ຮ້ານສະມາຍພັບ ປາກຊັນ ຈະເປີດຢ່າງເປັນທາງການໃນວັນທີ 14 ກຸມພານີ້

311

ຮ້ານສະມາຍພັບ ປາກຊັນ ເປັນຮ້ານອາຫານແບບທັນສະໄໝ ທີ່ໄດ້ລົງມືກໍ່ສ້າງນັບແຕ່ກາງເດືອນມິຖຸນາ 2019 ເປັນຕົ້ນມາ ດ້ວຍມູນຄ່າການລົງທຶນທັງໝົດ ປະມານ 4 ຕື້ກວ່າກີບ ມີສະຖານທີ່ຕັ້ງຢູ່ບ້ານມີໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ. ປັດຈຸບັນໄດ້ສໍາເລັດການຕົກແຕ່ງຕ່າງໆເປັນທີ່ຮຽບຮ້ອຍ ແລະ ຈະເປີດໂຕຢ່າງເປັນທາງການ ໃນເວລາ 8:30 ໂມງເຊົ້າ ຂອງວັນສຸກທີ 14 ກຸມພາ 2020 ເຊິ່ງກົງກັບ ວັນວາເລນທາຍ. ໂອກາດນີ້ກໍຈະໄດ້ເຊີນອໍານາດການປົກຄອງແຂວງ, ເມືອງ ແລະ ບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມ ເພື່ອເປັນສີລິມຸງຄຸນໃຫ້ແກ່ຮ້ານເປີດໃໝ່ນໍາອີກ.

ພາຍຫຼັງສໍາເລັດພິທີທາງການແລ້ວກໍຈະມີສິລະປິນ, ນັກສະແດງ ແລະ ນັກຮ້ອງລາວ ໃຫ້ກຽດມາຮ່ວມສ້າງຄວາມມ່ວນຊື່ນແກ່ມວນຊົນ ເປັນຕົ້ນແມ່ນ: ວົງ ທຣີອິນວັນ ( Three In One ) ພ້ອມດ້ວຍ DJ ໂອເລ້ ແລະ DJ ອີຄິວ ທີ່ປະສົມປະສານກັບການແຈກຂອງລາງວັນ ແລະ ເຄື່ອງທີ່ລະນຶກ ຈາກບໍລິສັດຕົວແທນຈໍາໜ່າຍໂທລະສັບມືຖືຫຼາຍຍີ່ຫໍ້. ນອກນັ້ນ, ຍັງມີໂປຣໂມຊັນໃຫ້ອາຫານ ແລະ ເຄື່ອງດື່ມແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ ນັບແຕ່ວັນທີ 14 ກຸມພາ 2020 ເປັນຕົ້ນໄປ.

ສໍາລັບສິ່ງອໍານວຍຄວາມສະດວກ ປະກອບມີ: ພາຍໃນຮ້ານໄດ້ມີການຕົກແຕ່ງທີ່ສວຍງາມໃຫ້ເຂົ້າກັບບັນຍາກາດແບບທັນສະໄໝ ສໍາລັບຄອບຄົວ, ແບບທີມງານ ຫຼື ໝູ່ຄະນະ ທີ່ມາຈັດງານລ້ຽງສັງສັນ ເຊິ່ງອອກແບບໃຫ້ສາມາດບັນຈຸແຂກໄດ້ປະມານ 300 ກວ່າຄົນ, ມີສະຖານທີ່ຈອດລົດຮອງຮັບໄດ້ 100 ກວ່າຄັນ ໃນເນື້ອທີ່ທັງໝົດເກືອບ 3 ເຮັກຕາ ຖືວ່າເປັນການເນລະມິດຮ້ານໃໝ່ທີ່ແຕກຕ່າງຈາກບ່ອນອື່ນ ເພື່ອໃຫ້ແຂກໄດ້ເຕັມອີ່ມກັບບັນຍາກາດພາຍໃຕ້ແສງສີສຽງໃນຍາມຄໍ່າຄືນ.