ກູບາ ຄວາມຫວັງຕະຫຼາດສົ່ງອອກເຂົ້າຂອງລາວແຫ່ງໃໝ່

238

ສປປ ລາວ ໄດ້ມອບໝາຍໃຫ້ ບໍລິສັດ ພັນເພັດພັດທະນາ ກະສິກໍາ ຈໍາກັດຜູ້ດຽວ ສຶກສາຄົ້ນຄວ້າຫາວິທີທາງຜະລິດເຂົ້າໃຫ້ໄດ້ຈໍານວນ 100.000 ໂຕນ/ປີ ເພື່ອສົ່ງອອກເຂົ້າໄປຫາ ປະເທດ ກູບາ, ໂດຍແລກປ່ຽນເປັນຢາ ແລະ ອຸປະກອນການແພດ ເຊັ່ນ: ວັກຊິນ, ຢາປີ່ນປົວພະຍາດ, ແລະ ເຄື່ອງມືການແພດ ທີ່ປະເທດກູບາຈະສະໜອງຕອບແທນໃຫ້.

ຈຸດລິເລີ່ມຂອງແຜນການສົ່ງອອກເຂົ້າໄປປະເທດກູບາ ແມ່ນເພື່ອຜັນຂະຫຍາຍຜົນການຢ້ຽມຢາມຂອງການນໍາລາວ ແລະ ກູບາ ໃນຕົ້ນປີ 2019 ໂດຍສະເພາະການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ໃຫ້ເກີດດອກອອກຜົນຍິ່ງຂຶ້ນ.

ປະເທດລາວ ແລະ ກູບາ ມີສາຍພົວພັນທາງການທູດຮ່ວມກັນ ມາແຕ່ປີ 1974 ແລະ ສິນຄ້າທີ່ລາວສົ່ງອອກໃຫ້ ປະເທດກູບາເປັນຫຼັກ ແມ່ນເຄື່ອງນຸ່ງຫົ່ມ. ສ່ວນກູບາ ຮາກຖານຫລັກໃນການຂັບເຄື່ອນເສດຖະກິດແມ່ນການທ່ອງທ່ຽວ ແລະ ສິນຄ້ານໍາເຂົ້າຫຼັກແມ່ນ ຢາສູບ, ນໍ້າຕານ, ຄໍາຂາວ, ກາເຟ ແລະ ອຸດສາຫະກໍາການຢາ.

ໃນໄລຍະ 5 ປີຜ່ານມາ ມູນຄ່າການສົ່ງອອກເຂົ້າຂອງລາວ ຫຼາຍສຸດແມ່ນ ສສ ຫວຽດນາມ, ສປ ຈີນ ແລະ ແບນຊິກ ມູນຄ່າປະມານ 70 ລ້ານໂດລາສະຫະລັດ, 40 ລ້ານໂດລາສະຫະລັດ ແລະ 11 ລ້ານໂດລາສະຫະລັດ ຕາມລໍາດັບ (ລາຍລະອຽດ ຕາຕະລາງ 1). ຄິດໄລ່ລວມແລ້ວ ໃນໄລຍະ 5 ປີ ແຕ່ຊຸມປີ 2015-2019 ທີ່ມີການສົ່ງອອກເຂົ້າ ໄປຫລາຍກວ່າ 30 ປະເທດ ທັງໃນທະວີບ ທັງອາຊີ ແລະ ເອີຣົບ ລວມມູນຄ່າທັງໝົດຫລາຍກ່ວາ 136 ລ້ານໂດລາສະຫະລັດ.

ຕາຕະລາງ 1 ມູນຄ່າການສົ່ງອອກເຂົ້າຂອງ 3 ປະເທດຫລັກ ໃນໄລຍະ ປີ 2015-2019 (ຫົວໜ່ວຍ: ໂດລາສະຫະລັດ)

ຕາຕະລາງ 2 ມູນຄ່າການສົ່ງອອກເຂົ້າໄປຫາບັນດາປະເທດຢູ່ເອີຣົບ ໃນໄລຍະ ປີ 2015-2019 (ຫົວໜ່ວຍ: ໂດລາສະຫະລັດ)

ຂະນະດຽວກັນ, ລາວເຮົາກໍ່ໄດ້ສົ່ງອອກເຂົ້າໄປຍັງຫຼາຍປະເທດໃນທະວີບເອີຣົບ ແຕ່ມູນຄ່າການສົ່ງອອກຍັງໜ້ອຍຫຼາຍຖ້າທຽບໃສ່ປະເທດເພື່ອນບ້ານ. ເຊິ່ງສະແດງໃຫ້ເຫັນວ່າ ຄວາມຕ້ອງການນໍາເຂົ້າຂອງປະເທດເພື່ອນບ້ານ ຄື: ສປ ຈີນ ແລະ ສສ ຫວຽດນາມ ຍັງສູງຢູ່ ເຮັດໃຫ້ການສົ່ງອອກເຂົ້າໄປຍັງບັນດາປະເທດເອີຣົບ ຫຼື ປະເທດ ກູບາ ແມ່ນຍັງນ້ອຍຫຼາຍຖ້າທຽບໃສ່ທ່າແຮງທີ່ເຮົາມີ.

ທັງນີ້, ຄາດຄະເນປີ 2020, ລັດຖະບານຕັ້ງເປົ້າຜະລິດເຂົ້າໃນຂອບເຂດທົ່ວປະເທດໃຫ້ໄດ້ 4,7ລ້ານ ໂຕນ/ປີ ໃນນັ້ນ ສະໜອງຄວາມຕ້ອງການພາຍໃນ 2,5 ລ້ານໂຕນ (ບໍລິໂພກ 2,1 ລ້ານໂຕນ ແລະ ຄັງແຮເຂົ້າ 400.000 ໂຕນ), ສໍາລັບປຸງແຕ່ງພາຍໃນໃຫ້ໄດ້ 500.000-600.000 ໂຕນ ແລະ ເປັນສິນຄ້າພາຍໃນ ແລະ ສົ່ງອອກບໍ່ໃຫ້ຫຼຸດ 1 ລ້ານໂຕນ. ຈາກຕົວເລກຄາດຄະເນ ປີ 2020 ສປປ ລາວ ມີທ່າແຮງບົ່ມຊ້ອນ ແລະ ມີຄວາມພ້ອມທີ່ຈະສົ່ງເຂົ້າໄປປະເທດກູບາ ໃຫ້ໄດ້ຕາມເປົ້າໝາຍ 100.000 ໂຕນ ຫຼື ເທົ່າກັບ 10% ຂອງການສົ່ງອອກເຂົ້າທັງໝົດ.

ເຖິງຢ່າງໃດກໍ່ຕາມ, ການຜະລິດເຂົ້າໃຫ້ພຽງພໍໃນການສົ່ງອອກໄປຍັງປະເທດກູບາ ເປັນສິ່ງທ້າທາຍ ໃຫ້ແກ່ບໍລິສັດທີ່ຖືກມອບໝາຍ ຕ້ອງສຶກສາຄົ້ນຄວ້າລາຍລະອຽດ ບັນດາອົງປະກອບຕ່າງໆ ເພື່ອຜະລິດເຂົ້າເປັນສິນຄ້າ ໂດຍສະເພາະ ແມ່ນການລະດົມທຶນຮອນ, ທີ່ດິນທໍາການຜະລິດ, ຮຽກຮ້ອງໃຫ້ມີເຕັກນິກວິຊາການທີ່ທັນສະໄໝ, ແນວພັນເຂົ້າພຽງພໍ, ໝູນໃຊ້ເຄື່ອງກົນຈັກເຕັມທີ່, ມີມາດຕະການໃນການປ້ອງກັນ ພ້ອມສາມາດຮັບມີກັບການລະບາດຂອງສັດຕູພືດ ແລະ ໄພທໍາມະຊາດອາດຄຸກຄາມໄດ້, ບັນຫາສິ່ງທ້າທາຍຂ້າງເທິງ ເປັນໂຈດໃຫ້ແກ່ພາກລັດ ແລະ ພາກທຸລະກິດ ທີ່ຕ້ອງຮ່ວມມືກັນຢ່າງຮອບດ້ານ ເພື່ອເຮັດໃຫ້ການຜະລິດບັນລຸຕາມເປົ້າໝາຍທີ່ວາງໄວ້.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