ປະຊາຊົນລົ້ມຕາຍ ກວ່າ 130 ຄົນ ຈາກໄພພິບັດທາງທຳມະຊາດໃນປະເທດປາກິດສະຖານ-ອັບການິດສະຖານ

90

ມີຜູ້ເສຍຊີວິດແລ້ວ ກວ່າ 130 ຄົນ ໃນສອງປະເທດຄື ປາກິດສະຖານ ແລະ ອັບການິດສະຖານ” ໃນໄລຍະຫຼາຍວັນຜ່ານມາ ຈາກເຫດຫິມະເຈື່ອນ, ນໍ້າຖ້ວມ ແລະ ອາກາດໜາວເຢັນ ຂະນະທີ່ ເຈົ້າໜ້າທີ່ໄດ້ພະຍາຍາມຊ່ວຍເຫຼືອປະຊາຊົນທີ່ຕົກຄ້າງໃນບໍລິເວນຫິມະຕົກໜັກ.

ສຳນັກຂ່າວເອເອັຟພີລາຍງານ ເມື່ອວັນພຸດ ທີ 14 ມັງກອນ ວ່າ ເຈົ້າໜ້າທີ່ຂອງປະເທດປາກິດສະຖານ ແລະ ອັບການິດສະຖານ ເປີດເຜີຍວ່າ ພົບຜູ້ເສຍຊີວິດແລ້ວ 93 ຄົນ ແລະ ບາດເຈັບອີກ 76 ຄົນ ທົ່ວປະເທດປາກິດສະຖານ ຍັງມີຜູ້ສູນຫາຍອີກຫຼາຍຄົນຈາກໄພພິບັດທາງທຳມະຊາດທັງເຫດການຫິມະເຈື່ອນ, ນ້ຳຖ້ວມ  ແລະ ສະພາບອາກາດທີ່ໜາວເຢັນ ເນື່ອງຈາກຫິມະຕົກລົງມາຢ່າງໜັກ ສວນໃນປະເທດອັບການິດສະຖານ ພົບຜູ້ເສຍຊີວິດ 39 ຄົນ ກົມອຸຕຸນິຍົມວິທະຍາໄດ້ຄາດຄະເນສະພາບອາກາດວ່າຈະມີລົມໜາວພັດເຂົ້າປົກຄຸມອີກຄັ້ງ.

ໜ່ວຍງານຄຸ້ມຄອງໄພພິບັດປາກີສຖານ ຖະແຫຼງການວ່າ ລັດແຄສເມຍ ຂອງປາກິດສະຖານ ເປັນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ມີຜູ້ເສຍຊີວິດ 62 ຄົນ ແລະ 10 ຄົນສູນຫາຍ ເຊິ່ງເຫດການຫິມະເຈື່ອນ ແລະ ດິນເຈື່ອນເກີດຂື້ນເລື້ອຍໆໃນລະດູໜາວ ພ້ອມມີຫິມະຕົກໜັກປົກຄຸມເສັ້ນທາງສັນຈອນ ແລະ ເຮັດໃຫ້ເຂດທີ່ຢູ່ອາໄສຖືກຕັດຂາດ.

ຂະນະທີ່ ໂຄສົກຂອງໜ່ວຍງານຄຸ້ມຄອງໄພພິບັດອັບການິດສະຖານ ຖະແຫຼງການວ່າ ຄື້ນອາກາດໜາວ, ຫິມະຕົກ ແລະ ຝົນທີ່ເລີ່ມມາເມື່ອສອງອາທິດກ່ອນ ສ້າງຄວາມເສຍຫາຍສ່ວນຫຼາຍແມ່ນຫຼັງຄາເຮືອນເປ້ເພຈາກຫິມະເຈື່ອນ ທີ່ຢູ່ອາໄສຫຼາຍກວ່າ 300 ຫຼັງຄາເຮືອນໄດ້ຮັບຄວາມເສຍຫາຍ ເຊິ່ງສະພາບອາກາດທີ່ໜາວເຢັນເຮັດໃຫ້ເກີດການສູນເສຍຢ່າງໃຫຍ່ຫຼວງໃນປະເທດອັບການິດສະຖານທີ່ຕັ້ງຢູ່ບໍລິເວນພູສູງສູງ ເຊິ່ງຍັງເປັນປະເທດທີ່ທຸກຍາກເຖິງວ່າຈະໄດ້ຮັບການຊ່ວຍເຫຼືອຈາກສາກົນຫຼາຍຕື້ໂດລາກໍ່ຕາມ.