ຈາກສາວໂຮງງານກ້າວສູ່ແມ່ຄ້າຂາຍເສື້ອຜ້າມືສອງ

253

ຂ່າວການປົດພະນັກງານຢູ່ຕາມໂຮງງານ, ບໍລິສັດຕ່າງໆເລີ່ມເຫັນຖີ່ຂຶ້ນເລື້ອຍໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ນັ້ນສະແດງເຖິງຄວາມບໍ່ແນ່ນອນຂອງອາຊີບທີ່ທ່ານເຮັດໃນປັດຈຸບັນຈະໝັ້ນຄົງໄດ້ສໍ່າໃດ. ມື້ນີ້ທີມຂ່າວເຮົາຈະນໍາສະເໜີອາຊີບການຄ້າຂາຍທີ່ສ້າງລາຍຮັບໃຫ້ຕົນເອງໄດ້ທຸກວັນ ເຊິ່ງແຕກຕ່າງຈາກເປັນພະນັກງານໂຮງງານທີ່ໄດ້ລາຍຮັບເດືອນລະຄັ້ງ. ດັ່ງທ່ານ ນາງ ລັດດາວັນ ລາອອກຈາກຊີວິດລູກຈ້າງໂຮງງານຕັດສິນໃຈເຮັດອາຊີບຂາຍເສື້ອຜ້າມືສອງ 10 ກວ່າປີຜ່ານມາ ພາໃຫ້ຊີວິດຄອບຄົວດີຂຶ້ນ ແລະ ສາມາດສ້າງວຽກເຮັດໃຫ້ຍາດພີ່ນ້ອງພ້ອມ.

ທ່ານ ນາງ ລັດດາວັນ ພົມມະລາດ ( ປີ່ງ ) ເຈົ້າຂອງຮ້ານຂາຍເສື້ອຜ້າມືສອງຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ແຕ່ກ່ອນຈະມາເປີດຮ້ານຂາຍເສື້ອຜ້າມືສອງນີ້ ຂ້າພະເຈົ້າກໍເຄີຍເປັນລູກຈ້າງຢູ່ຕາມໂຮງງານທົ່ວໄປ ເຊິ່ງລາຍໄດ້ກໍໜ້ອຍເນື່ອງຈາກພື້ນຖານຄອບຄົວເປັນຄົນທຸກຍາກ ຈຶ່ງໄດ້ມີຄວາມພະຍາຍາມຊອກຫາແນວເຮັດ ເພື່ອຫາລາຍໄດ້ມາລ້ຽງຄອບຄົວ ເຊິ່ງໃນຕອນນັ້ນກໍໄດ້ມີໝູ່ມາແນະນຳວ່າເຮັດຄ້າຂາຍເສື້ອຜ້າມືສອງເບິ່ງ ເພາະມີລາຍຮັບຂ້ອນຂ້າງດີ. ມາໃນປີ 2008 ຕົນເອງຈຶ່ງໄດ້ຊອກຈຸດຂາຍ ພໍດີມີດິນພີ່ນ້ອງຕິດແຄມທາງ ຈຶ່ງໄດ້ຕັດສິນໃຈລອງເອົາເຄື່ອງມືສອງມາຂາຍ. ເບື້ອງຕົ້ນແມ່ນປຸກເປັນຕູບນ້ອຍໆພໍໄດ້ເກາະຫ້ອຍເຄື່ອງຂາຍແບບທຳມະດາທົ່ວໄປ ຂາຍມາໄລຍະໜຶ່ງເຫັນວ່າໄດ້ຂາຍດີຫຼາຍເນື່ອງຈາກມີແຕ່ຮ້ານພວກເຮົາຮ້ານດຽວ ຈົນສາມາດປ່ຽນຊີວິດຄອບຄົວຈາກທີ່ບໍ່ມີລົດຂີ່, ບໍ່ມີເຮືອນເປັນຂອງຕົນເອງຈົນມີລົດ, ມີເຮືອນຈາກການເຮັດອາຊີບດັ່ງກ່າວ.

