ຜັກທີ່ຊ່ວຍແກ້ອາການທ້ອງຜູກແບບໄດ້ຜົນ

196

ຫຼາຍໆຄົນອາດທໍລະມານກັບອາການທ້ອງຜູກທີ່ແກ້ບໍ່ໄດ້ ແລະ ບໍ່ຮູ້ວ່າຈະຕ້ອງເຮັດແບບໃດດີ ມື້ນີ້ເຮົາຈະມາແນະນຳຢາພື້ນເມືອງທີ່ມີສ່ວນຊ່ວຍແກ້ອາການທ້ອງຜູກໄດ້ ແຖມຍັງເປັນການປິ່ນປົວແບບທຳມະຊາດທີ່ບໍ່ຕ້ອງຢ້ານວ່າຈະມີສານເຄມີໃດໆຕົກຄ້າງໃນຮ່າງກາຍ ແລະ ປອດໄພແນ່ນອນ.

ແກ່ນຜັກອີ່ຕູ່: ໃນແກ່ນຜັກອີ່ຕູ່ຈະມີເມືອກຫຼໍ່ລື້ນໃນໂຕມັນເອງ ຈຶ່ງຊ່ວຍໃຫ້ການຂັບຖ່າຍສະດວກຂຶ້ນ ໂດຍວິທີແກ້ແມ່ນເອົາແກ່ນຜັກອີ່ຕູ່ 2 ບ່ວງກາເຟ ແຊ່ໃນນ້ຳດື່ມ 1 ຈອກ ( 250 cc ) ແລະ ຖ້າຈົນແກ່ນຜັກອີ່ຕູ່ໃຄ່ເຕັມທີ່ນຳມາປະສົມກັບນ້ຳຫວານ ຫຼື ຕັກກິນຫຼິ້ນຕາມໃຈມັກ.

ແຕ່ຢ່າງໃດກໍຕາມ, ຄວນຖ້າໃຫ້ແກ່ນຜັກອີ່ຕູ່ຟູເຕັມທີ່ເທົ່ານັ້ນ ຈຶ່ງຈະສາມາດນຳມາກິນໄດ້ ເພາະແກ່ນຜັກອີ່ຕູ່ທີ່ບໍ່ຟູເຕັມທີ່ຢາທີ່ດີກໍອາດຈະເປັນໂທດໄດ້ ເຊິ່ງມັນຈະເຂົ້າໄປດູດເອົານ້ຳຈາກລຳໄສ້ ແລະ ກະເພາະຂອງເຮົາເຮັດໃຫ້ການຂັບຖ່າຍຍາກຍິ່ງຂຶ້ນ.

ຜັກອີ່ຮຸມ: ຜັກອີ່ຮຸມມີສັບພະຄຸນແກ້ທ້ອງຜູກ ເນື່ອງຈາກມີໃຍອາຫານເປັນຈຳນວນຫຼາຍ ແລະ ມີຄຸນຄ່າທາງສານອາຫານອື່ນໆອີກຫຼວງຫຼາຍ. ສະນັ້ນ, ຜັກອີ່ຮຸມຈຶ່ງເປັນທັງຢາລະບາຍຈາກທຳມະຊາດ ແລະ ຊ່ວຍບຳລຸງລະບົບຍ່ອຍອາຫານ ໂດຍວິທີແກ້ແມ່ນນຳເອົາຜັກອີ່ຮຸມມາປະກອບອາຫານ ຫຼື ນຳໃບອ່ອນມາຕົ້ມນ້ຳດື່ມກ່ອນນອນກໍໄດ້ເຊັ່ນກັນ.

ຜັກຂີ້ເຫຼັກ: ເປັນຢາທີ່ມີລິດກະຕຸ້ນການບີບໂຕຂອງລຳໄສ້ໃຫຍ່ ແລະ ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນ ຈຶ່ງສົ່ງຜົນດີຕໍ່ຜູ້ທີ່ມີອາການທ້ອງຜູກເປັນປະຈຳ ໂດຍສະເພາະຜູ້ອາຍຸສູງທີ່ເບື່ອອາຫານ ແລະ ກິນອາຫານບໍ່ຄ່ອຍໄດ້ ໃຫ້ເອົາໃບອ່ອນ ຫຼື ດອກຈູມຂອງຜັກຂີ້ເຫຼັກມາປະກອບອາຫານ ແລະ ອີກວິທີແມ່ນນຳມາຕົ້ມນ້ຳດື່ມກ່ອນນອນ.

ຂໍ້ມູນຈາກ: medthai.com; ຮຽບຮຽງ: ນຸ້ມນິ້ມ