ທ່ານນາຍົກເດີນທາງຢ້ຽມຢາມ ສປ ຈີນ ເສີມຂະຫຍາຍຍຸດທະສາດການຮ່ວມມື 4 ດີ

316

ໂດຍຕອບສະໜອງຕາມການເຊຶ້ອເຊີນຂອງສະຫາຍ ຫລີ ເຄີ້ສຽງ, ນາ ຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາຊົນ ຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນ ຕີແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ດຳເນີນການຢ້ຽມຢາມ ສາທາລະ ນະລັດ ປະຊາຊົນຈີນ ຢ່າງເປັນທາງ ການໃນລະຫວ່າງວັນທີ່ 5-9 ມັງ ກອນ 2020. ໃນຕອນເຊົ້າວັນທີ 6 ມັງກອນ 2020 ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນທາງການ ແລະ ສົມກຽດ.

ຄະນະຜູ້ແທນຂັ້ນສູງຂອງສອງປະເທດ ລາວ-ຈີນ, ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງ ການທີ່ຫໍສະພາປະຊາຊົນຈີນ, ການພົບປະຄັ້ງນີ້ ຜູ້ນຳທັງສອງໄດ້ພ້ອມ ກັນທົບທວນຄືນການພົວພັນມິດ ຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມ 4 ດີ (ສະຫາຍທີດີ, ເພື່ອມິດທີດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີດີ) ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ສອງສະຫາຍເລຂາທິການໃຫຍ່, ປະທານປະເທດໄດ້ຮ່ວມກັນ ລົງ ນາມໃນ ເດືອນ ເມສາ 2019 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວນີ້, ນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຢ່າງສົມກຽດຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມຂອງການສະເຫຼີມ ສະ ຫຼອງວັນສະຖາປະນາ ສາທາ ລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ແລະ ສະຫຼຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ພາຍນອກ ແລະ ຜົນສຳເລັດອັນໃຫຍ່ ຫຼວງໃນການສ້າງສາພັດທະນາປະເທດຊາດຂອງສະຫາຍຈີນທີ່ຍາດມາໄດ້ໃນເງື່ອນໄຂທີ່ສະພາບແວດ ລ້ອມຂອງສາກົນມີການຜັນແປສະ ລັບສັບຊ້ອນ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ເສດຖະກິດໂລກກໍ່ຢູ່ໃນສະພາບທົດຖອຍ, ແຕ່ຍ້ອນການນຳພາຂອງພັກຄອມມູຍນິດຈີນໂດຍມີສະຫາຍເລຂາທິການໃຫຍ່ ສີ ຈີ້ນ ຜິງ ເປັນແກນກາງນຳພາ, ມີລັດ ຖະບານເຊິ່ງມີສະຫາຍ ຫລີ ເຄີ້ສຽງ ເປັນຫົວໜ້າ ແລະ ມີປະຊາຊົນດຸ ໝັ່ນ, ຫ້າວຫັນ ແລະ ມີຈິດໃຈຊາດອັນດູດດື່ມ ສປ ຈີນ ສາມາດຍາດ ມາໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງສະຫງ່າຜ່າເຜີຍ, ສ້າງສັງຄົມນິຍົມຕາມສີສັນລັກສະນະພິເສດຂອງ ຈີນ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດຂອງກອງປະ ຊຸມຄົບຄະນະກຳມະ ການສູນກາງພັກຄອມມູນິດຈີນ ຄັ້ງທີ່ 4 ສະໄໝ XIX ກໍຄືຜົນສຳເລັດການຈັດບັນດາກອງປະຊຸມ ສາກົນຕ່າງໆເຊັ່ນ: ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານວາງສະແດງສິນ ຄ້າ ນຳເຂົ້າສາກົນ ທີ່ ຊຽງໄຮ, ເວທີປຶກສາຫາລື ໂບອາວ ປະຈຳປີ 2019 ທີ່ຜ່ານມາ ແລະ ອື່ນໆ.

