ປະ​ຫວັດ​ວັນ​ບຸນ​ເຂົ້າ​ຈີ່

251

ບຸນເຂົ້າຈີ່ແມ່ນປະເພນີຮີດທີ 3 ຂອງຊາວພຸດ ກໍຄືຊາວລາວບັນດາເຜົ່າ ໃນເມື່ອເຖິງເດືອນ 3 ແລ້ວ, ຊາວບ້ານຂົນເຂົ້າຂຶ້ນເລົ້າແລ້ວ ຊາວບ້ານກໍຈະນິຍົມເຮັດບຸນເຂົ້າຈີ່ຂຶ້ນອີກຄັ້ງ, ຄືການນໍາເອົາເຂົ້າໜຽວມາປັ້ນເປັນກ້ອນໃຫຍ່, ໂຮຍເກືອ: ທາໄຂ່, ຈີ່ໄຟໃຫ້ສຸກເປັນເຂົ້າຈີ່ ການເຮັດບຸນເຂົ້າຈີ່ແມ່ນນິຍົມເຮັດກັນຫຼາຍ ເພາະຖືວ່າໃຫ້ທານທີ່ໄດ້ບຸນກຸສົນຫຼາຍ ກໍານົດເຮັດເດືອນ 3 ລາວ ຂຶ້ນ 15 ຄໍ່າ.

ສໍາລັບປະຫວັດການເຮັດບຸນເຂົ້າຈີ່ກ່າວໄວ້ໃນພະທໍາມະບົດວ່າ: ຄາວໜຶ່ງນາງບຸນນະທາສີ ໄດ້ເຮັດ ເຂົ້າໜັມແປ້ງຈີ່ ຫຼື ເອີ້ນວ່າເຂົ້າຈີ່ ຖວາຍແກ່ ພະພຸດທະເຈົ້າ ແລະ ພະອານົນ ນາງຄິດວ່າເມື່ອເພິ່ນຮັບແລ້ວຄົງຈະບໍ່ສັນ ເພາະອາຫານຂອງເຮົາບໍ່ປານີດ, ຄົງໂຍນໃຫ້ສັດສາວ່າສິ່ງກິນເສຍແລ້ວ ເມື່ອເພິ່ນຮູ້ວ່ານາງຄິດແນວນັ້ນ ຈຶ່ງຮັບສັ່ງໃຫ້ພະອານົນ ປູເຊືອສາດ ພາສະນະລົງ ນັງລົງສັນຢູ່ທີ່ນັ້ນ, ພໍນາງໄດ້ເຫັນແນວນັ້ນກໍເກີດຄວາມປິຕິຍິນດີ, ກໍສຸດແສນດີໃຈ,

ພະອົງໄດ້ສະແດງທໍາໃຫ້ນາງຟັງ ນາງກໍໄດ້ບັນລຸເປັນໂສດາບັນປະຕິສົນອະລິຍະບຸກຄົນ (ເປັນຄົນມີບຸນຫຼາຍ) ເພາະເຂົ້າຈີ່ເປັນມູນເຫດ ດັ່ງນັ້ນ, ຊາວນາເມື່ອເກັບກ່ຽວແລ້ວຈຶ່ງພາກັນເຮັດບຸນເຂົາຈີ່ ເພາະການຖວາຍເຂົ້າຈີ່ແມ່ນມີກຸສົນຫຼາຍ

ພິທີເຮັດບຸນເຂົ້າຈີ່ ເມື່ອຕື່ນເຊົ້າຍາດໂຍມດັງໄຟຂຶ້ນແລ້ວ ເອົາເຂົ້າໜຽວທີ່ໜຶ້ງສຸກແລ້ວມາປັ້ນເປັນປັ້ນໆ ກະໃຫ້ພໍດີທີ່ຈະກິນ, ໂຮຍເກືອ ຈີ່ໄຟ ເອົາໄຂ່ທາໃສ່ໃຫ້ທົ່ວ ແລ້ວຈີ່ໃຫ້ສຸກ, ເອົານໍ້າອ້ອຍຍັດເຂົ້າຂ້າງໃນ, ແລ້ວນິມົນພະສົງມາທີ່ສາລາໂຮງທໍາ ຍາດໂຍມພ້ອມກັນໄຫວ້ພະອາລາດຖະນາສິນ, ຮັບສິນແລ້ວ ວ່າຄໍາຖວາຍເຂົ້າຈີ່ ຈົບແລ້ວເອົາໄປໃສ່ບາດ ພະສົງສູດໄຊຍະມຸງຄຸນຈົບແລ້ວ, ຍາດໂຍມກໍຍົກອາຫານຄາວຫວານໄປໃຫ້ພະສົງ

ເມື່ອພະສົງສັນສໍາເລັດແລ້ວ, ກໍອານຸໂມທະນາສໍາເລັດພິທີຖວາຍເຂົ້າຈີ່ ຕໍ່ຈະນີ້ພະສົງຈະເທດສະໜາສະຫຼອງເຂົ້າຈີ່ ແລະ ເທດໜັງສືລໍາຕ່າງໆຕະຫຼອດວັນ, ຍາດໂຍມຍາກຈະຫວັງເທດລໍາໃດກໍແຈ້ວກ່ອນໃຫ້ຊາບລ່ວງໜ້າ ເພື່ອຈະໄດ້ກະກຽມລໍາຕ່າງໆໄວ້, ເມື່ອຟັງທໍາມະເທດສະໜາຈົບແລ້ວກໍຄາລະວະຮັບພອນ ເຂົ້າຈີ່ທີ່ເຫຼືອຈາກພະສັນກໍແບ່ງປັນກັນຮັບປະທານ ຖືວ່າຈະຫາຍພະຍາດໂລຄາ, ມີຄວາມສຸກສະຫວັດດີ ນອກຈາກບຸນເຂົ້າຈີ່ແລ້ວກໍຍັງມີບຸນມາຂະບູຊາເປັນອີກວັນສໍາຄັນໜຶ່ງທີ່ກົງກັບວັນເພັງເດືອນ 3 ລາວ.