ອາການແພ້ທ້ອງຕອນຖືພາ ບໍ່ໄດ້ມີອັນຕະລາຍກັບເດັກໂດຍກົງ ເພາະເດັກໃນທ້ອງໃນໄລຍະນີ້ຍັງມີຂະໜາດນ້ອຍຫຼາຍ ໂດຍຄວາມຕ້ອງການພະລັງງານ ແລະ ສານອາຫານຍັງບໍ່ຫຼາຍ. ດັ່ງນັ້ນ, ການທີ່ແມ່ກິນອາຫານໄດ້ເລັກໜ້ອຍຈຶ່ງບໍ່ໄດ້ສົ່ງຜົນເສຍກັບລູກ, ນອກຈາກວ່າແມ່ຂາດນ້ຳ ຫຼື ເກືອແຮ່ຫຼາຍຈົນຫົວໃຈເຕັ້ນຜິດຈັງຫວະ, ເລືອດອອກໃນທາງເດີນອາຫານ ແລະ ຄວາມດັນຕ່ຳ ແຕ່ໂອກາດທີ່ຈະເກີດແບບນັ້ນແມ່ນມີໜ້ອຍຫຼາຍ.
ໂດຍລວມອາການແພ້ທ້ອງເປັນອາການຂອງຄົນຖືພາໃນໄລຍະທຳອິດທີ່ພົບໄດ້ຫຼາຍທີ່ສຸດ ( ແຕ່ແມ່ທີ່ບໍ່ແພ້ເລີຍກໍບໍ່ຕ້ອງແປກໃຈ ) ແລະ ບໍ່ໄດ້ມີອັນຕະລາຍກັບລູກໃນທ້ອງ, ແມ່ຄວນເບິ່ງແຍງຕົວເອງໃຫ້ໄດ້ຮັບອາຫານ ແລະ ນ້ຳຢ່າງພຽງພໍ, ຖ້າກິນເອງບໍ່ໄດ້ກໍຄວນໄປພົບແພດເພື່ອໃສ່ນ້ຳເກືອທີ່ໂຮງໝໍ.
( ຂໍ້ມູນຈາກ: Mom and Baby.com )
( ຮຽບຮຽງ: ນຸ້ມນິ້ມ )