ເງິນອິນເດຍຈະກາຍເປັນສະກຸນເງິນອາຊີປັບຕົວດີທີ່ສຸດໃນປີ2020

78

ນັກວິເຄາະຈາກຣາໂບແບງຄາດຄະເນວ່າ:ສະກຸນເງິນຣູປີຂອງອິນເດຍຈະກາຍເປນສະກຸນເງິນອາຊີທີ່ປັບຕົວໄດ້ດີທີ່ສຸດປະຈໍາປີ2020ກົງກັນຂ້າມກັບນັກວິເຄາະຈາກຫຼາຍສໍານັກທີ່ຄາດຄະເນວ່າຣູປີຈະຍັງອ່ອນຄາລົງຕໍ່ໄປ.

ທ່ານ ຮິວໂກ ເອີເຄນ ຫົວໜ້ານັກເສດຖະສາດລະຫວ່າງປະເທດຂອງຣາໂບແບງກ່າວວ່າ:ເສດຖະກິດຂອງອິນເດຍໄດ້ຜ່ານພົ້ນຈຸດຕໍ່າສຸດແລ້ວ ແລະ ລັດຖະບານອິນເດຍຍັງບໍ່ມີນະໂຍບາຍທີ່ຈະໃຊ້ການອ່ອນຄ່າຂອງຣູປີເພື່ອຊຸກຍູ້ເສດຖະກິດ.

ທັງນີ້,ຣູປີອາດຈະອ່ອນຄາລົງໄປເຖິງ1%ໃນປີນີ້,ສ່ວນການທີ່ນັກທຸລະກິດຜ່ອນຄາຍຄວາມກັງວົນກ່ຽວກັບສະຖານສັງຄົມລະຫວ່າງອາເມຣິກາກັບອີຣານໃນຕາເວັນອອກກາງເປັນປັດໄຈຊຸກຍູ້ສົ່ງເສີມໃຫ້ເງິນຣູປີປັບຕົວດີຂຶ້ນ.

ເງິນຣູປີຂອງອິນເດຍເປັນສະກຸນເງິນອາຊີທີ່ອ່ອນຄ່າລົງຫຼາຍທີ່ສຸດເປັນອັນດັບ2ເມື່ອປີກ່ອນເຖິງວ່າຈະມີຈໍານວນເງິນລົງທຶນຈາກຕ່າງປະເທດ1,8ຕື້ໂດລາຫຼັ່ງໄຫຼເຂົ້າໃນຕະຫຼາດຮຸ້ນ ແລະ ພັນທະບັດຂອງອິນເດຍກໍຕາມ.