ຫົວເຫວີຍ ກຽມເປີດຕົວ Matebook D15 ວັນທີ 6 ກຸມພານີ້

112

ຫົວເວີຍ ກຽມເປີດຕົວ MateBook D15 ໂນ໊ດບຸກຮູບແບບສວຍງາມທີ່ເຕັມໄປດ້ວຍລະບົບໄອທີທີ່ທັນສະໄໝ ທີ່ຈະຍົກລະດັບປະສົບການການເຮັດວຽກຂອງຜູ້ໃຊ້ໃຫ້ສະດວກຍິ່ງຂຶ້ນກວ່າເກົ່າ ພ້ອມຕອບໂຈດຄວາມຕ້ອງການໃນທຸກມິຕິ ໂດຍໂນ໊ດບຸກລຸ້ນດັ່ງກ່າວຈະເປີດຕົວ ພ້ອມກັບອຸປະກອນອື່ນໆທັງແທັບເລັດ HUAWEI MediaPad M6 ແລະ ສະມາດໂຟນ HUAWEI Y7p ໃນວັນທີ 6 ກຸມພານີ້.

ຫົວເຫວີຍ MateBook D15 ມາພ້ອມຮູບລັກສະນະພາຍນອກທີ່ສວຍງາມທີ່ຜະລິດດ້ວຍວັດສະດຸໂລຫະ ມາພ້ອມກັບຄວາມບາງ, ເບົາ ເໝາະກັບການພົກພາ. ເນັ້ນເຈາະກຸ່ມເປົ້າໝາຍຄົນຮຸ່ນໃໝ່ທີ່ຫາປະສົບການການເຮັດວຽກໃນບັນຍາກາດທີ່ຕ່າງໄປໃນທຸກໆວັນ ແຕ່ຍັງຄົງປະສິດທິພາບ.

ສາມາດເຂົ້າເຖິງການເຮັດວຽກໄດ້ຢ່າງເຕັມທີ່ສະດວກ, ວ່ອງໄວ ແລະ ປອດໄພ ແລະ ຍັງໂດດເດັ່ນກວ່າດ້ວຍໜ້າຈໍບໍ່ມີຂອບແບບ Full – View Display ມອບປະສົບການພາບທີ່ເຕັມຕາດ້ວຍຂະໜາດຈໍ 15 ນິ້ວ ພ້ອມເຕັກໂນໂລຊີທີ່ອຳນວຍຕໍ່ການເຮັດວຽກລະຫວ່າງອຸປະກອນຕ່າງໆ ພ້ອມຟີເຈີໃນການເປີດ – ປິດ ແລະ ປົດລັອກເຄື່ອງໄດ້ຢ່າງວ່ອງໄວພຽງປາຍນິ້ວສຳຜັດ.

ກຽມພົບກັບອຸປະກອນທີ່ມອບປະສົບການຄວາມບັນເທີງແບບຈັດເຕັມໃນລາຄາສຸດກຸ້ມຄ່າ ພ້ອມສີສັນໃໝ່ໆທີ່ຈະມາພ້ອມຂຸມພະລັງທີ່ຈະເຊື່ອມຜະລິດຕະພັນຂອງຫົວເຫວີຍ ໃຫ້ເຮັດວຽກປະສົມປະສານກັນໄດ້ຢ່າງສະດວກວ່ອງໄວ.

[ ໂດຍ: ສົມລົດ ]

( ທີ່ມາ: sanook.com/hitech )