ລັດຖະມົນຕີ ເນັ້ນການຄ້ານະຄອນຫຼວງເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ

95

ປີ 2019 ຂະແໜງອຸດສາຫະກຳ ແລະ ການຄ້າ ສາມາດອອກໃບອະນຸຍາດດໍາເນີນກິດຈະການໃໝ່ ທັງໝົດ 281 ໂຮງງານ, ມີທຶນທັງໝົດ 118 ຕື້ກວ່າກີບ ເຮັດໃຫ້ປັດຈຸບັນທົ່ວນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທັງໝົດ 3.139 ແຫ່ງ, ທຶນຈົດທະບຽນທັງໝົດ 4.608 ຕື້ກວ່າກີບ, ມີຕະຫຼາດທັງໝົດ 101 ແຫ່ງ.ຢ່າງໃດກໍຕາມລັດຖະມົນຕີກະຊວງການຄ້າ ໄດ້ເນັ້ນໜັກໃຫ້ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ເອົາໃຈໃສ່ຕິດຕາມສະພາບການຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມດຸນດ່ຽງ.

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ວຽງຈັນ ( ອຄ.ນວ ) ໄດ້ຈັດກອງປະຊຸມຂຶ້ນໃນວັນທີ 29 ມັງກອນ 2020 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ວັນນະນີ ພິມມະສາ ຮອງຫົວໜ້າພະແນກ ອຄ.ນວ ພ້ອມດ້ວຍພະນັກງານຂະແໜງການອຄ ເຂົ້າຮ່ວມ.

ທ່ານ ນາງ ວັນມະນີ ພິມມະສານ ໄດ້ສະຫຼຸບວຽກງານຂະແໜງ ອຄ.ນວ ໃຫ້ຮູ້ວ່າ: ປີ 2019 ອອກໃບອະນຸຍາດດໍາເນີນກິດຈະການໃໝ່ ທັງໝົດ 281 ໂຮງງານ, ມີທຶນທັງໝົດ 118 ຕື້ກວ່າກີບ, ມີແຮງງານທັງໝົດ 1.020 ຄົນ ເປັນຍິງ 591 ຄົນ, ມີກໍາລັງເຄື່ອງຈັກ ຈໍານວນ 3.567,06 ແຮງມ້າ ( HP ), ຄຽງຄູ່ກັນນັ້ນໃນປີ 2019 ມີໂຮງງານຢຸດເຊົາກິດຈະການ ຈໍານວນ 170 ໂຮງງານ ທຶນທັງໝົດ 151 ຕື້ກວ່າກີບ.

ມາຮອດທ້າຍປີ 2019 ສະຕິຖິໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ໃນນະຄອນຫຼວງວຽງຈັນ ມີທັງໝົດ 3.139 ແຫ່ງ ມີທຶນທັງໝົດ 4.608 ຕື້ ກວ່າກີບ, ມີຈໍານວນແຮງງານທັງໝົດ 53.374 ຄົນ ເປັນຍິງ 31.649 ຄົນ ມີກໍາລັງເຄື່ອງຈັກ 171.986 ແຮງມ້າ ທຽບໃສ່ປີ 2018 ຈໍານວນ 3.028 ໂຮງງານ ເຫັນວ່າເພີ່ມຂຶ້ນ 111 ໂຮງງານ ເທົ່າກັບ 3,66% ຕົວເລກການຜະລິດຂອງໂຮງງານອຸດສາຫະກໍາປຸງແຕ່ງ ມີມູນຄ່າ 5.991 ຕື້ກີບ ສົມທຽບໃສ່ປີຜ່ານມາ ມີມູນຄ່າ 5.312 ຕື້ກີບ ເຫັນວ່າເພີ່ມຂຶ້ນ 12,78% ຜະລິດຕະພັນອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາຢ່າງຕໍ່າບໍ່ໃຫ້ຫຼຸດ 12,5% ເຫັນວ່າເພີ່ມຂຶ້ນ 0,28%.

ພ້ອມດຽວກັນກໍຕັ້ງໜ້າພັດທະນານິຄົມອຸດສາຫະກຳນະຄອນຫຼວງວຽງຈັນ ໃຫ້ກາຍເປັນເຂດນິຄົມອຸດສາຫະກຳສີຂຽວ, ເປັນມິດຕໍ່ສິ່ງແວດລ້ອມຕາມແຜນຜັງທີ່ຮັບຮອງໄວ້ ໂດຍສະເພາະດຶງດູດນັກລົງທຶນເຂົ້າເຂດ UA ເຂດໂຮງງານອຸດສາຫະກຳປະເພດ 1.

