ປີຜ່ານມາສາມາດສະໜອງແຮງງານສູ່ຕະຫຼາດ ໄດ້ກວ່າ 60 ພັນຄົນ

145

ປີ 2019 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະສານສົມທົບກັບບັນດາຂະແໜງການຂອງລັດ ແລະ ເອກະຊົນໃນການຝຶກ ແລະ ພັດທະນາສີມືແຮງງານໃຫ້ແກ່ແຮງງານລາວ ໄດ້ທັງໝົດ 75.769 ຄົນ ເຮັດໃຫ້ສາມາດສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດຈໍານວນ 61.377 ຄົນ. ຄຽງຄູ່ກັນນັ້ນ, ກໍໄດ້ອອກບັດໃໝ່ໃຫ້ແຮງງານຕ່າງປະເທດ 15.004 ຄົນ.

ທ່ານ ຢ່າງກູ້ ຢ່າງລືໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວຕໍ່ກອງປະຊຸມວິຊາການແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2019 ໃນວັນທີ 27 ມັງກອນຜ່ານມາວ່າ: ໃນປີ 2019 ຜ່ານມາ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ ເປັນຕົ້ນແມ່ນການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳ, ການຄຸ້ມຄອງແຮງງານ, ອັດຕາການຂະຫຍາຍປະກັນສັງຄົມ, ນະໂຍບາຍສະແດງຄວາມກະຕັນຍູຕໍ່ຜູ້ມີຜົນງານ, ວຽກສັງຄົມສົງເຄາະ ແລະ ໄພພິບັດ, ວຽກເກັບກູ້ລະເບີດຕົກຄ້າງບໍ່ທັນແຕກ ແລະ ວຽກງານກາແດງ.

ປະສານສົມທົບກັບບັນດາຂະແໜງການຂອງລັດ ແລະ ເອກະຊົນໃນການຝຶກ ແລະ ພັດທະນາສີມືແຮງງານໃຫ້ແກ່ແຮງງານລາວ ໄດ້ທັງໝົດ 75.769 ຄົນ ຍິງ 33.709 ຄົນ ເທົ່າກັບ 48,83% ຂອງແຜນການປີ ( 155.183 ຄົນ ). ໃນ ນີ້, ຂະແໜງກະສິກໍາ 19.063 ຄົນ ຍິງ 8.309 ຄົນ; ອຸດສາຫະກໍາ 19.332 ຄົນ ຍິງ 4.609 ຄົນ ແລະ ຂະແໜງບໍລິການ 37.370 ຄົນ ຍິງ 20.791 ຄົນ.

ໄດ້ເອົາໃຈໃສ່ປະສານສົມທົບກັບບັນດາບໍລິສັດຈັດຫາງານ ແລະ ຫົວໜ່ວຍແຮງງານຕ່າງໆ ເພື່ອສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ ຈໍານວນ 61.377 ຄົນ ຍິງ 29.991 ຄົນ ເທົ່າກັບ 51,58% ຂອງແຜນການປີ.

ທ່ານໃຫ້ຮູ້ຕື່ມວ່າ: ປີຜ່ານມາໄດ້ຂຶ້ນທະບຽນອອກບັດໃໝ່ໃຫ້ແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ 15.004 ຄົນ ຍິງ 2.501 ຄົນ. ໃນນີ້ຂະແໜງກະສິກຳ 7.456 ຄົນ ຍິງ 817 ຄົນ; ອຸດສາຫະກໍາ 3.751 ຄົນ ຍິງ 997 ຄົນ ແລະ ບໍລິການ 3.797 ຄົນ ຍິງ 687 ຄົນ; ຕໍ່ບັດອະນຸຍາດອອກແຮງງານໃຫ້ແຮງງານຕ່າງປະເທດໃນຂອບເຂດທົ່ວປະເທດ ທີ່ຖືກຕ້ອງຕາມກົດໝາຍ ຈໍານວນ 7.153 ຄົນ ຍິງ 1.304 ຄົນ. ໃນນີ້ຂະແໜງກະສິກໍາ 4.198 ຄົນ ຍິງ 609 ຄົນ; ອຸດສາຫະກໍາ 1.505 ຄົນ ຍິງ 370 ຄົນ ແລະ ບໍລິການ 1.450 ຄົນ ຍິງ 325 ຄົນ.

ສັງລວມແລ້ວໃນໄລຍະໜຶ່ງປີຜ່ານມາມີແຮງງານຕ່າງປະເທດທີ່ເຂົ້າມາອອກແຮງງານຖືກຕ້ອງຕາມກົດໝາຍວ່າດ້ວຍແຮງງານ ຢູ່ ສປປລາວ ລວມທັງໝົດ 22.157 ຄົນ ຍິງ 3.805 ຄົນ.