ຊາວໜຸ່ມກະຊວງ ກວຕ ມອບເຄື່ອງໃຫ້ກອງບັນຊາການ ປກສ – ປກຊ ເມືອງສັງທອງ

143

ໃນວັນທີ 29 ມັງກອນ 2020 ຜ່ານມາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ຄຊປປລ ກວຕ ) ນຳໂດຍ ທ່ານ ພຸດທະສັກ ວິຈິດ ຕຣາ ເລຂາ ຄຊປປລ ກວຕ ພ້ອມດ້ວຍຄະນະ ໄດ້ເດີນທາງໄປອວຍພອນ ແລະ ມອບເຄື່ອງໃຫ້ແກ່ກອງບັນຊາການ ປກສ – ປກຊ ເມືອງສັງທອງ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະ.

ເຄື່ອງທີ່ນຳໄປມອບປະກອບມີ: ຊຸດດອກໄຟທີ່ນຳໃຊ້ພະລັງງານແສງຕາເວັນຂະໜາດ 50 ວັດ ຈຳນວນ 10 ຊຸດ, ຕູ້ເຢັນ 2 ໜ່ວຍ ແລະ ອຸປະກອນເຄື່ອງຫຼິ້ນກີລາຈຳນວນໜຶ່ງ ລວມມູນຄ່າທັງໝົດ 8 ລ້ານກີບ ໂດຍຕາງໜ້າຮັບແມ່ນ ທ່ານ ພັນໂທ ສີວິໄລ ພູມນະວົງ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ແລະ ພັນໂທ ບົວລອຍ ໄຊຈະເລີນສຸກ ຫົວໜ້າການທະຫານເມືອງສັງທອງ ໂດຍມີ ທ່ານ ດາວເພັດ ອາລຸນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.