ທ່ານກ່າວວ່າ: ສໍາລັບວຽກງານການຄ້າພາຍໃນ ມາຮອດປັດຈຸບັນ ມີ 5 ຕະຫຼາດ ທີ່ໄດ້ຮັບການຢັ້ງຢືນເປັນຕະຫຼາດມາດຕະຖານ ເຊິ່ງປັດຈຸບັນທົ່ວນະຄອນຫຼວງວຽງຈັນ ມີຕະຫຼາດປະສົມທົ່ວໄປ 101 ແຫ່ງ. ໃນນັ້ນ, ຕະຫຼາດໃຫຍ່ ມີ 8 ແຫ່ງ, ຕະຫຼາດກາງ ມີ 25 ແຫ່ງ, ຕະຫຼາດນ້ອຍ 67 ແຫ່ງ, ຕະຫຼາດນັດ 1 ແຫ່ງ ແລະ ສູນການຄ້າ ມີ 17 ແຫ່ງ ເປີດແລ້ວ 14 ແຫ່ງ, ຕົວເລກຈໍລະຈອນປີ 2019 ມີ 24.142 ຕື້ກີບ, ທຽບໃສ່ປີ 2018 ມີ 21.750 ຕື້ກີບ ເຫັນວ່າເພີ່ມຂຶ້ນ 11%, ທົ່ວນະຄອນຫຼວງວຽງຈັນ ມີປໍ້ານໍ້າມັນ 265 ແຫ່ງ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດວຽກງານຂອງຂະແໜງການຄ້າໃນປີຜ່ານມາ, ຄຽງຄູ່ກັບຜົນສໍາເລັດ ແລະ ດ້ານຕັ້ງໜ້າຂະແໜງ ອຄ.ນວ ຍັງມີຂໍ້ຄົງຄ້າງ ແລະ ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານທົ່ວຂະແໜງ ອຄ, ພັດທະນາຄວາມຮູ້ດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ ແລະ ບາງຄາດໝາຍທີ່ບໍ່ສາມາດປະຕິບັດໄດ້, ການຄຸ້ມຄອງຕິດຕາມກວດກາບໍ່ລຽນຕິດ, ເຮັດໃຫ້ຍັງມີສະພາບຂາຍເຄື່ອງຊະຊາຍໃນຂົງເຂດການຄ້າ, ການຈັດສັນຕະຫຼາດ, ໂຮງງານເກີດມີບັນຫາສະພາບແວດລ້ອມສົ່ງຜົນກະທົບຕໍ່ຜູ້ຢູ່ໃກ້ຄຽງ ແລະ ອື່ນໆ.

ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ປະສານງານກັນພາຍໃນຢ່າງກົມກຽວ, ປະສານງານກັນລະຫວ່າງສາຍຕັ້ງສາຍຂວາງ, ເອົາໃຈໃສ່ຕິດຕາມລາຄາສິນຄ້າ, ຮັບປະກັນສະໜອງສິນຄ້າຕາມຄວາມຕ້ອງການຂອງຕະຫຼາດໃຫ້ມີ ຄວາມດຸນດ່ຽງ.

ໃນທີ່ປະຊຸມຍັງໄດ້ມີການແລກປ່ຽນຄໍາຄິດເຫັນລະຫວ່າງເຈົ້າໜ້າທີ່ຂະແໜງການຄ້າ, ບັນດາກົມກອງອ້ອມຂ້າງກະຊວງ ເປັນຕົ້ນແມ່ນວຽກງານກວດກາການຄ້າ, ວຽກງານສົ່ງເສີມ ເອັສເອັມອີ, ສົ່ງເສີມການຄ້າ, ຂະແໜງອຸດສາຫະກຳ, ການອອກທະບຽນວິສາຫະກິດ, ການນໍາເຂົ້າ – ສົ່ງອອກສິນຄ້າ ເພື່ອພ້ອມກັນພັດທະນາວຽກງານການຄ້າໃຫ້ມີຄວາມຄ່ອງຕົວ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ.