ຄະນະກໍາມະການຊາຍແດນ ລາວ-ຈີນ ເຫັນດີຮ່ວມມືວຽກງານຫຼາຍດ້ານໃຫ້ເລິກເຊິ່ງຂຶ້ນ

252

ໃນກອງປະຊຸມຄະນະກໍາມະການຊາຍແດນລາວ-ຈີນ ຄັ້ງທີ XVII ຍົກໃຫ້ເຫັນສະພາບການຢູ່ຕາມບໍລິເວນຂອບເຂດຊາຍແດນຂອງທັງສອງປະເທດມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ນອກຈາກນີ້ ຍັງເຫັນດີເສີມຂະຫຍາຍການແລກປ່ຽນຮ່ວມມື ລະຫວ່າງ ບັນດາຂະແໜງການທີ່ຮັບຜິດຊອບດ່ານຊາຍແດນໃຫ້ເລິກເຊິ່ງຂຶ້ນ ແນໃສ່ອຳນວຍຄວາມສະດວກໃຫ້ແກ່ຄົນ ແລະ ພາຫະນະເຂົ້າ-ອອກ ໃນການຜ່ານດ່ານຊາຍແດນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງປະເທດ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 12-14 ມັງກອນ 2020 ທີ່ ນະຄອນຫຼວງພະບາງ, ໂດຍມີຄະນະຜູ້ແທນຝ່າຍລາວເຂົ້າຮ່ວມ ນໍາໂດຍ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ; ຫົວໜ້າຄະນະກຳມະການຊາຍແດນ ລາວ-ຈີນ, ສ່ວນຝ່າຍຈີນ ນໍາໂດຍ ທ່ານ ເຫວີຍ ຫົງທຽນ, ເອກອັກຄະລັດຖະທູດ, ກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ຫົວໜ້າຄະນະກຳມະການຊາຍແດນ ຈີນ-ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ລະດັບແຂວງທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.

ໃນໂອກາດນີ້, ສອງຝ່າຍໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກຳມະການຊາຍແດນ ລາວ-ຈີນ ຄັ້ງທີ XVI ຜ່ານມາ, ຊຶ່ງເຫັນວ່າ: ສະພາບການຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ; ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງປະເທດໄດ້ຮ່ວມກັນກວດກາລາດຕະເວນເຂດຊາຍແດນ ແລະ ກວດກາຫຼັກໝາຍຊາຍແດນຢ່າງເປັນປົກກະຕິ; ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກໍ່ໄດ້ຮັບການແກ້ໄຂຢ່າງທັນການ; ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງປະເທດໃນລະດັບສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ມີການພົບປະ ແລະ ປະສານສົມທົບກັນຢ່າງເປັນປົກກະຕິ.

ທັງນີ້, ເພື່ອແນ່ໃສ່ເຮັດໃຫ້ວຽກງານການຮ່ວມມື ແລະ ການຄຸ້ມຄອງຊາຍແດນລະຫວ່າງສອງປະເທດໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ສອງຝ່າຍໄດ້ເຫັນດີເອກະພາບກັນວາງທິດທາງແຜນການເຄື່ອນໄຫວສຳລັບປີ 2020 ແລະ ຈະຕ້ອງໄດ້ເພີ່ມທະວີການເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານ, ການເຜີຍແຜ່ໂຄສະນານິຕິກຳກ່ຽວກັບການຄຸ້ມຄອງຊາຍແດນ ແລະ ຫຼັກໝາຍຊາຍແດນ ກໍ່ຄື ສັນຍາ ແລະ ອະນຸສັນຍາຕ່າງໆໃຫ້ແກ່ເຈົ້າໜ້າທີ່ ແລະ ປະຊາຊົນຢູ່ຕາມບໍລິເວນຊາຍແດນ; ພ້ອມກັນນີ້, ກໍ່ຕ້ອງຮ່ວມກັນສະກັດກັ້ນການລັກລອບຂ້າມຊາຍແດນຜິດກົດໝາຍ, ການຕັດໄມ້ທໍາລາຍປ່າ, ການຄ້າ ຂາຍເຖື່ອນ, ການຄ້າມະນຸດ ແລະ ປະກົດການຫຍໍ້ທໍ້ອື່ນໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ.

ນອກຈາກນີ້, ສອງຝ່າຍຍັງເຫັນດີເສີມຂະຫຍາຍການແລກປ່ຽນຮ່ວມມື ລະຫວ່າງ ບັນດາຂະແໜງການທີ່ຮັບຜິດຊອບດ່ານຊາຍແດນໃຫ້ເລິກເຊິ່ງ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງຢູ່ດ່ານຊາຍແດນ, ອຳນວຍຄວາມສະດວກໃຫ້ແກ່ຄົນ ແລະ ພາຫະນະເຂົ້າ-ອອກ ໃນການຜ່ານດ່ານຊາຍແດນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ, ທັງເພື່ອແນ່ໃສ່ປົກປັກຮັກສາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນທີ່ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ສະດວກສະບາຍຍິ່ງໆຂຶ້ນ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