ທັບນັກກີລາ ນະຄອນຫຼວງວຽງຈັນ ພ້ອມສົ່ງຄົບ 28 ປະເພດກີລາ ຫວັງທວງຄືນເຈົ້າຫຼຽນຄໍາ ໃນຊຽງຂວາງ ເກມ

132

ທັບນັກກີລາ ພ້ອມສົ່ງຄະນະນໍາ, ຄູຝຶກ ແລະ ນັກກີລາ ເກືອບ 400 ຄົນຈາກ 28 ປະເພດກີລາ ຮ່ວມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ທີ່ຈະເປີດສາກຂຶ້ນລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ໂດຍຕັ້ງເປົ້າຫວັງທວງເຈົ້າຫຼຽນຄໍາໄປຄອງ ເພື່ອສ້າງຜົນສໍາເລັດສູງກຽມພ້ອມເປັນເຈົ້າພາບກີລາແຫ່ງຊາດຄັ້ງທີ 12 ໃນປີ 2023 ທີ່ນະຄອນຫຼວງວຽງຈັນ.

ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ສໍາລັບ ທັບນັກກີລາ ນະຄອນຫຼວງວຽງຈັນ ຊຸດກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ແມ່ນໄດ້ກະກຽມມາຕັ້ງແຕ່ເດືອນກໍລະກົດ 2019 ມາຮອດປັດຈຸບັນນີ້ແມ່ນໄດ້ເອົານັກກີລາເຂົ້າສູນຝຶກຊ້ອມເປັນທີ່ຮຽບຮ້ອຍ ແລະ ໄດ້ມີຄວາມພ້ອມຫຼາຍສົມຄວນ ໂດຍໄດ້ຮັບການຊີ້ນໍາຂອງການນໍານະຄອນຫຼວງວຽງຈັນ ແລະ ບັນດາພະແນກການຕ່າງໆ ຕະຫຼອດຮອດສະຫະພັນ, ຄູຝຶກ ແລະ ນັກກີລາ ໄດ້ມີການສຸມໃສ່ເຮັດໃຫ້ ທັບນັກກີລາພວກເຮົາມີຄວາມພ້ອມ.

“ ເນື່ອງຈາກປີ 2023 ນະຄອນຫຼວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 12 ພວກເຮົາຫວງຈະປະສົບຄວາມສໍາເລັດສູງ ຈິ່ງໄດ້ສຸມໃສ່ເປັນພິເສດ ເພື່ອຫວັງເປົ້າເຈົ້າຄອງຫຼຽນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີ 2020 ໂດຍສົ່ງຄະນະນໍາ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມທັງໝົດເກືອບ 400 ຄົນ ໃນ 28 ປະເພດກີລາ ”.

ສໍາລັບ ທັບນັກກີລາ ນະຄອນຫຼວງວຽງຈັນ ສາມາດຍາດໄດ້ 55 ຫຼຽນຄໍາ, 31 ຫຼຽນເງິນ ແລະ 49 ຫຼຽນທອງ ຈັດຢູ່ອັນດັບ 2 ຂອງຕາຕະລາງສະຫຼຸບຫຼຽນ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014, ສ່ວນອັນດັບ 1 ເປັນຂອງ ກະຊວງປ້ອງກັນປະເທດ ຍາດໄດ້ 61 ຫຼຽນຄໍາ, 29 ຫຼຽນເງິນ ແລະ 38 ຫຼຽນທອງ ຂະນະທີ່ ອັນດັບ 3 ເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 43 ຫຼຽນຄໍາ, 43 ຫຼຽນເງິນ ແລະ 50 ຫຼຽນທອງ.

(ຂ່າວ: ຄໍາສອນ; ຮູບ: ສອນໄຊ)