ນະຄອນຫຼວງ ເປີດຕະຫລາດໃຫຍ່ແຫ່ງໃຫມ່ຢູ່ຫຼັກ 8 ຖະໜົນທ່າເດື່ອ

188

ນັບວ່າເປັນຂ່າວດີຂອງຊາວເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທີ່ຈະມີຕະຫລາດໃຫຍ່ແຫ່ງໃຫມ່ ທີ່ທັນສະໄຫມ, ກວ້າງຂວາງ ສໍາລັບຄ້າຂາຍ ມີຈຸດຂາຍເຄື່ອງຫຼາຍເຖິງ 400ກວ່າຈຸດ.

ກ້ວາງຂວາງ

ທ່ານ ສົມຫວັງ ມາລິຍາ ເຈົ້າຂອງຕະຫຼາດສົມຫວັງ KM 8 ໃຫ້ຮູ້ວ່າ: ຕະຫຼາດແຫ່ງນີ້ ຕັ້ງຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 17.520 ຕາແມັດ, ອອກແບບຕາມຄໍາຂວັນ 6 ສໍ ຂອງນະຄອນຫຼວງວຽງຈັນວາງອອກ, ພ້ອມນີ້ກໍ່ໄດ້ຈັດສັນຈຸດຂາຍອອກເປັນ 8 ໂຊນໃຫຍ່, ມີ 448 ຈຸດຂາຍ ເຊັ່ນ:

ໂຊນ A1 ມີ 45ຫ້ອງ ຂາຍເຄື່ອງທົ່ວໄປ, ໂຊນ B ມີ 78ຫ້ອງ ຂາຍເສື້ອຜ້າເຄື່ອງໃຊ້ຕ່າງໆ, ໂຊນ C1 ມີ 83 ໂຕະ ຂາຍເຄື່ອງແຫ້ງ, ໂຊນ C2 ມີ 50 ໂຕະ ຂາຍໝາກໄມ້ , ໂຊນ C3 ມີ 10 ໂຕະ ຂາຍຂອງກິນສຸກ, ໂຊນ D1 ມີ 60 ໂຕະ ຂາຍຊີ້ນ, ໂຊນ D2 ມີ 72 ໂຕະ ຂາຍຜັກ ແລະ ໂຊນ D3 ມີ 50 ໂຕະ ຂາຍປາ, ໄກ່ ແລະ ເຄື່ອງທະເລ.

ພືດຜັກອິນຊີກໍ່ມີ

ຕະຫຼາດແຫ່ງນີ້ມີມູນຄ່າການລົງທຶນທັງໝົດ 44ຕື້ກີບ, ສ້າງຕົວຈິງ ໄລຍະ I ລວມ 29ຕື້ກີບ ໂດຍແມ່ນທຶນຂອງຜູ້ປະກອບການທັງໝົດ ຈາກບໍລິສັດ ສົມຫວັງຈະເລີນກໍ່ສ້າງຂົວ-ທາງ ຈໍາກັດ ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວໃນວັນທີ 7 ມັງກອນ 2020 ເປັນຕົ້ນໄປ.