ກວຕ ກຳນົດປະຕິບັດ 6 ແຜນງານ ຮອງຮັບຍຸກອຸດສາຫະກໍາ 4.0

284

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ວາງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາ ຮອດປີ 2025 ແລະ ວິໄສທັດ ເຖິງປີ 2030 ເຊິ່ງໃນນັ້ນຈະຕ້ອງປະຕິບັດ 6 ແຜນງານທີ່ຈໍາເປັນ ເພື່ອຮອງຮັບຍຸກສະໄໝອຸດສາຫະກໍາ 4.0.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາພາດຕໍ່ໜັງສືພິມ ເສດຖະກິດ – ການຄ້າ ເມື່ອບໍ່ດົນນີ້ວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຫັນວ່າການປະຕິວັດອຸດສາຫະກໍາ ຄັ້ງທີ 4 ເປັນກະແສຟອງຄື້ນໃໝ່ທີ່ຈະພັດຜ່ານໄປທົ່ວໂລກ ແລະ ສປປ ລາວ ບໍ່ອາດຈະຫຼີກລ່ຽງໄດ້. ສະນັ້ນ, ເພື່ອຮອງຮັບຍຸກອຸດສາຫະກໍາ 4.0 ຢ່າງເປັນເຈົ້າການນັ້ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ວາງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດເຮົາຮອດປີ 2025 ແລະ ວິໄສທັດເຖິງປີ 2030 ເຊິ່ງໃນນັ້ນເຫັນວ່າຈະຕ້ອງປະຕິບັດ 6 ແຜນງານທີ່ຈໍາເປັນ ດັ່ງລຸ່ມນີ້:

ແຜນງານທີ 1: ຕ້ອງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງທາດແທ້ຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະ ຜົນສໍາເລັດຂອງວິທະຍາສາດ ແລະ ເຕັກໂນໂລຊີໃນໂລກປັດຈຸບັນ ທີ່ກໍາລັງສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ – ສັງຄົມຂອງໂລກ ແລະ ຂອງປະເທດເຮົາ ເພື່ອເປັນເຈົ້າການກະກຽມຮອງຮັບຢ່າງພາວະວິໄສ.

ແຜນງານທີ 2: ສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍ, ກົນໄກການປະສານງານ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມ ຕາມແນວທາງນະໂຍບາຍຂອງພັກ – ລັດ ໃນຍຸກອຸດສາຫະກໍາ 4.0 ເພື່ອຮອງຮັບການພັດທະນາເສດຖະກິດແຫ່ງພູມປັນຍາ ແລະ ສັງຄົມແຫ່ງໂລກດິຈິຕອລ.

ແຜນງານທີ 3: ບຸກທະລຸໃນການພັດທະນາຊັບພະຍາກອນມະນຸດໃຫ້ມີບາດກ້າວກະໂດດໃໝ່ ເປັນຕົ້ນແມ່ນຕ້ອງປະຕິຮູບລະບົບການສຶກສາ ແລະ ການກໍ່ສ້າງນັກວິຊາການໃນຂະແໜງການໃໝ່ຂອງຍຸກອຸດສາຫະກໍາ 4.0 ເຊັ່ນ: ວິສະວະກໍາເຕັກໂນໂລຊີຂໍ້ມູນ – ຂ່າວສານ, ອິນເຕີເນັດແຫ່ງສັບພະສິ່ງ, ວິສະວະກໍາການຜະລິດແບບສາມມິຕິ, ວິສະວະກໍາຫຸ່ນຍົນ ແລະ ການຜະລິດອັດສະລິຍະ, ວິສະວະກໍາການສ້າງພາບເໝືອນຈິງ ແລະ ປັນຍາປະດິດ, ວິສະວະກໍານາໂນເຕັກໂນໂລຊີ ແລະ ພັນທຸກໍາ.

ແຜນງານທີ 4: ຄົ້ນຄວ້ານໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ທັນສະໄໝ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຜະລິດສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານສາກົນ ເພື່ອສາມາດສົ່ງອອກແຂ່ງຂັນໃນຕະຫຼາດສາກົນ; ເລືອກເຟັ້ນຂະແໜງອຸດສາຫະກໍາ 4.0 ທີ່ປະເທດເຮົາມີທ່າແຮງໄດ້ປຽບ ເພື່ອພັດທະນາໃຫ້ມີປະສິດທິຜົນໃນການແຂ່ງຂັນ ແລະ ເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ.

ແຜນງານທີ 5: ເອົາໃຈໃສ່ເປີດກວ້າງການບໍລິການວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ສັງຄົມ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SME ) ໃຫ້ຂະຫຍາຍຕົວ ແລະ ສາມາດສ້າງຜູ້ປະກອບການທາງດ້ານນະວັດຕະກໍາໃໝ່ ( Start up ) ໃຫ້ເກີດຂຶ້ນ ເປັນຕົ້ນແມ່ນໃນການບໍລິການນະວັດຕະກໍາໃໝ່, ຖ່າຍທອດເຕັກໂນໂລຊີໃໝ່ທີ່ທັນສະໄໝ, ບໍລິການດ້ານຊັບສິນທາງປັນຍາ, ກວດກາຄຸນນະພາບ ແລະ ຢັ້ງຢືນມາດຕະຖານສິນຄ້າ ແລະ ການບໍລິການ.

ແຜນງານທີ 6: ເປີດກວ້າງການຮ່ວມມືກັບຕ່າງປະເທດ, ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ເປັນຕົ້ນແມ່ນການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພາະວ່າລະດັບວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາຍັງຕໍ່າ. ສະນັ້ນ, ການຮ່ວມມືເພື່ອສຶກສາຮຽນຮູ້, ຖ່າຍທອດບົດຮຽນ ແລະ ດຶງດູດການຊ່ວຍເຫຼືອທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຈາກບັນດາປະເທດທີ່ພັດທະນາແລ້ວ ຈຶ່ງແມ່ນຄວາມຈໍາເປັນພາວະວິໄສ.