຍອຸປະກອນການແພດ,​ເປັນຕົ້ນ ແມ່ນ​ຜ້າອັດປາກ-ດັງ​(ແຜນຕອງ 3 ຊັ້ນ)​ ຊະນິດ​ສາຍຢາງຢືດທຸກລຸ້ນ ແລະ​ ນໍ້າຢາລ້າງມື ອີງຕາມ ແຈ້ງການສະບັບເລກທີ 142/ຫສນຍ, ລົງວັນທີ 5 ກຸມພາ​ 2020 ວ່າດ້ວຍທິດຊີ້ນຳໃຊ້ເຂົ້າໃນການປ້ອງກັນພະຍາດ ອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່.

ກະຊວງ ອຸດສາຫະກຳ​ ແລະ​ ການຄ້າ​ ຂໍຖືເປັນກຽດແຈ້ງມາຍັງ​ ພະແນກອຸດສາຫະກຳ ແລະ​ການຄ້າ​ແຂວງ,​ ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ​ການຄ້າບັນດາເມືອງ,​ ນະຄອນ​ໃນຂອບເຂດ ທົ່ວປະເທດ​ ໃຫ້ເອົາໃຈໃສ່ຊີ້ນຳ ແລະ​ແຕ່ງຕັ້ງເຈົ້າໜ້າທີກວດກາການຄ້າ ລົງຕິດຕາມກວດກາ ການສວຍໂອກາດຂຶ້ນລາຄາ ແລະ​ ກັກຕຸນສິນຄ້າ ອຸປະກອນການແພດ ປະເພດ​ຜ້າອັດປາກ-ດັງ​(ໜ້າກາກອານາໄມ),​ ນ້ຳຢາລ້າງມື ເກີນລາຄາທີ່ກຳນົດໄວ້ ໃນຂໍ້ 2 ຂອງແຈ້ງການລະບັບເລກທີ 0142/ອຄ,ກຄພນ, ລົງວັນທີ 7 ກຸມພາ​2020, ຖ້າກວດພົບເຫັນມີການລະເມີດແມ່ນໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດດັ່ງນີ້:

1 ໃຫ້ປະຕິບັດຕາມ ຂໍ້​ 5 ມາດຕາ​26​ ຂອງດຳລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ​ຄ່າບໍລິການ ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ​ 2010, ການຢຸດ,​ປະຕິເສດ​ຫຼື​ແກ່ຍາວເວລາ ການຈຳໜ່າຍ ຫຼື​ການບໍລິຫານ​ ບໍ່ມີເຫດຜົນ ໃນເມື່ອຄຳສັ່ງຈາກອົງການການຄຸ້ມຄອງລາຄາ (ການສວຍໂອກາດຂຶ້ນລາຄາສິນຄ້າ ຈະມີໂທດປັບໃໝ່ ດັ່ງນີ້:

ຄັ້ງທີ​1 ຈະຖືກໂທດປັບໃໝທາງດ້ານບໍລິຫານ 1.000.000 ກີບຕໍ່ລາຍການ ແລະ ເຮັດບົດບັນທຶກກ່າວເຕືອນ.

ຄັ້ງທີ​2 ຈະຖືກໂທດປັບໃໝທາງດ້ານບໍລິຫານ 2.000.000 ກີບຕໍ່ລາຍການ ແລະ ເຮັດບົດບັນທຶກກ່າວເຕືອນ.

ຄັ້ງທີ​3 ຈະຖືກໂທດປັບໃໝທາງດ້ານບໍລິຫານ 3.000.000 ກີບຕໍ່ລາຍການ ພ້ອມທັງຖອນໃບອະນຸຍາດດຳເນີນທຸລະກິດ ແລະ​ ທະບຽນວິສາຫະກິດຢ່າງຖາວອນ.

2 ໃນກໍລະນີຫາກຖອນໃບອະນຸຍາດດຳເນີນທຸລະກິດ ແລະ​ທະບຽນວິສາຫະກິດແລ້ວ ຍັງສືບຕໍ່ລະເມີດ ຫຼື​ ເຈດຕະນາລະເມີດ ແມ່ນໃຫ້ປະຕິບັດຕາມປະມວນກົດໝາຍອາຍາ ເລກທີ​ 26/ສພຊ, ລົງວັນທີ 17 ພຶດສະພາ​ ​2017, ມາດຕາ277 ການສວຍໂອກາດ ຂຶ້ນລາຄາສິນຄ້າ ແລະ​ ຄ່າບໍລິການ: ບຸກຄົນໃດຫາກສວຍໂອກາດຂຶ້ນລາຄາສິນຄ້າ,​ ຄ່າບໍລິການ ຫຼື​ ໄດ້ຂາຍສິນຄ້າແພງເກີນຂອບເຂດ ໃນເວລາເກີດໄຟແຫ້ງແລ້ງ,​ ໄພນ້ຳຖ້ວມ ຫຼື​ ໃນສະພາບຄວາມຫຍຸ້ງຍາກເກຮດຂຶ້ນໃນທ້ອງຖິ່ນໃດໜຶ່ງ​ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່​ຫົກເດືອນຫາ ສອງປີ ແລະ​ ຈະຖືກປັບໃໝແຕ່ 3.000.000ກ ກີບ​ ຫາ​10.000.000 ກີບ.

3 ປະຕິບັດຕາມ​ປະມວນກົດໝາຍອາຍາ ເລກທີ​ 26/ສພຊ,​ ລົງວັນທີ 17 ພຶດສະພາ​ 2017,  ມາດຕາ​287 ການກັກຕຸນສິນຄ້າ: ບຸກຄົນໃດຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ,​ ບໍລິສັດ,​ ຫ້າງຮ້ານຂອງຕົນ ຫຼື​ ບ່ອນອື່ນ ເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດ​ ແລະ​ ຊີສິດການເປັນຢູ່​ຂອງປະຊາຊົນ​ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 1 ປີ​ ຫາ​ 4 ປີ​ ແລະ​ ຈະຖືກປັບໃໝແຕ່​ 10.000.000​ກີບ​ ຫາ​ 50.000.000 ກີບ.​