ໄດມ່ອນ ເປີດປີ 2020 ໄດ້ໂດດເດັ່ນຄວ້າຮອງແຊ້ມຮຸ່ນ 12 ປີລາຍການທີ່ປະເທດໄທ

90

ທ້າວ ໄດມ່ອນ ບຸນທະລາ ນັກກິລາເທັນນິສໍຊາຍມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ເປີດປີ 2020 ດ້ວຍຜົນງານໂດດເດັ່ນລົງແຂ່ງຮຸ່ນ 12 ປີສາມາດຄວ້າຮອງແຊັມໄປຄອງ ໃນລາຍການ ກະແສເທັນນິສແຄ້ມ ຈູເນ່ຍ ຊາເລັ້ນ 2020 ຄັ້ງທີ 1 ທີ່ສະໜາມ FBT ປິລາມິດລາດກະບັງ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 25-26 ມັງກອນ 2020.

ສໍາລັບ ທ້າວ ໄດມ່ອນ ບຸນທະລາ ນັກກິລາເທັນນິສໍຊາຍມື 1 ເຍົາວະຊົນລາວ ຮຸ່ນອາຍຸ 10 ປີ ສ້າງຜົນງານໂດດເດັ່ນ ແລະ ແຈ້ງເກີດໃນປີ 2019 ດ້ວຍການຄວ້າແຊ້ມ ໃນຮຸ່ນອາຍຸ 10 ປີ ແລະ ຄວ້າອັນດັບທີ 3 ຮຸ່ນອາຍຸ 12 ປີ ໃນລາຍການ Greta Tennis Kids Cup 2019 ເມື່ອເດືອນຕຸລາ ທີ່ແຂວງພັດທະຍາ ປະເທດໄທ ແລະ ຄວ້າແຊ້ມຮຸ່ນ 10 ປີ ລາຍການ ເທັນນິສ ພີທີທີ-ລອນເທັນນິສ ພັດທະນາສີມື ຮອບມາສເຕີ ປະຈຳປີ 2019 ສົ່ງທ້າຍປີ.

ຂະນະທີ່ ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິສ ນະຄອນຫຼວງວຽງຈັນ ທັງເປັນຜູ້ປົກຄອງຂອງ ໄດມ່ອນ ລາຍງານໃຫ້ຊາບວ່າ: ເພື່ອໃຫ້ ໄດມ່ອນ ໄດ້ພັດທະນາສີມືໄປເລື້ອຍໆ ຈິ່ງວາງແຜນເຂົ້າຮ່ວມແຂ່ງຂັນລາຍການ ພີທີທີ ລອນເທັນນິສພັດທະນາສີມື ຄັ້ງທີ 1 ພາກອີ່ສານ ໃນລະຫວ່າງວັນທີ 8-10 ກຸມພາ 2020 ທີ່ສະໜາມເທັນນິສຄ່າຍສຸຣະນາຣີ ຈັງຫວັດນະຄອນຣາຊະສີມາ ປະເທດໄທ.
ຂ່າວ: ຄໍາສອນ; ຮູບຈາກ: ​Touymotor Bounthala