ເຮັດແຍມກີວີດ້ວຍຕົນເອງຊ່ວຍເສີມສ້າງສານຕ້ານອະນຸມູນອິດສະຫຼະ

111

ກີວີຈະມີສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍຊະລໍໄວ ແລະ ຫຼຸດຮ່ອງຮອຍກ່ອນໄວອັນຄວນ ເພາະມີວິຕາມິນຊີສູງ ຈຶ່ງຊ່ວຍເສີມສ້າງຄໍລາເຈນ, ຊ່ວຍເຮັດໃຫ້ໂຄງສ້າງຜິວໃຫ້ມີຄວາມແຂງແຮງ, ຊ່ວຍບຳລຸງຜິວພັນໃຫ້ສົດໃສ, ຊ່ວຍແກ້ບັນຫາຜິວກ່ຳດຳ, ຊ່ວຍຄວບຄຸມນ້ຳໜັກ ເນື່ອງຈາກເປັນໝາກໄມ້ທີ່ຊ່ວຍໃຫ້ອີ່ມໄວ ແລະ ຢູ່ທ້ອງ. ປະກອບດ້ວຍໂອເມກ້າ 3 ທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້ ເພື່ອຊ່ວຍປ້ອງກັນການເສື່ອມສະພາບຂອງເຊລໃນຮ່າງກາຍ, ຊ່ວຍເພີ່ມການໄຫຼວຽນຂອງເລືອດໃຫ້ດີຂຶ້ນ ແລະ ຊ່ວຍໃຫ້ຫຼັບສະບາຍ.

ສ່ວນປະສົມ:

1 ໝາກກີວີ 10 ໜ່ວຍ.

2 ສະຕໍເບີຣີ 10 ໜ່ວຍ.

3 ໝາກນາວ 1 ໜ່ວຍ.

4 ຂີງສັບ 1 ບ່ວງແກງ.

5 ນ້ຳເຜິ້ງ 3 ບ່ວງແກງ.

6 ນ້ຳຕານ 1/2 ຖ້ວຍນ້ອຍ.

ວິທີເຮັດ:

ປອກເປືອກກີວີແລ້ວຊອຍນ້ອຍໆ ແລະ ສະຕໍເບີຣີກໍເຊັ່ນກັນ ແລ້ວນຳໄປໃສ່ຊາມ. ຈາກນັ້ນ, ເພີ່ມຄວາມຫອມດ້ວຍການບີບນ້ຳໝາກນາວພ້ອມຂີງ, ນ້ຳເຜິ້ງ ແລະ ນ້ຳຕານແລ້ວຄົນທຸກຢ່າງໃຫ້ເຂົ້າກັນດີ ເມື່ອຮຽບຮ້ອຍແລ້ວກໍໃຊ້ແນວຖະໜອມອາຫານປິດໄວ້ ແລະ ນຳໄປແຊ່ໃນຕູ້ເຢັນຄືນໜຶ່ງ.

ຫຼັງຈາກນັ້ນ, ກໍຖອກລົງໃສ່ໝໍ້ນຳໄປຄ້າງໄຟແຮງຂ້ຽວປະມານ 6 ນາທີ ຫຼື ຖ້າຈະໃສ່ເນື້ອໝາກໄມ້ເພີ່ມຕື່ມກໍສາມາດໃສ່ໃນນາທີທີ່ 4 ກ່ອນຈະໝົດເວລາ ເມື່ອຮຽບຮ້ອຍກໍປະໄວ້ໃຫ້ເຢັນນໍາມາໃສ່ປ໋ອງແກ້ວ ແລະ ເກັບໄວ້ຕູ້ເຢັນສາມາດເກັບໄວ້ໄດ້ 2 – 3 ອາທິດ.

ສິ່ງທີ່ຄວນຮູ້: ຄວນລ້າງຂ້າເຊື້ອປ໋ອງແກ້ວ ຫຼື ພາຊະນະທີ່ຈະໃສ່ໃຫ້ສະອາດດ້ວຍການຕົ້ມດ້ວຍນ້ຳຮ້ອນ ເພາະພາຊະນະທີ່ໃຊ້ສະອາດເທົ່າໃດຍິ່ງສາມາດເພີ່ມອາຍຸຂອງແຍມໄດ້ດົນຂຶ້ນ.

( ຂໍ້ມູນຈາກ: cooking.kapook.com )

[ ຮຽບຮຽງ: ນຸ້ມນິ້ມ ]