ກຳນົດລາຄາທີ່ດິນເຂດບ້ານຫັດສະດີ ບໍ່ໃຫ້ເກີນ 6,8 ລ້ານກີບຕໍ່ຕາແມັດ

258

ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນເຫັນດີຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການປະເມີນຫົວ ໜ່ວຍລາຄາທີ່ິດິນທົ່ວນະຄອນລວງວຍງຈັນ ເພື່ອເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມຈົດທະບຽນທີ່ດິນ ໃນນັ້ນໄດ້ກຳນົດລາຄາທີ່ດິນເຂດບ້ານຫັດສະດີ ເມືອງຈັນທະບູລີ ບໍ່ໃຫ້ເກີນ 6,8 ລ້ານກີບຕໍ່ຕາແມັດ.

ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນວ ຊຸດທີ I ຄັ້ງວັນທີ 23 ມັງກອນ 2020 ວ່າ: ການຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນທົ່ວ ນວ ມີ VI ໝວດ, 27 ມາດຕາ ໂດຍມີຈຸດປະສົງເພື່ອເຮັດໃຫ້ການກຳນົດຫົວໜ່ວຍລາຄາທີ່ດິນ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ – ສັງຄົມໃນແຕ່ລະໄລຍະ ເພື່ອເປັນຫຼັກການໃນການປະເມີນລາຄາທີ່ດິນແນໃສ່ຄຸ້ມຄອງ – ບໍລິຫານທີ່ດິນໃນແຕ່ລະເຂດ ແລະ ແຕ່ລະປະເພດ ເພື່ອຮັບປະກັນໃນການປະຕິບັດພັນທະຂອງພົນລະເມືອງເວົ້າລວມ, ເວົ້າສະເພາະຜູ້ຖືສິດນໍາໃຊ້ທີ່ດິນໃຫ້ຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ, ເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມຈົດທະບຽນທີ່ດິນ ແລະ ອາກອນລາຍໄດ້ຈາກທີ່ດິນ ໂດຍໄດ້ກຳນົດເຂດປະເມີນລາຄາ ແລະ ຄິດໄລ່ຄ່າທຳນຽມທີ່ດິນໃນແຕ່່ລະເມືອງ ດັ່ງນີ້:

ເຂດເມືອງຈັນທະບູລີ ມີທັງໝົດ 30 ບ້ານ ໄດ້ກໍານົດເຂດປະເມີນລາຄາທີ່ດິນ ປະກອບ ມີ: ເຂດອະນຸຮັກເມືອງເກົ່າ, ເຂດຕົວເມືອງ ແລະ ເຂດອ້ອມໃຈກາງເມືອງ ເຊັ່ນ: ບ້ານວັດຈັນ, ມີໄຊ, ຊຽງຍືນ, ຫາຍໂສກ, ອານຸ, ບ້ານສີຫອມ ເຊິ່ງເປັນເຂດເມືອງເກົ່າ ທີ່ດິນທີ່ຕິດຖະໜົນສາຍຫຼັກປະເມີນລາຄາ 6,5 ລ້ານກີບຕໍ່ຕາແມັດ, ທາງຮ່ອມ 3,2 ລ້ານກີບຕໍ່ຕາແມັດ; ເຂດຕົວເມືອງ ມີ 10 ບ້ານ ເຊິ່ງບ້ານຫັດສະດີ ຕິດຖະໜົນລ້ານຊ້າງ, ຂຸນບູລົມ ແລະ ຖະໜົນຫັດສະດີ ປະເມີນລາຄາສູງກວ່າເຂດອື່ນທີ່ 6,8 ລ້ານກີບຕໍ່ຕາແມັດ, ທາງຮ່ອມ ລາຄາ 3,4 ລ້ານກີບຕໍ່ຕາແມັດ; ຂະນະທີ່ບ້ານສາຍລົມ, ຂົວຫຼວງ, ທົ່ງຕູມ, ຮ່ອງຄ້າ, ທົ່ງຂັນຄຳ, ດົງໝ້ຽງ, ສີສະຫວາດ ແລະ ສີດຳດວນ ດິນທີ່ຕິດຖະໜົນສາຍຫຼັກລາຄາ 6,5 ລ້ານກີບຕໍ່ຕາແມັດ.

