ອ່າງອາບນ້ຳອັດສະລິຍະ Kohler Moxie Showerhead ຈະວາງຂາຍໄວໆນີ້

94

ສຸດຍອດຄວາມຄິດອີກແລ້ວ ເອົາໃຈສາຍດົນຕີໃນຫົວໃຈ ທີ່ບໍ່ວ່າຈະເຮັດຫຍັງຢູ່ໃສກໍຕ້ອງມີສຽງເພງ ບໍ່ເວັ້ນແຕ່ຕອນອາບນໍ້າຍິ່ງເປັນເວລາທີ່ປົດປ່ອຍ ເພີດເພີນກັບສຽງດົນຕີ ແລະ ການຮ້ອງເພງ ຫຼາຍກວ່າການອາບນໍ້າຊໍ້າບາງເທື່ອນະ 55 (ຖ້າບໍ່ຟ້າວໄປໃສເດີ້).

ແລະ ປັດຈຸບັນທ່ານບໍ່ຈໍາເປັນອີກແລ້ວທີ່ຈະເອົາໂທລະສັບ ຫຼື ລໍາໂພງເຂົ້າໄປໃນຫ້ອງນໍ້າເພື່ອເປີດເພງຟັງໃນເວລາທີ່ທ່ານອາບນໍ້າ ຫຼື ເຂົ້າຫ້ອງນໍ້າ ເມື່ອ Kohler ໄດ້ອອກຜະລິດຕະພັນໃໝ່ ລຸ້ນ Moxie Showerhead ມັນຄືບົວອາບນໍ້າທີ່ມາພ້ອມກັບລໍາໂພງໃຫ້ທ່ານໄດ້ຟັງເພງໄປ ອາບນໍ້າໄປຢ່າງເຕັມອີ່ມ.

Kohler Moxie Showerhead ໄດ້ເປີດໂຕມາ 2 ລຸ້ນຄື: ລຸ້ນ Bluetooth ທໍາມະດາ ແລະ ລຸ້ນເສີມ Alexa ເຂົ້າມາເພື່ອສັ່ງການດ້ວຍສຽງ ວ້າວ ຄັກໄປອີກ.

ລັກສະນະຂອງບົວອາບນໍ້າ ຈະແຍກສ່ວນລໍາໂພງກັບບົວອາບນໍ້າ ລໍາໂພງຈະຢູ່ກາງ ສາມາດກັນນໍ້າໄດ້ມາດຕະຖານ IPX67 ຕິດກັບບົວອາບນໍ້າດ້ານນອກດ້ວຍແມ່ເຫຼັກ ແລະ ເປັນການສາກແບບໃນໂຕ.

ລຸ້ນ Bluetooth ສາມາດໃຊ້ງານໄດ້ 6-7 ຊົ່ວໂມງ ລາຄາປະມານ 3,000 ບາດ ປະມານ 900.000 ກີບ ແລະ ລຸ້ນ Alexa ໃຊ້ງານໄດ້ 5 ຊົ່ວໂມງ ລາຄາປະມານ 5,000 ບາດ ປະມານ 1.500.000 ກີບ ແຕ່ບົວອາບນໍ້າຕ້ອງຊື້ເພີ່ມໃນລາຄາ 2.100 ບາດ ປະມານ 630.000 ກີບ ຈະວາງຂາຍທີ່ປະເທດໄທໃນປີນີ້ ສ່ວນບ້ານເຮົາກໍ່ຄາດວ່າຈະໄດ້ໃຊ້ໃນໄວໆນີ້ ຫາເງິນໄວ້ແຕ່ຕອນນີ້ເລີຍນໍ!