ໜັງສືລາວໄດ້ຮັບການພັດທະນາເປັນລຳດັບ - Laoedaily

ໜັງສືລາວໄດ້ຮັບການພັດທະນາເປັນລຳດັບ

ໜັງສືລາວ ຫຼື ອັກສອນລາວ ໄດ້ຮັບການພັດທະນາມາເປັນລຳດັບ, ເລີ່ມຕັ້ງແຕ່ເກີດມີໂຕໜັງສືລາວ ຫຼື ອັກສອນລາວຂຶ້ນມາໃຊ້ເພື່ອຂີດຂຽນ ແລະ ແທນທູນດ້ວຍພາສາເວົ້າ, ທັງຕອບສະໜອງໃນການເຮັດກົດໝາຍ ແລະ ນິຕິກຳຕ່າງໆ.

ໜັງສືລາວໄດ້ເຄົ້າມາຈາກອັກສອນສັນສະກຣິດ ເພາະກ່ອນ ພ.ສ 400 ຫຼື ກ່ອນ ຄ.ສ 943 ປີ ຊົນຊາດລາວໄຕ ( ໄທ ) ຕັ້ງຖິ່ນຖານຢູ່ດິນແດນປະເທດຈີນພາກຕາເວັນຕົກ ມີມົນທົນເສສວນ ແລະ ແຂວງຢູນນານດຽວນີ້ ( ຄາວນັ້ນບໍ່ແມ່ນດິນຈີນ ) ສະໄໝນັ້ນຄົນລາວຕິດຕໍ່ໄປ – ມາຄ້າຂາຍກັບປະເທດອິນເດຍທາງພາກເໜືອແລ້ວ, ແຕ່ເມື່ອຕໍ່ມາຮອດ ພ.ສ 613 ຄ.ສ 70 ປະຊາຊົນລາວ ຫຼື ຊາວເມືອງງາຍລາວ ທີ່ເປັນອານາຈັກຝ່າຍໃຕ້ທີ່ມີ ຂຸນຫຼວງລີເມົາ ເປັນປະມຸກ ( ອານາຈັກຝ່າຍເໜືອແມ່ນນະຄອນເພງາຍ ) ເພິ່ນໄດ້ຮັບເອົາສາສະໜາພຸດລັດທິມະຫາຍານເຂົ້າມາໃຫ້ປະຊາຊົນຄົນລາວໄດ້ນັບຖື ພ້ອມຄຳພີພະໄຕປີດົກທີ່ຈາລຶກອັກສອນສັນສະກຣິດເປັນຄັ້ງທຳອິດ.

ເມື່ອຄຳພີພະໄຕປີດົກເປັນພາສາສັນສະກຣິດ ກໍເຮັດໃຫ້ປະຊາຊົນຄົນລາວຮຽນຍາກ, ຈາກນັ້ນມານັກປາດອາຈານທີ່ເປັນຄົນລາວ ( ໄຕລາວ ) ຈຶ່ງມີແນວຄິດດັດແປງ ຫຼື ຫັນປ່ຽນພາສາສັນສະກຣິດມາເປັນອັກສອນລາວ ຫຼື ໜັງສືລາວ ແລ້ວກໍເຮັດໃຫ້ຄົນລາວຮຽນງ່າຍຂຶ້ນ. ການປະດິດໂຕອັກສອນລາວນັ້ນເພິ່ນກໍອີງໃສ່ໂຕອັກສອນສັນສະກຣິດເປັນຫຼັກ. ດັ່ງນັ້ນ, ຕໍ່ມາອີກໃນລະຫວ່າງ ພ.ສ 670 ຄ.ສ 127 ມີຈົດໝາຍເຫດຂອງຈີນ ໄດ້ກ່າວເຖິງປະເພນີລາວຊາວເມືອງໜອງແສຢູ່ແຂວງຢູນນານ ເວົ້າໄວ້ບ່ອນໜຶ່ງວ່າ: “ ເວລານ່ານເຈົ້າອັອງ ( ກະສັດຢູ່ນານ ) ສະເດັດອອກລາຊະການຫັນໜ້າໄປທາງຕາເວັນອອກ, ເມື່ອຂ້າລາຊະການເຂົ້າເຝົ້າທູນຂໍລາຊະການ ເພິ່ນໃຫ້ຂຽນໜັງສືແທນທູນດ້ວຍປາກ ” ຕາມຂໍ້ ຄວາມນີ້ສະແດງວ່າລາວເຮົາມີໜັງສືໃຊ້ມາແລ້ວແຕ່ປີ ພ.ສ 670 ຄ.ສ 127 ແລະ ກໍເປັນໜັງສືລາວ ແລະ ມີລັກສະນະຄ້າຍຄືໜັງສືສັນສະກຣິດຂອງອິນເດຍບູຮານຄາວລາຊະວົງປັນລະວະ, ດຽວນີ້ໂຕໜັງສືສັນສະກຣິດຫຼາຍໂຕກໍມີລັກສະນະຄ້າຍຄືອັກສອນ ລາວ, ວາດຂຽນໜັງສືລາວແຕ່ບູຮານທີ່ໃຊ້ຕົວຫ້ອຍເຟື້ອງກໍຄືກັບວາດຂຽນສັນສະກຣິດ.

