ສັບພະຄຸນຂອງໂສມ ຢາດີບຳລຸງຮ່າງກາຍພາຍໃນສູ່ພາຍນອກ

207

ຫຼາຍໆຄົນຄົງຮູ້ຈັກ, ຄຸນເຄີຍກັບໂສມ ທີ່ທັງເປັນສ່ວນປະກອບໃນເຄື່ອງສໍາອາງ, ອາຫານ, ຢາ ແລະ ຄີມບໍາລຸງຕ່າງໆກັນແລ້ວ ແຕ່ວ່າມື້ນີ້ຈະມາແນະນໍາໃຫ້ຮູ້່ພີ່ມເຕີມວ່າສັບພະຄຸນຂອງໂສມນັ້ນມີຄຸ່ນຄ່າ ແລະ ມີປະໂຫຍດຫຼາຍຕໍ່ກັບເຮົາດັ່ງນີ້:

1 ໂສມ ຊ່ວຍຫລຸດອາການເຈັບທ້ອງນ້ອຍປວດປະຈໍາເດືອນ : ຄຸນປະໂຫຍດຂໍ້ນີ້ດີຕໍ່ແມ່ຍິງໂດຍສະເພາະ ເນື່ອງຈາກອາການປວດປະຈຳເດືອນນັ້ນທໍລະມານຫລາຍ, ແຕ່ນັກວິໄຈຄິດຄົ້ນ ແລະ ຢັ້ງຢືນມາແລ້ວວ່າ ໂສມມີລິດຊ່ວຍປັບຮໍໂມນໃນແມ່ຍິງ, ຊ່ວຍຫລຸດອາການປວດປະຈຳເດືອນ ແລະ ຍັງຊ່ວຍປັບຮໍໂມນສຳລັບແມ່ຍິງທີ່ກຳລັງຈະເຂົ້າສູ່ໄວໝົດປະຈຳເດືອນ ຫລື ໄວທອງໄດ້ນຳອີກ.

2 ຊ່ວຍຫລຸດອາການຜົມຫລົ່ນ, ປ້ອງກັນບັນຫາຜົມບາງ ແລະ ຫົວລ້ານ : ໂສມມີສ່ວນຊ່ວຍບຳລຸງເລືອດ ເຮັດໃຫ້ຮ່າງກາຍ ສ້າງແຊນ PAPILLA ໄດ້ຫລາຍຂຶ້ນ ເຊິ່ງແຊນດັ່ງກ່າວເປັນແຊນທີ່ຊ່ວຍໃຫ້ອາຍຸຂອງເສັ້ນຜົມຢູ່ໄດ້ດົນຂຶ້ນ ບໍ່ຂາດຫລົ່ນງ່າຍ ແລະ ຍັງຊ່ວຍໃຫ້ຜົມທີ່ປົ່ງຂຶ້ນມາໃໝ່ແຂງແຮງ, ປ້ອງກັນບັນຫາຜົມບາງ, ຫົວລ້ານ ເສຍບຸກຄະລິກກະພາບ.

3 ຊ່ວຍບຳລຸງຜິວ, ຫລຸດການເກີດຮອຍຫ່ຽວກ່ອນໄວ ເນື່ອງຈາກໂສມມີສານ Phytonutrients ແລະ ສານ Anti Oxidants ຈຶ່ງຊ່ວຍຕໍ່ຕ້ານສານອະນຸມູນອິດສະລະຕ່າງໆທີ່ຈະມາທຳລາຍຜິວໃຫ້ເກີດຮອຍຫ່ຽວ ທັງຍັງຊ່ວຍດູແລຄໍລາເຈັນໃນຜິວຊັ້ນກາງ ເຮັດໃຫ້ຜິວໜ້າເບິ່ງອ່ອນກ່ວາອາຍຸ ທັງຍັງຊ່ວຍກຳຈັດແຊນຜິວເກົ່າທີ່ເສື່ອມສະພາບແລ້ວໃຫ້ຫລຸກອອກໄປ ພ້ອມເຜີຍຜິວໃໝ່ທີ່ສົດໃສກ່ວາເກົ່າອອກມາ.

4 ຊ່ວຍຫລຸດບັນຫາອ້ອມດວງຕາ : ຍ້ອນໂສມມີສານ Saponin ທີ່ຊ່ວຍກະຕຸ້ນແຊນກ້ອງຜິວໜັງອ້ອມດວງຕາໃຫ້ແຂງແຮງ ຈຶ່ງສາມາດຊ່ວຍແກ້ໄຂບັນຫາຮອຍດຳຄຳ້ກ້ອງດວງຕາ, ຫລຸດອາການຂອງຖົງກ້ອງຕາ, ຊ່ວຍຟື້ນຟູບຳລຸງຜິວອ້ອມດວງຕາໃຫ້ເບິ່ງອ່ອນກ່ວາອາຍຸຍິ່ງຂຶ້ນ.

