ກົມສ່ວຍສາອາກອນ ວາງເປົ້ານຳທຸລະກິດເຂົ້າ ອມພ ເພີ່ມຂຶ້ນເປັນ 15 – 16% ພ້ອມຊີ້ລາຍຮັບຈະເພີ່ມຂຶ້ນຕາມ

400

ປີ 2019 ຂະແໜງສ່ວຍສາອາກອນໄດ້ສືບຕໍ່ຜັນຂະຫຍາຍການນໍາໃຊ້ລະບົບການຈັດເກັບລາຍຮັບຜ່ານລະບົບເອເລັກໂຕຣນິກ TaxRIS ໄດ້ທັງໝົດ 15 ແຂວງ 10 ເມືອງ ແລະ 3 ນະຄອນ ໂດຍສະເພາະແມ່ນການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ.

ພາຍບປະກອບຂ່າວເທົ່ານັ້ນ

ຜ່ານການຕີລາຄາພົບວ່າມີຜູ້ປະກອບການ ແລະ ປະຊາຊົນທົ່ວໄປມອບລາຍຮັບດ້ວຍຕົນເອງຜ່ານລະບົບດັ່ງກ່າວ ກວມເຖິງ 90%. ໃນນັ້ນ, ຊໍາລະຜ່ານລະບົບທະນາຄານ ກວມເອົາເກືອບ 60% ຂອງລາຍຮັບສ່ວຍສາອາກອນໃນປີ 2019.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວລາຍງານໃນກອງປະຊຸມວຽກງານການເງິນ ປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ໃນເດືອນທັນວາຜ່ານມາວ່າ: ການປັບປຸງການຫັນເປັນທັນສະໄໝ ໃນປີ 2019 ແມ່ນໄດ້ສືບຕໍ່ຜັນຂະຫຍາຍການນໍາໃຊ້ລະບົບການຈັດເກັບລາຍຮັບສ່ວຍສາອາກອນ ຜ່ານລະບົບ TaxRIS ໄດ້ທັງໝົດ 15 ແຂວງ 10 ເມືອງ 3 ນະຄອນ; ຫັນການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ແລະ ເພີ່ມປະສິດທິພາບໃຫ້ຜູ້ເສຍພັນທະຊໍາລະຜ່ານລະບົບທະນາຄານຫຼາຍຂຶ້ນ, ສັງລວມແລ້ວຂະບວນການສົ່ງເສີມການແຈ້ງລາຍຮັບ ແລະ ມອບລາຍຮັບດ້ວຍຕົນເອງດ້ວຍລະບົບເອເລັກໂຕຣນິກ TaxRIS ກວມເຖິງ 90%.

ໃນນັ້ນ, ຊໍາລະຜ່ານລະບົບທະນາຄານ ກວມເອົາເກືອບ 60% ຂອງລາຍຮັບສ່ວຍສາອາກອນ ໃນປີ 2019.ສໍາລັບຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ( ອມພ ) ກວມເອົາພຽງແຕ່ 9% ຂອງຈໍານວນຫົວໜ່ວຍທຸລະກິດທັງໝົດ ຄາດຄະເນຈະເກັບລາຍຮັບໄດ້ 2.963 ຕື້ກີບ ກວມເອົາ 25,83% ຂອງລາຍຮັບສ່ວຍສາອາກອນ. ເວົ້າສະເພາະຫົວໜ່ວຍມອບເໝົາທັງໝົດມີ 53.900 ຫົວໜ່ວຍ. ໃນນັ້ນ, ມີລາຍຮັບສະເລ່ຍຫຼາຍກວ່າ 400 ລ້ານກີບຕໍ່ປີຂຶ້ນໄປກວມຫຼາຍກວ່າ 30%.

ພາບປະກອບຂ່າວເທົ່ານັ້ນ

ຍົກຕົວຢ່າງໃນ 4 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ ແລະ ຫຼວງພະບາງ ໃນປີ 2019 ຜ່ານມາ ມີເປົ້າໝາຍຂະຫຍາຍຈາກຫົວໜ່ວຍມອບເໝົາເຂົ້າສູ່ລະບົບ ອມພ ຈໍານວນ 1.132 ຫົວໜ່ວຍ, ແຕ່ປະຕິບັດສໍາເລັດໄດ້ພຽງ 407 ຫົວໜ່ວຍ ກວມພຽງແຕ່ 36% ຂອງເປົ້າໝາຍ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນປີ 2020 ກົມສ່ວຍສາອາກອນຈະສືບຕໍ່ຜັນຂະຫຍາຍແຈ້ງການເລກທີ 2720/ກງ ລົງວັນທີ 12 ພະຈິກ 2019 ເຊິ່ງເປັນນິຕິກໍາຜັນຂະຫຍາຍກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ແລະ ສືບຕໍ່ໃຫ້ທຸລະກິດທີ່ດໍາເນີນການເຄື່ອນໄຫວຢູ່ໃນລະບົບອາກອນມູນຄ່າເພີ່ມ ຕ້ອງຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ, ຕ້ອງນໍາໃຊ້ ແລະ ອອກໃບເກັບເງິນອາກອນມູນຄ່າເພີ່ມໃຫ້ຖືກຕ້ອງຕາມລະບຽບກ່ຽວກັບໃບເກັບເງິນ; ສືບຕໍ່ນຳຫົວໜ່ວຍທຸລະກິດເຂົ້າໃນ ລະບົບອາກອນມູນຄ່າເພີ່ມ ( ອມພ ) ຈາກປີ 2019 ພຽງ 9% ໃຫ້ເພີ່ມຂຶ້ນເປັນ 15 – 16% ໃນປີ 2020 ຂອງຈໍານວນຫົວໜ່ວຍທຸລະກິດທັງໝົດ ເຊິ່ງຈະເຮັດໃຫ້ການປະຕິບັດລາຍຮັບເພີ່ມຂຶ້ນ.

ສໍາລັບຈຸນລະວິສາຫະກິດຕ້ອງຊຸກຍູ້ໃຫ້ປະຕິບັດການຖືບັນຊີຈຸນລະວິສາຫະກິດທີ່ກະຊວງການເງິນ ໄດ້ກໍານົດອອກ ແລະ ແຈ້ງມອບລາຍຮັບຕາມລະບຽບກົດໝາຍທີ່ກໍານົດໄວ້.