ພຽງປີດຽວ! ການຄ້າກວດຢຶດ ທໍາລາຍສິນຄ້າບໍ່ຖືກກົດໝາຍ ມູນຄ່າ 600 ກວ່າລ້ານກີບ

85

ປີຜ່ານມາ ໄດ້ມີການກວດຢຶດ ແລະ ທໍາລາຍສິນຄ້າບໍ່ຖືກຕ້ອງຕາມກົດໝາຍ ມູນຄ່າ 600 ກວ່າລ້ານກີບ, ຂະນະທີ່ປີ 2018 ຂອບເຂດທົ່ວປະເທດກວດພົບການລະເມີດລະບຽບການຄຸ້ມຄອງການຄ້າ, ສິນຄ້ານອກລະບົບ ແລະ ການດໍາເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດ 1.841 ກໍລະນີ.

ພາບປະກອບເທົ່ານັ້ນ

ອີງຕາມບົດລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຊີ້ແຈງຄຳຊັກຖາມຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 12 ພະຈິກ 2019 ວ່າ: ວຽກງານການກວດກາສໍາລັບປີ 2019 ກົມການຄ້າພາຍໃນ ກະຊວງ ອຄ ກໍໄດ້ມີການກວດກາການລັກລອບນໍາເຂົ້າຊຸດຮັບສັນຍານໂທລະພາບຈານດາວທຽມຍີ່ຫໍ້ Infoset, IPM, ສິນຄ້າປອມແປງຮຽນແບບເຄື່ອງໝາຍການຄ້າຮອນດ້າ, ຄູໂບຕ້າ, ນໍ້າມັນເຄື່ອງ, ອາໄຫຼ່ ແລະ ພິເສດໄດ້ກວດກາການນໍາເຂົ້າພືດຜັກ ແລະ ໝາກໄມ້ຜ່ານດ່ານສາກົນຂົວມິດຕະພາບ 1 ( ນະຄອນຫຼວງວຽງຈັນ – ໜອງຄາຍ ) ບໍ່ເສຍພັນທະເຕັມຕາມຕົວຈິງ ແລະ ຢູ່ໃນພືດຜັກບາງຊະນິດມີສານປົນເປື້ອນເກີນຄ່າທີ່ກໍານົດໄວ້.

ພາບປະກອບເທົ່ານັ້ນ

ພ້ອມດຽວກັນນັ້ນ, ກໍໄດ້ຈັດພິທີທໍາລາຍສິນຄ້າດັ່ງກ່າວຖິ້ມ. ໃນນີ້, ມີກ່ອງຮັບສັນຍານອິນໂຟແຊັດ 2.870 ກ່ອງ, ຈານຮັບສັນຍານຄົບຊຸດລວມຫົວດູດ ຈໍານວນ 355 ຊຸດ ແລະ ຫົວດູດ 375 ຫົວ ມູນຄ່າ 503 ລ້ານກວ່າກີບ, ນໍ້າມັນເຄື່ອງປອມລວມທັງໝົດ 6.490 ຕຸກ ປະລິມານ 4.699 ລິດ ຄິດເປັນມູນຄ່າ 154 ລ້ານກວ່າກີບ ແລະ ພືດຜັກ 11 ລາຍການ ລວມນໍ້າໜັກ 1.990 ກິໂລ ຄິດເປັນມູນຄ່າ 18,8 ລ້ານກວ່າກີບ ເຊິ່ງລວມທັງໝົດ 677 ລ້ານກວ່າກີບ.

