ຄາດລາຄາອາຫານອັງກິດຈະແພງຫຼັງອອກຈາກອີຢູ

181

ຫົວໜ່ວຍທຸລະກິດຂອງອັງກິດສະແດງຄວາມກັງວົນວ່າການທີ່ອັງກິດບໍ່ປະຕິບັດຕາມກົດລະບຽບຂອງສະຫະພາບເອີຣົບຫຼືອີຢູຫຼັງແຍກອອກຈາກກັນຈະເຮັດໃຫ້ລາຄາອາຫານແພງຂຶ້ນ.

ທ່ານ ທິມ ໄຮຄຣອບ ປະທານສະຫະພັນອາຫານ ແລະ ເຄື່ອງດື່ມອັງກິດກ່າວວ່າ:ສິ່ງນີ້,ໝາຍຄວາມວ່າຫົວໜ່ວຍທຸລະກິດຈະຕ້ອງປັບຕົວເຂົ້າກັບຂະບວນການກວດກາສິນຄ້າຕາມຊາຍແດນທີ່ມີຄ່າໃຊ້ຈ່າຍສູງ ແລະ ຈະສົ່ງໃຫ້ມີການປັບຂຶ້ນລາຄາສິນຄ້າ.

ດ້ານທ່ານ ໄມ ຮອດ ປະທານສະມາຄົມຜູ້ຜະລິດອັງກິດກ່າວເນັ້ນຢໍ້າເຖິງຄວາມຈໍາເປັນໃນການຫຼີກເວັ້ນການຂຶ້ນພາສີ ແລະ ການຄ້າຫຼັງຈາກໄລຍະທີ່ອັງກິດອອກຈາກອີຢູ.ພ້ອມທັງລະບຸວ່າຫົວໜ່ວຍທຸລະກິດຈະມີຄ່າໃຊ້ຈ່າຍໃນການພັດທະນາທຸລະກິດເພີ່ມຂຶ້ນຈໍານວນຫຼາຍຕື້ປອນ,ນອກຈາກກວ່າອັງກິດ ແລະ ອີຢູຈະສາມາດບັນລຸຂໍ້ຕົກລົງທີ່ເປັນຜົນປະໂຫຍດທັງສອງຝ່າຍ.

ຂະນະທີ່ທ່ານ ຊາຈິດ ຈາວິດ ລັດຖະມົນຕີກະຊວງການເງິນອັງກິດກ່າວວ່າ:ກົດລະບຽບຂອງອັງກິດຈະບໍ່ສອດຄ່ອງກັບອີຢູຫຼັງຈາກໄລຍະແຍກອອກຈາກກັນ ແລະ ການປ່ຽນແປງທີ່ເກີດຂຶ້ນຈະກະທົບຫົວໜ່ວຍທຸລະກິດ.