9 ຕົວຊີ້ວັດຂອງນັກຮຽນ ແລະ 10 ຕົວຊີ້ວັດຂອງຄູ

192

ປຶ້ມການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ 2019 ລະບຸໃນໜ້າທີ 6 ຫົວຂໍ້ທີ່ວ່າ: “ ຕົວຊີ້ວັດຂອງການຈັດຂະບວນການຮຽນທີ່ເນັ້ນຜູ້ຮຽນເປັນໃຈກາງ ” ເຊິ່ງສູນພັດທະນາຄຸນນະພາບການຮຽນ – ການສອນ ສໍານັກງານຄະນະກໍາມະການໆສຶກສາແຫ່ງຊາດ ( 2541: 3 – 4 ) ໄດ້ພັດທະນາຕົວຊີ້ວັດການຈັດຂະບວນການຮຽນທີ່ຜູ້ຮຽນເປັນໃຈກາງ ໂດຍກໍານົດຕົວຊີ້ວັດການຮຽນຂອງຜູ້ຮຽນ ຈໍານວນ 9 ຂໍ້ ແລະ ຕົວຊີ້ວັດການສອນຂອງຄູ ຈຳນວນ 10 ຂໍ້.

ໃນຕົວຊີ້ວັດການຮຽນຂອງຜູ້ຮຽນ ຈໍານວນ 9 ຂໍ້ ປະກອບມີ:

1 ປະສົບການກົງສໍາພັນກັບທໍາມະຊາດ ແລະ ສິ່ງແວດລ້ອມ.

2 ຝຶກປະຕິບັດຈົນຄົ້ນພົບ ຄວາມຖະໜັດ, ວິທີການຂອງຕົນເອງ.

3 ເຮັດກິດຈະກໍາແລກປ່ຽນການຮຽນຈາກກຸ່ມ.

4 ຝຶກຄິດຢ່າງຫຼາກຫຼາຍ ແລະ ສ້າງສັນ, ຈິນຕະນາການຕະຫຼອດຈົນໄດ້ສະແດງອອກຢ່າງຊັດເຈນ, ມີເຫດຜົນ.

5 ໄດ້ຮັບການເສີມແຮງໃຫ້ຄົ້ນຫາຄໍາຕອບແກ້ບັນຫາດ້ວຍຕົວເອງ ແລະ ຮ່ວມດ້ວຍຊ່ວຍກັນ.

6 ໄດ້ຝຶກຄົ້ນຄວ້າລວບລວມຂໍ້ມູນ, ສ້າງຄວາມຮູ້ດ້ວຍຕົນເອງ.

7 ເລືອກເຮັດກິດຈະກໍາຕາມຄວາມສາມາດ, ຄວາມຖະໜັດ, ຄວາມສົນໃຈຂອງຕົນເອງຢ່າງມີຄວາມສຸກ.

8 ຝຶກຕົນເອງໃຫ້ມີວິໄນ, ຮັບຜິດຊອບໃນການເຮັດວຽກ.

9 ຝຶກປະເມີນ, ປັບຕົນເອງ ແລະ ຍອມຮັບຜູ້ອື່ນ ຕະຫຼອດຈົນສົນໃຈໃຝ່ຫາຄວາມຮູ້ຢ່າງຕໍ່ເນື່ອງ.

ສ່ວນຕົວຊີ້ວັດການສອນຂອງຄູ ຈຳນວນ 10 ຂໍ້ ປະກອບ ມີ:

1 ກຽມການສອນທັງດ້ານເນື້ອໃນ ແລະ ວິທີການ.

2 ຈັດສິ່ງແວດລ້ອມ, ບັນຍາກາດທີ່ຈູງໃຈ ແລະ ເສີມສ້າງໃຫ້ຜູ້ຮຽນເກີດການຮຽນ.

3 ເອົາໃຈໃສ່ຜູ້ຮຽນເປັນລາຍບຸກຄົນ, ສະແດງຄວາມເມດຕາຕໍ່ຜູ້ຮຽນຢ່າງທົ່ວເຖິງ.

4 ຈັດກິດຈະກໍາ, ສະຖານະການໃຫ້ຜູ້ຮຽນໄດ້ສະແດງອອກ, ຄິດຢ່າງສ້າງສັນ.

5 ສົ່ງເສີມໃຫ້ຜູ້ຮຽນຝຶກຄິດ, ຝຶກເຮັດ ແລະ ຝຶກປັບປຸງຕົນເອງ.

6 ສົ່ງເສີມກິດຈະກໍາແລກປ່ຽນຮໍ່າຮຽນຈາກກຸ່ມ, ພ້ອມທັງສັງເກດສ່ວນດີ, ປັບປຸງສ່ວນດ້ອຍຂອງຜູ້ຮຽນ.

7 ໃຊ້ສື່ການສອນເພື່ອຝຶກການຄິດການແກ້ບັນຫາ ແລະ ການຄົ້ນພົບຄວາມຮູ້.

8 ໃຊ້ແຫຼ່ງການຮຽນທີ່ຫຼາກຫຼາຍ.

9 ເຊື່ອມໂຍງປະສານສົມທົບກັບຊີວິດຕົວຈິງ.

10 ຝຶກຝົນກິລິຍາມາລະຍາດ, ວິໄນຕາມວັດທະນະທໍາ ແລະ ສັງເກດ, ປະເມີນພັດທະນາການຂອງຜູ້ຮຽນຢ່າງຕໍ່ເນື່ອງ.