ພາບປະກອບເທົ່ານັ້ນ

ນອກນັ້ນ, ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບສະພາບຂອງພະຍາດອະຫິວາໝູອາຟຣິກກາ ຢູ່ປະເທດໃກ້ຄຽງ ແລະ ໃນໂລກ ແລະ ແຈ້ງການຂອງກົມລ້ຽງສັດ ແລະ ການປະມົງ, ກະຊວງ ອຄ ໄດ້ອອກແຈ້ງການກ່ຽວກັບການຕິດຕາມ, ກວດກາ ແລະ ສະກັດກັ້ນການນໍາເຂົ້າ ແລະ ຜະລິດຕະພັນໝູທຸກຊະນິດທີ່ນໍາເຂົ້າຈາກ ສປ ຈີນ ແລະ ສສ ຫວຽດນາມ, ແຕ່ກໍຍັງມີບາງແຂວງມີການລັກລອບນໍາເຂົ້າ ເຊັ່ນ: ແຂວງຜົ້ງສາລີ ຈໍານວນ 100 ກວ່າກິໂລ, ແຂວງຫຼວງນໍ້າທາ ຈໍານວນ 5,4 ໂຕນ.

ພາບປະກອບເທົ່ານັ້ນ

ໃນຂະນະປີ 2018 ການປະຕິບັດວຽກງານກວດກາການຄ້າໃນຂອບເຂດທົ່ວປະເທດ ລວມທັງສູນກາງ ແລະ ທ້ອງຖິ່ນໄດ້ເຄື່ອນໄຫວຕິດຕາມກວດກາການລະເມີດລະບຽບການຄຸ້ມຄອງການຄ້າ, ການຄ້າສິນຄ້ານອກລະບົບ ແລະ ການດໍາເນີນທຸລະກິດທີ່ບໍ່ ມີທະບຽນວິສາຫະກິດໄດ້ທັງໝົດ 1.841 ກໍລະນີ.

ພາບປະກອບເທົ່ານັ້ນ

ໃນນັ້ນ, ແກ້ໄຂແລ້ວ 1.789 ກໍລະນີ, ຍັງຄ້າງ 52 ກໍລະນີ; ໄດ້ປັບໃໝ ແລະ ຂາຍເຄື່ອງຮິບ ຄິດເປັນມູນຄ່າລວມທັງ ໝົດ 2.671 ລ້ານກວ່າກີບ. ໃນນີ້, ມູນຄ່າຂາຍເຄື່ອງຮິບ 262 ລ້ານກວ່າກີບ, ສ່ວນໃຫຍ່ຈະເປັນສິນຄ້າປະເພດໄມ້ ໂດຍມີຄະນະກໍາມະການຂອງແຂວງຈັດການປະມູນຂາຍຕາມລະບຽບການ, ມູນຄ່າການປັບໃໝ 2.306 ລ້ານກວ່າກີບ ( ເປັນການຄ້າສິນຄ້ານອກລະບົບ ເປັນຕົ້ນການນໍາເຂົ້າສິນຄ້າບໍລິໂພກ – ອຸປະໂພກ, ເຄື່ອງຮັບໃຊ້ການກໍ່ສ້າງ ແລະ ອື່ນໆທີ່ລັກລອບນໍາເຂົ້າບໍ່ເສຍພັນທະຕ່າງໆໃຫ້ລັດ ຫຼື ເສຍບໍ່ຄົບຖ້ວນຕາມການນໍາເຂົ້າຕົວຈິງ ).

ນອກນີ້, ຍັງໄດ້ລົງຕິດຕາມກວດກາຕາມຫ້າງຮ້ານ, ຕາມຕະຫຼາດ ແລະ ສະຖານທີ່ຄ້າຂາຍຕ່າງກໍພົບເຫັນສິນຄ້າໝົດອາຍຸການນໍາໃຊ້ ປະເພດເຄື່ອງບໍລິໂພກສໍາເລັດຮູບ, ສິນຄ້າລອກຮຽນແບບ ຫຼື ປອມແປງເຄື່ອງໝາຍການຄ້າປະເພດແປ້ງນົວກາຈອງ, ຢາສູບເຖື່ອນທີ່ໄດ້ທໍາລາຍຖິ້ມ ເປັນມູນຄ່າ 1.897.861.000 ກີບ. ໃນນີ້, ມີທັງເຄື່ອງໃນສັດ, ຊິ້ນສ່ວນສັດ ແລະ ສັດທີ່ລັກລອບນໍາເຂົ້າບໍ່ໄດ້ຮັບອະນຸຍາດ.