ຊົມເຊີຍ! ອາດສະພອນ ປະກາດ 66 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ ແລະ 23 ບ້ານປອດຢາເສບຕິດ

383

ອາດສະພອນ ແຂວງ ສະຫວັນນະເຂດປະກາດ 66 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ ແລະ 23 ບ້ານປອດຢາເສບຕິດຂື້ນໃນວັນທີ 10 ມັງກອນ 2020 ຜ່ານມາ ທີ່ສະໂມສອນຂອງເມືອງອາດສະພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ສີສຸກເທບທານີ  ຮອງເຈົ້າເມືອງອາດສະພອນ, ມີທ່ານ ພັທ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນນະເຂດ, ມີບັນດາທ່ານ ຫົວໜ້າຫ້ອງການ, ເລຂາ-ນາຍບ້ານ ພ້ອມດ້ວຍກຳລັງ ປກສ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານການສ້າງບ້ານປ້ອງກັນຄວາມສະຫງບດີ ແລະບ້ານປອດຢາເສບຕິດ ໃນໄລຍະ 01 ປີຜ່ານມາ, ຈາກນັ້ນ ກໍ່ໄດ້ມີການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 2456/ຈຂ.ສຂ ແລະ 2468/ຈສ.ສຂ ລົງວັນທີ 24 ທັນວາ 2019 ວ່າດ້ວຍການຮັບຮອງເອົາບ້ານປ້ອງກັນຄວາມສະຫງົບດີ ເຊິ່ງປະກອບມີ 3 ສະໄໝຄື: ສະໄໝທີ I ມີ 18 ບ້ານ, ສະໄໝທີ II ມີ 21 ບ້ານ ແລະ ສະໄໝທີ III ມີ 27 ບ້ານ, ແລະ ຂໍ້ຕົກລົງຮັບຮອງເອົາບ້ານປອດຢາເສບຕິດ ຈຳນວນ 23 ບ້ານ.

ຈາກນັ້ນ, ກໍ່ໄດ້ມີການມອບຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ໂດຍການກ່າວມອບຂອງ ທ່ານ ພັທ ສັງທອງ ສີປະເສີດ ແລະຕາງໜ້ານາຍບ້ານ 66 ບ້ານກ່າວຮັບ.

ທີ່ມາ: Atsaphone Report – ຂ່າວສານເມືອງອາດສະພອນ