9 ເດືອນ ລັດອະນຸມັດໃຫ້ພາກເອກະຊົນລົງທຶນ 37 ໂຄງການ

289

ໄລຍະ 9 ເດືອນ ປີ 2019 ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈຳນວນ 37 ໂຄງການ. ໃນນີ້, ມີທຶນຈົດທະບຽນຫຼາຍກວ່າ 2 ຕື້ໂດລາສະຫະລັດ ແລະ ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10 ພັນກວ່າຫົວໜ່ວຍ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2019 ໃນວັນທີ 16 ທັນວາ 2019 ຜ່ານມາວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈຳນວນ 37 ໂຄງການ, ມີທຶນຫຼາຍກວ່າ 7 ຕື້ໂດລາສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ໂດລາສະຫະລັດ ( ສະເພາະສູນກາງອະນຸມັດ ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນປະມານ 223 ລ້ານໂດລາສະຫະລັດ, ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10.200 ຫົວໜ່ວຍ ໃນຈຳນວນທຶນຫຼາຍກວ່າ 74.787 ກວ່າຕື້ກີບ ຫຼື ເທົ່າກັບ 9 ຕື້ກວ່າໂດລາສະຫະລັດ.

ສໍາລັບການລົງໃນທຶນເຂດເສດຖະກິດພິເສດຈຳນວນ 12 ເຂດ ສາມາດປະຕິບັດໄດ້ 12.473 ເຮັກຕາ ໃນເນື້ອທີ່ທັງໝົດ 29.458 ເຮັກຕາ ແລະ ມີບໍລິສັດເຂົ້າມາລົງທຶນທັງໝົດ 114 ບໍລິສັດ ທີ່ມາຈາກ ສປ ຈີນ, ໄທ, ຍີ່ປຸ່ນ ແລະ ປະເທດອື່ນໆ ແລະ ລົງທຶນແລ້ວ 1,06 ຕື້ກວ່າໂດລາສະຫະລັດ. ໃນນັ້ນ, ລົງທຶນຫຼາຍກວ່າໝູ່ແມ່ນເຂດສາມຫຼ່ຽມຄໍາ, ເຂດບໍ່ເຕ່ນແດນງາມ, ເຂດກວມລວມໄຊເສດຖາ ແລະ ເຂດບຶງທາດຫຼວງ. ສາມາດສ້າງວຽກເຮັດງານທໍາທັງໝົດ 8.094 ຄົນ. ໃນນັ້ນ, ແຮງງານລາວ 1.862 ຄົນ ກວມເອົາ 23%.

ນອກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນເຖິງບັນດາຈຸດອ່ອນຂໍ້ຄົງຄ້າງຫຼາຍດ້ານ ເປັນຕົ້ນການຈັດສັນໂຄງການ, ການແກ້ໄຂໜີ້ສິນ, ການແກ້ໄຂຜົນການກວດສອບ, ການອໍານວຍຄວາມສະດວກໃນການດຶງດູດການລົງທຶນ, ການຈັດຕັ້ງປະຕິບັດການບໍລິການລົງທຶນປະຕູດຽວ ແລະ ບັນຫາອື່ນໆທີ່ບັນດາພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ແກ້ໄຂ ເພື່ອກ້າວໄປສູ່ຫັນປ່ຽນໃໝ່ ແລະ ຄຸນນະພາບໃໝ່.