 

ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີຍັງໄດ້ແລກປ່ຽນ ແລະ ປຶກສາຫາລືບາງບັນຫາ ເຊັ່ນ: ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນເອກະ ສານການຮ່ວມມືສອງຝ່າຍ ທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ການຮ່ວມມືໃຫ້ເແກ່ 2 ພັກ 2 ລັດ, ແລະ ປະຊາຊົນສອງຊາດ ໃນໄລຍະໃໝ່. ໃນດ້ານການຮ່ວມມືດ້ານການຄ້າ ແລະ ການລົງທືນກໍໄດ້ມີການເພີ່ມຂື້ນ, ການລົງທຶນຈາກ ສປ ຈີນ ໄດ້ເປັນອັນດັບ ໜຶ່ງຂອງການ ລົງທືນຕ່າງປະເທດທັງໝົດໃນ ສປປ ລາວ.

ບັນດາໂຄງການຮ່ວມມືສອງຝ່າຍກໍ່ມີຄວາມຄືບໜ້າຢ່າງເປັນທີເພິ່ງພໍໃຈ ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ດຳເນີນສຳເລັດເຖິງ 83% ແລະ ໂຄງການທາງດ່ວນລາວ-ຈີນ ວຽງ ຈັນ-ວັງວຽງ ກໍ່ມີຄວາມຄືບໜ້າແລ້ວ 50% ທັງສອງໂຄງການ ຄາດວ່າຈະສຳເລັດຕາມແຜນການທີ່ກຳນົດໄວ້. ນອກນັ້ນຍັງມີໂຄງການຊ່ວຍເຫຼືອລ້າອື່ນໆ ກໍ່ໄດ້ດຳເນີນໄປຢ່າງມີຄວາມຄືບໜ້າດີ ພ້ອມນີ້ ໃນປີ 2021 ເປັນປີຄົບຮອບ60 ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳນົດໃຫ້ເປັນປີມິດຕະພາບ ລາວ-ຈີນ.

ພາຍຫຼັງການພົບປະຢ່າງເປັນທາງ ການແລ້ວ ສອງນາຍົກລັດຖະມົນຕີໄດ້ ເປັນສັກຂີພິຍານໃນ ການລົງ ນາມເອກະສານຮ່ວມມືສອງຝ່າຍຈຳນວນໜຶ່ງ. ພ້ອມດຽວກັນນີ້, ສອງນາຍົກລັດ ຖະມົນຕີ ກໍ່ໄດ້ເຫັນດີຕໍ່ການເປັນປະທານຮ່ວມກອງປະຊຸມສຸດຍອດ ຂອບການຮ່ມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງ ຈັນ, ພ້ອມກັນນັ້ນ, ກໍ່ໄດ້ຮຽນເຊີນ ທ່ານນາຍົກ ຫຼີ ເຄີສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີ ຈີ້ນຜິງ, ເລຂາ ທິ ການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ພົບປະກັບ ສະຫາຍ ຫຼີ ຈານຊູ, ປະທານສະພາປະຊາຊົນທົ່ວປະເທດຈີນ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຈີນ ທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຂອງສະຫາຍ ຫູ ເຫີຜິງ, ເລຂາພັກແຂວງສານຊີ, ສະຫາຍ ເສີນ ຫາວ, ເລຂາພັກແຂວງໆຢຸນນານ, ສະຫາຍ ຊູ ສິນຫຼົງ, ເລຂາພັກນະຄອນແຢນອານ, ຢ້ຽມຢາມກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ, ຢ້ຽມຢາມກຸ່ມບໍລິສັດລົງທືນ ແລະ ກໍ່ສ້າງແຂວງຢູນນານ, ຢ້ຽມຢາມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານການຜະລິດທີ່ສຳຄັນ ຈຳນວນໜຶ່ງອີກ.

ຂ່າວ,ພາບ: ກົມຂ່າວ ກະຊວງການຕ່າງປະເທດ