ນອກຈາກນັ້ນ, ຍັງໄດ້ມີການປະເມີນໃນແຕ່ລະເຂດບ້ານທົ່ວ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ເຊິ່ງເມືອງປາກງື່ມ ໄດ້ມີການປະເມີນລາຄາທີ່ດິນຕໍ່າສຸດທີ່ດິນທີ່ຕິດຖະໜົນສາຍຫຼັກ ປະເມີນລາຄາພຽງ 40 ພັນກີບຕໍ່ຕາແມັດ.

ພ້ອມດຽວກັນນີ້, ຂໍ້ຕົກລົງສະບັບນີ້ຍັງໄດ້ມີຂໍ້ຫ້າມສຳລັບພະນັກງານປະເມີນລາຄາທີ່ດິນທຸກຂັ້ນ ຫ້າມມີພຶດຕິກຳ ຫຼື ການກະທຳທີ່ເປັນການລະເມີດກົດໝາຍ ແລະ ລະບຽບການຂອງລັດ ຄື: ຫ້າມຄິດໄລ່ຄ່າທຳນຽມ ແລະ ອາກອນເພີ່ມ ຫຼື ຫຼຸດ; ຫ້າມຖ່ວງດຶງແກ່ຍາວເວລາໃນການບໍລິການຂັ້ນຕອນການຄິດໄລ່ທຳນຽມຈົດທະບຽນອາກອນ; ຫ້າມສວຍໃຊ້ອຳນາດໜ້າທີ່, ຕຳແໜ່ງ, ເມີນເສຍຕໍ່ການປະຕິບັດໜ້າ ທີ່, ກົດໜ່ວງ ຫຼື ຖ່ວງດຶງການຄົ້ນຄວ້າເອກະສານ, ທວງເອົາ, ຂໍເອົາ ແລະ ຮັບສິນບົນຈາກເຈົ້າຂອງສິດນຳໃຊ້ທີ່ດິນ, ເຈົ້າຂອງໂຄງການ ແລະ ກິດຈະການຕ່າງໆທີ່ກ່ຽວຂ້ອງກັບທີ່ດິນ ແລະ ຂໍ້ຫ້າມອື່ນໆອີກ.

ຂໍ້ຫ້າມເຈົ້າຂອງສິດນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ ຫຼື ບຸກຄົນ, ນິຕິບຸກຄົນ, ລວມໝູ່ ຄື: ຫ້າມປົກປິດ, ເຊື່ອງອຳ, ບໍ່ຈິງໃຈໃນການແຈ້ງຂໍ້ມູນ, ໃຊ້ ຄວາມຮຸນແຮງ ແລະ ແອບອ້າງ, ນາບຂູ່ພະນັກງານທີ່ເປັນການລະເມີດກົດໝາຍ ແລະ ຂໍ້ຕົກລົງສະບັບນີ້; ຫ້າມໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບພະນັກງານປະເມີດລາຄາທີ່ດິນ ແລະ ສິ່ງປຸກສ້າງປອມແປງ, ແຈ້ງ, ສ້າງຂໍ້ມູນເທັດ, ສະໜອງຂໍ້ມູນອັນບໍ່ຖືກຕ້ອງຕາມຄວາມຈິງ.

ໃນຕອນທ້າຍ ສສ ນວ ກໍໄດ້ລົງຄະແນນສຽງຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການປະເມີນຫົວໜ່ວຍລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນ ຄະແນນສຽງເຫັນດີຮັບຮອງເອົາ 21 ທ່ານ ເທົ່າກັບ 78%, ບໍ່ເຫັນດີ 6 ທ່ານ ເທົ່າກັບ 22%.