ປາກທາສຳເລັດການດຳເນີນກອງປະຊຸມໃຫຍ່, ເລືອກສະຫາຍ ສຸໄລ ດວງຜາຄຳ ເປັນເລຂາພັກເມືອງ

183

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກທາ ແຂວງບໍ່ແກ້ວ ຄັ້ງທີ VII ໄດ້ສໍາເລັດລົງໃນຕອນແລງຂອງວັນທີ 14 ມັງກອນ 2020 ນີ້ ພາຍຫຼັງດຳເນີນມາເປັນເວລາ 2 ວັນເຕັມ ໂດຍການປັນປະທານຂອງ ສະຫາຍ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກ, ກຳມະການພັກແຂວງ, ຄະນະປະຈຳ, ກຳມະການພັກເມືອງ, ແຂກຮັບເຊີນຈາກພະແນກການອ້ອມຂ້າງແຂວງ, ເມືອງອ້ອມຂ້າງ, ເມືອງຄອບ ແຂວງໄຊຍະບູລີ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ກອງປະຊຸມ ໃນຄັ້ງນີ້, ບັນດາຜູ້ແທນໄດ້ພ້ອມກັນຕີລາຄາທົບທວນຄືນຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາດ້ານອ່ອນຂໍ້ຄົງຄ້າງ, ສະຫຼຸບຖອດຖອນບົດຮຽນ, ພ້ອມກັັນຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2020-2024 ໂດຍຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະຕໍ່ເນື່ອງໃນລະດັບ 7,8 % ເຮັດໃຫ້ຜະລິດຕະພັນພາຍໃນບັນລຸ 297,49 ຕື້ກີບ, ລາຍຮັບສະເລ່ຍຫົວຄົນຜູ້ໜຶ່ງ 1.457 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ໂຄງປະກອບເສດຖະກິດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າຕາມທິດອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ສຸມໃສ່ການຄ້ຳປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ສ້າງເງື່ອນໄຂອຳນວຍໃຫ້ແກ່ນັກທຸລະກິດ ເພື່ອພັດທະນາສົ່ງເສີມການທ່ອງທ່ຽວຕິດພັນກັບການສົ່ງເສີມອະນຸລັກປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ, ຂອງທ້ອງຖິ່ນ. ເຊິ່ງກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໄປພາຍໃຕ້ຄຳຂວັນ: “ສືບຕໍ່ພັດທະນາເມືອງປາກທາໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຕິດພັນກັບການຜະລິດກະສິກຳທີ່ດີ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງອົາຄະນະບໍລິຫານງານພັກ ເມືອງປາກທາຊຸດທີ VII ເຊິ່ງມີຜູ້ສະໝັກທັງໝົດ 25 ສະຫາຍ, ຍິງ 3 ສະຫາຍ ເລືອກເອົາ 21 ສະຫາຍ ຜ່ານການໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງຕົວຈິງ ແລະ ກອງປະຊຸມຄັ້ງປະຖົມມະລຶກເລືອກເອົາຄະນະປະຈຳ 7 ສະຫາຍຄື: ສະຫາຍ ສຸໄລ ດວງຜາຄຳ, ສະຫາຍ ສາລີ ວັນນະສານ, ສະຫາຍ ຄຳຈັນ ອິນທະຈັກ, ສະຫາຍ ນາງ ຈັນສຸກ ວັນນະວົງ, ສະຫາຍ ນາງອິນທອງ ເລືອງສີຈັນທອງ, ສະຫາຍ ທອງຈັນ ອິນທະພອນ ແລະສະຫາຍ ພັທ ສັງທອງ ບຸດສາ.

ໃນນັ້ນເລືອກເອົາ ສະຫາຍ ສຸໄລ ດວງຜາຄຳ ເປັນເລຂາ, ສະຫາຍ ສາລີ ວັນນະສານ ເປັນຮອງເລຂາ, ສະຫາຍ ຄຳຈັນ ອິນທະຈັກ ເປັນຮອງເລຂາ ພ້ອມທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ຊາຍທອງ ອິນທະປັນຍາ ແລະ ສະຫາຍ ບຸນມາ ແສງອຸ່ນແກ້ວ ເປັນຮອງປະທານກວດກາ.

ຂ່າວ: ບຸນເພັງ ທຸມມະວົງ.