ຍາມນີ້ແຫຼະ ດອກຄາຍປ່າບານ ງາມສຸດໆ ທີ່ຫົວພັນ

320

ຫຼາຍປີມານີ້ແຂວງຫົວພັນພະຍາຍາມລະດົມກັນປູກຕົ້ນໄມ້ໃນວັນສຳຄັນ ໂດຍສະເພາະວັນປູກຕົ້ນໄມ້ແຫ່ງຊາດໃຫ້ປະຊາຊົນມີສ່ວນຮ່ວມໃນການສ້າງຄວາມສວຍງາມໂດຍການປູກຕົ້ນດອກຄາຍປ່າຕາມເສັ້ນທາງສາຍຕ່າງ, ຍັງບໍ່ມີລາຍງານເກີດ ແລະຕາຍຈັກຕົ້ນ ແຕ່ທີ່ເຫັນໆນະປະຈຸບັນຍາມໜາວເດືອນທັນວາຫາມັງກອນ ດອກຄາຍປ່າບານເຕັມສີບົວລຽນຊ້າຍລ້າຍຢາກໃຫ້ທຸກຄົນໄດ້ໄປເຫັນ.

ດອກຄາຍປ່າ ເປັນດອກໄມ້ສະນິດໜື່ງທີ່ມີຄວາມງົດງາມ ເມື່ອກ່ອນຕ້ອງເຂົ້າປ່າຈິ່ງເຫັນຄວາມງາມ ແຕ່ຫົວພັນອຳນວຍຄວາມສະດວກໃຫ້ສາຍຕາທຸກຄົນຫາເບິ່ງໄດ້ໃນໃຈກາງເມືອງ ດ້ວຍການເຊີນຊວນປະຊາຊົນມີສ່ວນຮ່ວມປູກ ແລະພ້ອມກັນບົວລະບັດໃຫ້ຕົ້ນໄມ້ຊະນິດນີ້ໃຫຍ່ ແລະເຕີບໂຕໄດ້ລຽບຕາມເສັ່ໍ້ນທາງປູຢາງຕ່າງໆ.

ດອກຄາຍປ່າທີ່ວ່ານີ້ໃນແຂວງຫົວພັນ ຈະບານໃນຊ່ວງຕົ້ນເດືອນ1 ເຖີງ ທ້າຍເດືອນ1 ຂອງທຸກໆປີ ສະນັ້ນໄລຍະນີ້ພໍດີງາມເໝາະແກ່ການເກັບພາບ ສວຍໂອກາດໄປສຳຜັດລົມໜາວຊົມທະເລໝອກໃນຮອບໜຶ່ງປີ!

ເວົ້າເລື່ອງດອກຄາຍປ່າ ຖ້າທ່ານໄປບໍ່ຮອດຫົວພັນຍາມນີ້ສາມາດຫາເບິ່ງໄດ້ຢູ່ຊຽງຂວາງກໍ່ມີເຊັ່ນກັນ ປົກກະຕິແລ້ວຕາມບາງເສັ້ນທາງໃນຕົວເມືອງແປກ ກໍ່ຄືເທດສະບານໂພນສະຫວັນກໍ່ມີການປູກຕົ້ນຄາຍໄວ້ຫຼາຍຢ່າລືມຫາໂອກາດໄປຊົມໃຫ້ໄດ້.

ຈາກ: ຊຸບຊິບບັນເທີງ