3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ

348

3 ບໍລິສັດໄດ້ຈັບມືກັນ ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຂຶ້ນຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະນຳໃຊ້ຂີ້ເຫຍື້ອຈາກຊຸມຊົນ 400 ໂຕນ/ວັນ ເພື່ອເປັນວັດຖຸດິບຜະລິດກະແສໄຟຟ້າ 6 MW.

ພິທີວາງສີລາລືກດັ່ງກ່າວ ຈັດຂຶ້ນວັນທີ 9 ມັງກອນ 2020 ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ທ່ານ ນາງ ອຸຣະວະດີ ສິພິຣົມ ອັກຄະລະຣາຊະທູດ ແຫ່ງຣາຊອານາຈັກໄທ ປະຈໍາລາວ ຕະຫຼອດຮອດຫົວໜ້າພະແນກການກ່ຽວຂ້ອງ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ທັງເປັນຜູ້ອໍານວຍການ ບໍລິສັດ ວຽງຈັນ ບໍລິຫານຈັດການຂີ້ເຫຍື້ອ ຈໍາກັດ ກ່າວວ່າ: ໂຄງການກໍ່ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຄງການທີ່ບໍລິສັດໄດ້ຮັບອະນຸຍາດຈາກພາກລັດໃນເຂດນີ້ 50 ເຮັກຕາ ໂດຍມີອາຍຸສໍາປະທານ 45 ປີ ແລະ ສາມາດຕໍ່ໄດ້.

ໂຄງການມີມູນຄ່າລົງທຶນເບື້ອງຕົ້ນ 30 ລ້ານໂດລາສະຫາລັດ ໂດຍເປັນທຶນຈົດທະບຽນ 9 ລ້ານໂດລາສະຫະລັດ ເຊິ່ງບໍລິສັດທີລົງທຶນມີ ບໍລິສັດ ຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ຖືຮຸ້ນ 20%, ບໍລິສັດ ຍູເອຊີ ເອັນເນີເຢີ້ ຈໍາກັດ (ໄທ) ຖືຮຸ້ນ 50,01%, ບໍລິສັດ ສະແບງຊັດສ໌ເທນເນເບີ້ນ ເອັນເນີຢີ້ ຈໍາກັດ (ໄທ) ຖືຮຸ້ນ 29,99%.