ເມືອງແກ່ນທ້າວ ສອບເສັງນັກຮຽນເກັ່ງ ປະຈໍາສົກຮຽນ 2019 – 2020

219

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມີພິທີສອບເສັງນັກຮຽນເກັ່ງຂັ້ນຮຽນ ປ 5, ມ 4 ແລະ ມ 7 ປະຈໍາສົກຮຽນ 2019 – 2020 ໄຂຂຶ້ນໃນຕອນເຊົ້າວັນທີ 9 ມັງກອນ 2020 ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນສົງ ໂດຍການເຂົ້າຮ່ວມຂອງ ທ່ານ ອໍາຄາ ລັດສະໝີ ວ່າການເຈົ້າເມືອງແກ່ນທ້າວ, ທ່ານ ສົມພອນ ຈີນດາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຜູ້ບໍລິຫານການສຶກສາ ແລະ ກີລາ, ຄູສຶກສານິເທດ, ຄູນໍາພາ ແລະ ນ້ອງນັກຮຽນເກັ່ງ ເຂົ້າຮ່ວມ 130 ກວ່າຄົນ.

ໃນພິທີ ທ່ານ ສົມພອນ ຈີນດາວົງ ໄດ້ກ່າວວ່າ: ພິທີສອບເສັງນັກຮຽນເກັ່ງໃນຄັ້ງນີ້ແມ່ນມີ ຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະເປັນການສົ່ງເສີມການຍົກລະດັບຄຸນນະພາບການສຶກສາ, ເປັນການຄັດເລືອກເອົານັກຮຽນທີ່ຮຽນເກັ່ງແຕ່ລະວິຊາຂອງຊັ້ນປະຖົມສຶກສາ ປ 5, ມັດທະຍົມສຶກສາຕອນຕົ້ນ ມ 4 ແລະ ຕອນປາຍ ມ 7 ວິຊາລະ 1 ນ້ອງ ເພື່ອເປັນຕົວແທນຂອງເມືອງໄປສອບເສັງຂັ້ນແຂວງ ແລະ ຂັ້ນສູນກາງ.

ທ່ານ ອໍາຄາ ລັດສະໝີ ໄດ້ເນັ້ນໃຫ້ນັກສອບເສັງທັງໝົດຈົ່ງພ້ອມກັນປະຕິບັດກົດລະບຽບຂອງການສອບເສັງໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ຄົ້ນຄວ້າບົດສອບເສັງໃຫ້ເລິກເຊິ່ງ ສົມກັບ ຄວາມໄວ້ເນື້ອເຊື່ອໃຈທີ່ເປັນຕົວແທນຂອງນັກຮຽນເກັ່ງແຕ່ລະກຸ່ມ, ແຕ່ລະໂຮງຮຽນຢ່າງແທ້ຈິງ; ໃຫ້ຄະນະຮັບຜິດຊອບການສອບເສັງ ໂດຍສະເພາະແມ່ນກໍາມະການເຝົ້າຫ້ອງ, ກໍາມະການກວດກາບົດ ແລະ ກອງເລຂາ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງການສອບເສັງໃຫ້ເຂັ້ມງວດ, ມີຄວາມສັດຊື່ບໍລິສຸດ, ມີຄວາມໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້.