ເຈົ້າຂອງຮ້ານໃຫ້ຮູ້ວ່າ: ສຳລັບການເຮັດທຸລະກິດຂາຍເສື້ອຜ້າມືສອງນີ້ ຕອນເລີ່ມຕົ້ນພວກເຮົາກໍມີທຶນພຽງເລັກໜ້ອຍ ໂດຍມີເງິນປະມານ 3 ລ້ານກີບ ແລ້ວໄປຊື້ເອົາເຄື່ອງມາຂາຍ ເຊິ່ງຂາຍສະສົມມາຈາກຈຸດເລີ່ມຕົ້ນແຕ່ປີ 2008 ມາຮອດປັດຈຸບັນ 2020 ກໍຖືວ່າເປັນເວລາ 13 ປີ ພວກເຮົາກໍມີເງິນທຶນເພີ່ມຂຶ້ນ ໂດຍປັດຈຸບັນແມ່ນໄດ້ຊື້ເຄື່ອງຈາກປະເທດໄທ ເຊິ່ງພວກເຮົາໄດ້ໄປເລືອກຊື້ເອົາເອງ ໂດຍໄດ້ມີການຄັດເລືອກເອົາເຄື່ອງທີ່ດີ, ງາມທີ່ສຸດມາຂາຍໃຫ້ລູກຄ້າ ມີທັງໂສ້ງ, ເສື້ອ, ເກີບ ສຳລັບຜູ້ໃຫຍ່. ການຊື້ແຕ່ລະຄັ້ງໃຊ້ເງິນ 25 ລ້ານກວ່າກີບຕໍ່ເດືອນ ສະເລ່ຍມີລູກຄ້າເຂົ້າມາຊື້ເຄື່ອງນໍາຮ້ານພວກເຮົາ ປະມານ 80 – 100 ຄົນຕໍ່ມື້.

ຈາກປະສົບການຂອງຕົນ ເຫັນວ່າທ່າອ່ຽງຕະຫຼາດເສື້ອຜ້າມືສອງໃນນະຄອນຫຼວງວຽງຈັນມີການແຂ່ງຂັນກັນຫຼາຍຂຶ້ນ, ບັນດາເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນ ເກືອບທຸກເສັ້ນກໍຈະເຫັນມີຮ້ານຂາຍເຄື່ອງນີ້ເກີດຂຶ້ນ ຕົວຢ່າງຢູ່ເສັ້ນທາງ T4 ໃນປີ 2008 ມີຮ້ານຂາຍເຄື່ອງມືສອງເປີດແຕ່ຮ້ານຂອງຂ້າພະເຈົ້າຮ້ານດຽວ ແຕ່ປັດຈຸບັນມີຮ້ານເພີ່ມຂຶ້ນຫຼາຍເຮັດໃຫ້ຍອດຂາຍກໍຫຼຸດລົງ, ບວກກັບຄ່າເງິນກີບອ່ອນຄ່າທຽບໃສ່ເງິນບາດ ເຮັດໃຫ້ຕ້ອງເພີ່ມທຶນໃນການຊື້ເຄື່ອງ ຫຼັງຈາກຫັກຄ່າຫຼຸ້ຍຫ້ຽນລົງກໍເຫັນວ່າມີກໍາໄລໜ້ອຍລົງ.

ທ່ານ ນາງ ລັດດາວັນ ພົມມະລາດ ຍັງໄດ້ຝາກເຖິງຜູ້ທີ່ກຳລັງຊອກຫາອາຊີບເຮັດ ຈົ່ງສຶກສາແລ້ວຕັດສິນໃຈລົງມືເຮັດ ແລະ ເຮັດໃນອາຊີບທີ່ສຸດຈະລິດ.

[ ໂດຍ: ສັນຕິ; ຮູບ: ສຸກສະຫວັນ ]