ຕໍ່ມາລະຫວ່າງ ພ.ສ 1300 ຄ.ສ 757 ຄົນຊາດລາວໄທ     ( ໄຕ ) ໄດ້ອົບພະຍົບລົງມາຢູ່ບັນດາປະເທດສຸວັນນະພູມ ( ອິນດູຈີນ ) ທາງພາກເໜືອ, ແຕ່ລາວຈຸໜຶ່ງໄດ້ລົງມາຢູ່ປົນກັບພວກຂອມແລ້ວແຕ່ສະໄໝ ຄ.ສ 50 ແລ້ວເຂົາເຈົ້າກໍຮັບເອົາວັດທະນະທຳຂອງຂອມຫຼາຍຢ່າງ ຈົນຕະຫຼອດຮອດພາສາ ແລະ ອັກສອນສາດດ້ວຍ.

ມາຮອດປີ ພ.ສ 1823 ຄ.ສ 1283 ຂຸນລາມຄຳແຫງ ເຈົ້າແຜ່ນດິນໃນເມືອງສຸກໂຂໄທ ຈຶ່ງໄດ້ຄິດປ່ຽນແປງຕົວອັກສອນໂດຍເອົາຕົວອັກສອນຂອມປະສົມກັບຕົວອັກສອນລາວເດີມທີ່ມີມາກ່ອນນັ້ນ, ແລ້ວປະດິດຂຶ້ນເປັນອັກສອນໄທ ແລະ ຮຽກຊື່ວ່າ “ ລາຍສືໄທ ” ແລ້ວກໍເປັນໂຕອັກສອນຂອງໄທໃນປັດຈຸບັນ.