5 ຂັດຂວາງແຊນມະເຮັງຮັງໄຂ່, ມະເຮັງຕ່ອມລູກໝາກ ແລະ ມະເຮັງປອດ : Ginsenosides ໃນໂສມນັ້ນມີຄຸນສົມບັດຊ່ວຍຂັດຂວາງການເຕັບໃຫຍ່ຂອງແຊນມະເຮັງໃນຮັງໄຂ່, ແຊນມະເຮັງຕ່ອມລູກໝາກ ແລະ ແຊນມະເຮັງປອດໄດ້ເປັນຢ່າງດີ ຈາກການວິໄຈພົບວ່າ ຜູ້ປ່ວຍມະເຮັງທັງ 3 ກຸ່ມນີ້ທີ່ໄດ້ກິນໂສມຢ່າງຕໍ່ເນື່ອງຈະສາມາດປະຄອງອາການຂອງພະຍາດ ແລະ ມີຊີວິດຢູ່ໄດ້ດົນຂຶ້ນກ່ວາກຸ່ມຜູ້ປ່ວຍທີ່ບໍ່ໄດ້ກິນໂສມ.

6 ຊ່ວຍປິ່ນປົວ ແລະ ປ້ອງກັນພະຍາດເບົາຫວານ : ໂສມມີສ່ວນຊ່ວຍໃຫ້ຮ່າງກາຍສາມາດດູດຊຶມຄາໂບໄຮເດຣດໄດ້ຊ້າລົງ ເພີ່ມປະສິດທິພາບໃນການເຮັດວຽກຂອງແຊນທີ່ເຮັດໜ້າທີ່ນຳເອົານຳ້ຕານກລູໂກສໃນຮ່າງກາຍໄປໃຊ້ງານໄດ້ຫລາຍຂຶ້ນ ທັງໄປກະຕຸ້ນໃຫ້ການຫລັ່ງອິນຊູລິນເປັນໄປຢ່າງມີປະສິດທິພາບ ຈຶ່ງເຮັດໃຫ້ລະດັບນຳ້ຕານໃນເລືອດຫລຸດລົງ ຊ່ວຍປິ່ນປົວ ແລະ ປ້ອງກັນການເກີດພະຍາດເບົາຫວານໄດ້ເປັນຢ່າງດີ.

7 ຊ່ວຍໃນການຫລຸດນຳ້ໜັກ : ໂສມເປັນໂຕຊ່ວຍໃນການຫລຸດນຳ້ໜັກ ແລະ ໄຂມັນໄດ້ດີ ເພາະສາມາດປັບສະພາບໃຫ້ຮ່າງກາຍຫລຸດການສະສົມຂອງໄຂມັນ ທັງຍັງເລັ່ງຂະບວນການເຜົາຜານໃນຮ່າງກາຍໃຫ້ເຮັດວຽກເຕັມທີ່.

8 ຊ່ວຍເພີ່ມສະມັດຕະພາບທາງເພດໃນຜູ້ຊາຍ : ເພາະໂສມສາມາດໄປເພີ່ມປະລິມານໄນຕຣິກອອກໄຊໃນຮ່າງກາຍ ເຮັດໃຫ້ສາມາດປິ່ນປົວອາການເສື່ອມສະມັດຕະພາບທາງເພດໃນຜູ້ຊາຍໄດ້.

9 ຫລຸດອາການຄວາມດັນເລືອດສູງ – ຕໍ່າ : ໂສມຊ່ວຍບຳລຸງເລືອດ ແລະ ປັບຄວາມດຸ່ນດ່ຽງຕ່າງໆໃນຮ່າງກາຍ, ແຕ່ກໍຕ້ອງລະວັງການໃຊ້ໂສມກັບຜູ້ປ່ວຍຄວາມດັນເລືອດສູງຄວນກິນໂສມຂາວ ແລະ ຜູ້ປ່ວຍຄວາມດັນເລືອດຕໍ່າຄວນກິນໂສມແດງ ເຊິ່ງໂສມ 2 ຊະນິດນີ້ອອກລິດແຕກຕ່າງກັນ.

10 ຫລຸດຄວາມເຄັ່ງຄຽດ ແລະ ແກ້ອາການນອນບໍ່ຫລັບ : ໂສມມີສານຄາຍຄວາມເຄັ່ງຄຽດ Ginsenosides ແລະ ສານຊ່ວຍໃຫ້ຜ່ອນຄາຍ Adaptogens.

11 ບຳລຸງສະໝອງ ແລະ ລະບົບຄວາມຈື່ຈຳ : ໂສມມີສານທີ່ຊ່ວຍເສີມການເຮັດວຽກຂອງສານສື່ປະສາດສາມາດເຊື່ອມ ໂຍງຂໍ້ມູນລະຫ່ວາງແຊນປະສາດຂອງລະບບົປະສາດໃຫ້ເຮັດວຽກໄດ້ເຕັມທີ່ ແລະ ມີປະສິດທິພາບ, ປັບຂະບວນການຄິດ ແລະ ວິເຄາະຂໍ້ມູນໃຫ້ມີຄວາມວ່ອງໄວຍິ່ງຂຶ້ນ.

12 ຊ່ວຍເສີມສ້າງພູມຕ້ານທານ, ຫລຸດອາການພູມແພ້ຕ່າງໆ : ໂສມຊ່ວຍປັບສະພາບຮ່າງກາຍໃຫ້ຢູ່ໃນຄວາມດຸ່ນດ່ຽວ ຈຶ່ງສາມາດປ້ອງກັນເຊື້ອພະຍາດຕ່າງໆໄດ້ດີ, ຜູ້ປ່ວຍທີ່ເປັນພະຍາດພູມແພ້, ຮ່າງກາຍອ່ອນແອ, ເປັນໄຂ້ຫວັດງ່າຍ, ໄອຈາມເລື້ອຍໆ ຫາກໄດ້ກິນໂສມຈະສາມາດຫລຸດອາການເຫລົ່ານີ້ລົງໄດ້