ທ້າຍປີ 2021 ນະຄອນຫຼວງພະບາງຈະເປີດບໍລິການເຮືອນຮັບແຂກທັນສະໄໝລະດັບ 5 ດາວ

197

ເຮືອນຮັບແຂກທັນສະໄໝລະດັບ 5 ດາວທີ່ຈະເປີດບໍລິການໃນທ້າຍປີ 2021 ເພີ່ມອີກໜຶ່ງແຫ່ງໃນນະຄອນ ຫຼວງພະບາງ ເປັນການຮ່ວມລົງທຶນຂອງກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ກັບບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ໃນມູນຄ່າການລົງທຶນ 32 ລ້ານກວ່າໂດລາສະຫະລັດ, ການດໍາເນີນທຸລະກິດ ຝ່າຍກະຊວງປ້ອງກັນຄວາມສະຫງົບຖືຮຸ້ນ 30%, ບໍລິສັດ 70% ໂດຍພັດທະນາທີ່ດິນຂອງກອງບັນຊາການແຂວງຫຼວງພະບາງໃນເນື້ອທີ່ 8.504 ຕາແມັດ, ພັດທະນາເປັນເຮືອນຮັບແຂກທັນສະໄໝລະດັບ 5 ດາວ, ໄລຍະຮ່ວມພັດທະນາ 50 ປີ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວກ່າວໃນມື້ເຊັນສັນຍາ 9 ມັງກອນ 2020 ນີ້ທີ່ໂຮງແຮມສັນຕິຣີສອດ ວ່າ: ຈຸດປະສົງໃນການສ້າງຕັ້ງເຮືອນຮັບແຂກທັນສະໄໝລະດັບ 5 ດາວ ເເມ່ນແນໃສ່ເພື່ອຮັບໃຊ້ໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ, ບໍລິ ການ ສັງຄົມທັງເເຂກພາຍໃນ ແລະ ຕ່າງປະເທດ ທັງເປັນການ ສົ່ງເສີມການລົງທຶນພາຍໃນ ສປປ ລາວ, ເປັນການສ້າງຜົນກໍາໄລທາງດ້ານທຸລະກິດ ດ້ວຍຮູບການຖືຮຸ້ນ ຕ່າງ ຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບເຮືອນຮັບເເຂກທັນສະໄໝ ລະດັບ 5 ດາວນີ້ມີທັງໝົດ 55 ຫ້ອງ, ເເບ່ງເປັນຫ້ອງ Premium Villa 1 ຫຼັງ, ຫຼ້ອງຄອບຄົວ ( Family room ) 4 ຫ້ອງ, Deluxe room 24 ຫ້ອງ ເເລະ Standard room 26 ຫ້ອງ,ຄາດການກໍ່ສ້າງພາຍໃນ 2 ປີ ໃຫ້ສໍາເລັດ, ເຊີ່ງຄາດວ່າຈະສາມາດຮອງຮັບນັກທ່ອງທ່ຽວໄດ້ປະມານ 25,000 – 30,000 ຄົນຕໍ່ປີ ແລະ ຍັງມີສິ່ງອໍານວຍຄວາມສະດວກພາຍໃນເຮືອນພັກ ເຊັ່ນ : ຫ້ອງອາຫານ, ສະລອຍນໍ້າ, ຟິດເນັດ, ຊ່າວນາ ເເລະ ອື່ນໆ. ນອກຈຳກນີ້ທາງໂຮງເເຮມຍັງຈະສ້າງກິດຈະກໍາຕ່ຳງໆ ເພື່ອເພີ່ມທັດສະນີຍະພາບໃຫ້ເເກ່ນະຄອນຫລວງ ພະບາງ ເປັນຕົ້ນແມ່ນ ການບໍ ລິການຂີ່ລົດຖີບຊົມເມຶອງຍ້ອນຍຸກເເບບສະໃຫມ 500 ປີກ່ອນ, ມີການແຕ່ງກາຍແບບລາຊະວົງເກົ່ຳ, ສອນເເຕ່ງອາຫານພື້ນເມືອງ, ຟຼ້ອນລໍາວົງລາວ ເເລະ ເປັນບ່ອນຖ່າຍຮູບໃຫຼ້ເເກ່ນັກທ່ອງທ່ຽວ ເຊີ່ງຈະສ້າງໂສມໜ້າອັນໃໝ່ໃຫ້ແກ່ ນະຄອນ ຫຼວງພະບາງຕື່ມອີກ.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ກັບ ທ່ານ ພົນຈັດຕະວາ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການປ້ອງການຄວາມສະຫງົບ ໄດ້ຮ່ວມລົງນາມເຊັນສັນຍາກໍ່ສ້າງ ໂດຍຊ້ອງໜ້າ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ມີຫົວໜ້າ,ຮອງຫົວໜ້າຈາກກົມກອງທີ່ກ່ຽວຂ້ອງ, ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານວິການການຂອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ມູນຈາກ: ຂ່າວສານຫຼວງພະບາງ