ໂຕໜັງສືສັນສະກຣິດບໍ່ມີວັນນະຍຸດ ສະນັ້ນໂຕໜັງສືລາວທີ່ດັດແປງມາຄັ້ງທຳອິດຈຶ່ງບໍ່ມີວັນນະຍຸດ ( ໂຕໜັງສືລາວເດີມທີ່ຂຽນໃສ່ໃບລານກໍບໍ່ມີວັນນະຍຸດ ). ສະນັ້ນ, ເວລາອ່ານຈະຕ້ອງໄດ້ຟ້ອງສຽງໄປນຳ, ພ້ອມກັນນັ້ນໜັງສືລາວເດີມຍັງບໍ່ມີໂຕອັກສອນປະສົມແບບໂຕ ຫຼ, ໝ, ໜ, ຫຍ ແລະ ຫວ. ໂຕປະສົມດັ່ງກ່າວນີ້ເພິ່ນກໍໃຊ້ໂຕອັກສອນທຳມະດາແທນໃຫ້ ເຊັ່ນ: ຢາກຂຽນຄຳວ່າ “ ໝາຫຍຸຍ ” ເພິ່ນກໍຕ້ອງໄດ້ຂຽນ “ ມາຍຸຍ ” ແຕ່ກໍຕ້ອງຟ້ອງສຽງໃຫ້ເໝາະສົມຈຶ່ງຈະໄດ້ຄວາມ. ຈາກບັນຫາດັ່ງກ່າວນັ້ນມາໃນຊຸມປີ 1930 ເຈົ້າເພັດສະລາດ ຈຶ່ງໄດ້ຕັ້ງພຸດທະບັນດິດສະພາຈັນທະບູລີຂຶ້ນ ແລະ ກໍໄດ້ຕັ້ງຄະນະກຳມະການຂຶ້ນຊຸດໜຶ່ງ ເພື່ອພິຈາລະນາແກ້ໄຂດັດແປງພາສາລາວໃຫ້ສົມບູນຂຶ້ນ ເຊັ່ນ: ໃຫ້ມີວັນນະຍຸດເພື່ອຜັນສຽງໄປຕາມກາລະເທສະຂອງການອ່ານ ແລະ ໄດ້ປະກອບໃຫ້ມີໂຕອັກສອນປະສົມ ເຊັ່ນ: ຫຼ, ໝ, ໜ, ຫຽ ແລະ ຫວ. ຄະນະກຳມະການຫໍສະໝຸດພຸດທະບັນດິດສະພາ ຍັງໄດ້ຕື່ມຕົວອັກສອນຂຶ້ນ ແລ້ວຈັດພິມໄວຍາກອນລາວພາກອັກຂະຫຼະວິທີສຳເລັດໃນປີ 1935 ເພື່ອເປັນຫຼັກໃຫ້ໂຮງຮຽນພະປະລິຍັດຕິທຳໄດ້ອາໄສເປັນແບບ. ພຸດທະບັນດິດສະພາຈັນທະບູລີ ໄດ້ສິ້ນສຸດລົງໃນປີ 1948 ເມື່ອມີຄະນະກຳມະການອັກສອນສາດລາວຄະນະໜຶ່ງຕັ້ງຂຶ້ນໃນປີ 1948 ຄະນະນີ້ໄດ້ອອກຂໍ້ບັງຄັບໃຫ້ເປັນພະລາຊະອົງການ ເລກທີ 10 ບັນຍັດວ່າ: ພະຍັນຊະນະລາວມີແຕ່ 26 ໂຕ. ສະນັ້ນ, ຕ້ອງໄດ້ຕື່ມໂຕ “ ຣ ” ເຂົ້າອີກ ແລະ ບັນຍັດໃຫ້ຖືກກັບຫຼັກການຮຽນພາສາລາວຕາມສຳນຽງເວົ້າ ເຖິງແມ່ນຄຳເວົ້ານັ້ນຈະມາຈາກພາສາໃດກໍຕາມ ອັນພາໃຫ້ພາສາລາວຜິດແຜກຕ່າງໄປຈາກເຄົ້າມູນຂອງຄຳທີ່ໄດ້ມາຈາກພາສາຕ່າງປະເທດ.

ໜັງສືລາວ ຫຼື ອັກສອນລາວໄດ້ມີການພັດທະນາເພື່ອໃຫ້ເໝາະສົມກັບຍຸກສະໄໝ ແລະ ໃຊ້ໄດ້ດີ ໃນປັດຈຸບັນພາສາລາວຈຶ່ງຂ້ອນຂ້າງສົມບູນ, ແຕ່ໃນປັດຈຸບັນໜັງສືລາວກໍຍັງມີຈຸດບົກພ່ອງຢູ່ຫຼາຍຢ່າງແຕ່ຍັງບໍ່ໄດ້ຮັບການພັດທະນາ. ພາສາຖ້າບໍ່ໄດ້ຮັບການພັດທະນາແລ້ວ ພາສາກໍຈະຫຼ້າຫຼັງໄປເລື້ອຍໆ. ສະນັ້ນ, ການພັດທະນາຈຶ່ງມີຄວາມຈຳເປັນພາວະວິໄສ.

( ກະວິນເນ )

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