ກະຊວງການຕ່າງປະເທດແຈ້ງຄົນລາວ ເພີ່ມຄວາມລະມັດລະວັງໄວຣັສໂຄໂຣນາ

194

ຕົວເລກຜູ້ຕິດເຊື້ອພະຍາດປອດອັກເສບສາຍພັນໃໝ່ຈາກເຊື້ອຈຸລະໂລກໂຄໂຣນາ ນັບມາຮອດວັນທີ 28 ມັງກອນຜ່ານມາ ຢູ່ ສປ ຈີນ ທະລຸ 5.974 ຄົນ ແລະ ເສຍຊີວິດ 132 ຄົນ, ດ້ານກະຊວງການຕ່າງປະເທດ ສປປ ລາວ ໄດ້ຖະແຫຼງຂ່າວແຈ້ງໃຫ້ຄົນລາວທີ່ຢູ່ຕ່າງປະເທດໃຫ້ເພີ່ມຄວາມລະມັດລະວັງ ເພື່ອບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ ຫາກຕ້ອງການ ຄວາມຊ່ວຍເຫຼືອໃຫ້ຕິດຕໍ່ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ.

ໃນວັນທີ 28 ມັງກອນ 2020 ກະຊວງການຕ່າງປະເທດ ໄດ້ຈັດພິທີຖະແຫຼງຂ່າວຂຶ້ນທີ່ກະຊວງການຕ່າງປະເທດໂດຍຂຶ້ນຖະແຫຼງຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອຮຽກຮ້ອງໃຫ້ພົນລະເມືອງລາວທີ່ຢູ່ຕ່າງປະເທດ ເພີ່ມຄວາມລະມັດລະວັງ ແລະ ຟັງຄໍາເຕືອນ, ຄຳແນະນໍາຂອງບັນດາປະເທດກ່ຽວຂ້ອງ ພ້ອມທັງພົວພັນຕິດຕໍ່ບັນດາພາກສ່ວນກ່ຽວຂ້ອງທີ່ປະຈຳຢູ່ປະເທດນັ້ນ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ຈາກເຊື້ອຈຸລະໂລກໂຄໂຣນາ ໄດ້ສ້າງ ຄວາມວິຕົກກັງວົນຕໍ່ປະຊາຊົນຫຼາຍປະເທດ ລວມທັງ ສປປ ລາວ ໂດຍຕາມການຕິດຕາມຂອງກະຊວງການຕ່າງປະເທດ ປັດຈຸບັນມີຄົນລາວທີ່ຢູ່ຕ່າງປະເທດທັງໝົດ ປະມານ 3 ແສນຄົນ. ສະນັ້ນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໄດ້ຕິດຕາມສະພາບການລະບາດຢ່າງໃກ້ຊິດ ແລະ ໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ມີການລະບາດ ເພື່ອອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວທີ່ກຳລັງດຳລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດທີ່ມີການລະບາດ ພ້ອມທັງລາຍງານສະພາບການຢ່າງເປັນປະຈຳ.

ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນ – ຂ່າວສານກັບບັນດາປະເທດພາກພື້ນ ກໍຄືສາກົນ ແລະ ອົງການອະນາໄມໂລກຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດ ແລະ ຍາດແຍ່ງການຊ່ວຍເຫຼືອ ໂດຍສະເພາະແມ່ນຄະນະຜູ້ຊ່ຽວຊານດ້ານການແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ ແລະ ວັກແຊັງປ້ອງກັນໃນກໍລະນີທີ່ມີການລະບາດໃຫຍ່.

ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄົນລາວທຸກຄົນທີ່ຢູ່ຕ່າງປະເທດ ເພີ່ມຄວາມລະມັດລະວັງ, ຕິດຕາມສະພາບການລະບາດຂອງພະຍາດຢ່າງໃກ້ຊິດ ແລະ ຟັງຄຳແນະນຳ ຄຳເຕືອນຂອງບັນດາປະເທດທີ່ກ່ຽວຂ້ອງ, ສະເພາະນັກສຶກສາທີ່ພວມສຶກສາຢູ່ ສປ ຈີນ ທີ່ເປັນແຫຼ່ງແຜ່ພັນຂອງພະຍາດປອດອັກເສບ ໃຫ້ເອົາໃຈໃສ່ທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອ.

ພ້ອມດຽວກັນນັ້ນ, ໃຫ້ທຸກຄົນທີ່ກຳລັງຢູ່ຕ່າງປະເທດຕິດຕາມສະພາບການລະບາດພະຍາດດັ່ງກ່າວຢ່າງເປັນປົກກະຕິ ຜ່ານແຫຼ່ງຂໍ້ມູນທາງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ. ຖ້າຄົນລາວຢູ່ຕ່າງປະເທດຕ້ອງການຄວາມຊ່ວຍເຫຼືອໃຫ້ຕິດຕໍ່ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ຫຼື ກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ກ່າວ.

ອີງຕາມການລາຍງານຂອງສຳນັກຂ່າວ ຊິນຮວາ ລາຍງານເມື່ອວັນທີ 29 ມັງກອນ 2020 ໃຫ້ຮູ້ວ່າ: ຕົວເລກຜູ້ເສຍຊີວິດຈາກພະຍາດປອດອັກເສບສາຍພັນໃໝ່ໃນຈີນ ຮອດວັນທີ 28 ມັງກອນ ເພີ່ມຂຶ້ນເປັນ 132 ຄົນແລ້ວ, ສ່ວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 5.974 ຄົນ.