ທ່ານນາງວາລີ ເວດສະພົງ ແລະຂາຫຸ້ນ ລົງຕິດຕາມການກໍ່ສ້າງໂຮງໝໍກະເສມລາດ ຕາມແຜນຈະເປີດບໍລິການໄດ້ໃນຕົ້ນປີ2021

391

ໂຄງການກໍ່ສ້າງໂຮງຫມໍກະເສມລາດ ຕັ້ງຢູ່ທີ່ບ້ານດອນນົກຂຸ້ມເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ວາງສີລາລືກການກໍ່ສ້າງເມື່ອເດືອນພຶດສະພາປີ2018.

ໂຄງການນີ້ແບ່ງອອກເປັນ 2 ໄລຍະການກໍ່ສ້າງ ມີມູນຄ່າການກໍ່ສ້າງທັງໝົດປະມານ 60 ລ້ານໂດລາສະຫະລັດ ຫລື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫລັງ, ສູງ 7-12 ຊັ້ນ, ມີ 38 ຫ້ອງກວດ 254 ຕຽງນອນ.

ຫຼ້າສຸດເມື່ອວັນທີ 7 ມັງກອນ2020 ຜ່ານມາ ທ່ານນາງວາລີ ເວດສະພົງ ໄດ້ໂພດພາບ  ການລົງຕິດຕາມການກໍ່ສ້າງໂຮງໝໍກະເສມລາດຮ່ວມກັບຂາຫຸ້ນ ເພື່ອຊີ້ນຳການກໍ່ສ້າງໃຫ້ໄດ້ຄຸນນະພາບແລພສຳເລັດຕາມຄາດໝາຍທີ່ວາງໄວ້.

ທ່ານນາງວາລີ ໄດ້ໂພດຮູບພາບເນື້ອໃນວ່າ: ກະເສມລາດ ອິນເຕີເນຊັ່ນແນລ ຮອສປີຕອລ ວຽງຈັນຫລື  Kasemrad International Hospital Vientiane (KIHV)” ໂຄງການທີ່ສັງຄົມລໍຄອຍ ໂຄງການທີ່ຜູ້ລົງທຶນທຸ່ມເທທັງສະຕິປັນຍາ ກຳລັງຊັບມະຫາສານ ກຳລັງໃຈ ຫົວໃຈທີ່ຮັກໃນອາຊີບ ຄວາມຕັ້ງໃຈທີ່ຕ້ອງການໃຫ້ປະເທດລາວມີໂຮງຫມໍລະດັບມາດຕະຖານສາກົນແຫ່ງທຳອິດໃນປະເທດທີ່ລົງທຶນດ້ວຍທຶນຈາກພາກເອກກະຊົນ.

ຄາດຫວັງວ່າພວກເຮົາຈະສາມາດເປັນສ່ວນນ້ອຍໆໜຶ່ງທີ່ສາມາດປະກອບສ່ວນໃຫ້ວົງການສາທາລະນະສຸກໄດ້ມີການພັດທະນາທັງດ້ານວິຊາຊີບແພດ ດ້ານບຸກຄະລາກອນແພດ ພະຍາບານໃຫ້ນັບມື້ກ້າວຫາຄຸນນະພາບຢ່າງຈິງຈັງ ຫວັງວ່າຈະໄດ້ຮັບການສະຫນັບສະຫນູນຈາກທຸກພາກສ່ວນຂອງສັງຄົມ.

ທີມພວກເຮົາຕັ້ງໃຈສູງໃນການເອົາໃຈໃສ່ວາງແຜນໃນທຸກລາຍລະອຽດປີກຍ່ອຍດ້ວຍປະສົບການຂອງທ່ານສາດສະດາຈານ ດຣ ສະເຫລີມ ຫານພານິດ (ຫຸ້ນສ່ວນ ຂພຈ)ທີ່ຢູ່ໃນວົງການສ້າງແລະພັດທະນາໂຮງໝໍມາຫລາຍກວ່າ 35 ປີແລະມີໂຮງຫມໍໃນທົ່ວປະເທດໄທເກືອບ 20 ແຫ່ງ ເຊິ່ງສາມາດຫມູນວຽນບຸກຄະລາກອນແພດລະດັບຜູ້ຊ່ຽວຊານເພື່ອບໍລິການຄົນເຈັບທີ່ມາໃຊ້ບໍລິການໃນເຄືອຂອງໂຮງຫມໍກະເສມລາດໄດ້ .

ເຮົາມີຄວາມຕັ້ງໃຈແລະພະຍາຍາມຈະສ້າງບຸກຄະລາກອນໃນປະເທດໃຫ້ໄດ້ມາດຕະຖານທຽບເທົ່າພາກພື້ນແລະສາກົນ ຫວັງວ່າທຸກຢ່າງຈະໄປຕາມແຜນທີ່ວາງໄວ້ ຕາມແຜນແມ່ນທຸກຢ່າງຈະສຳເລັດໃນທ້າຍປີ 2020 ຈະສາມາດເປີດບໍລິການໄດ້ໃນເດືອນມັງກອນ ປີ2021.