ສຳເລັດການເຈາະອຸໂມງພູຜາງ່າມ ອຸໂມງຍາວທີ່ສຸດໃນ ກ່ອນກໍານົດ 7 ເດືອນ

108

ໂຄງການທາງລົດໄຟລາວ-ຈີນ ຈັດພິທີຊົມເຊີຍຜົນສຳເລັດການເຈາະອຸໂມງພູຜາງ່າມ ຂຶ້ນໃນວັນທີ 27 ທັນວາ 2019 ທີ່ເມືອງຊຽງເງິນ ແຂວງຫລວງພະບາງ ເຊິ່ງເປັນອຸໂມງທີ່ຍາວທີ່ສຸດໃນໂຄງ ການທາງລົດໄຟລາວ-ຈີນ ທີ່ມີຄວາມຍາວເຖິງ 9.384 ແມັດ ແລະ ສຳເລັດໄວກ່ອນກຳນົດ 7 ເດືອນ ພາຍຫລັງເລີ່ມກໍ່ສ້າງມາແຕ່ກາງເດືອນມີນາ 2017.


ທ່ານ ຈູ່ກົວຈ່ຽງ ປະທານສະພາບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ເຖິງວ່າການເຈາະອຸມົງພູຜາງ່າມ ໄດ້ພົບຄວາມຫຍຸ້ງຍາກນາໆປະການ ເປັນຕົ້ນພື້ນທີ່ທຸລະກັນດານ, ການກໍ່ສ້າງ ແລະ ຂົນວັດສະດຸລຳບາກ.

ແຕ່ດ້ວຍຄວາມພະຍາຍາມຂອງຜູ້ຮັບ ເໝົາກໍ່ສ້າງ ຄືບໍລິສັດຊີໂນໄຮໂດຣ ກຸ່ມທີ 3 ຈຳກັດ ແລະ ບໍລິສັດຊີໂນໄຮໂດຣກຸ່ມທີ 14 ຈຳກັດທີ່ຂຶ້ນກັບບໍລິສັດ power China ສປ ຈີນ ນັບແຕ່ເລີ່ມການກໍ່ສ້າງໃນວັນທີ 15 ມີນາ 2017 ໂດຍໜ່ວຍງານທີ່ຮ່ວມກໍ່ສ້າງໄດ້ເອົາໃຈໃສ່ຄຸ້ມຄອງການກໍ່ສ້າງ, ນຳໃຊ້ອຸປະກອນ ແລະ ຂະບວນການການກໍ່ສ້າງທີ່ທັນສະໄໝ, ຕາມຂັ້ນຕອນ, ເອົາໃຈໃສ່ເຊື່ອມຕໍ່ ແລະ ເຂັ້ມງວດການກໍ່ສ້າງ.

ອີກດ້ານໜຶ່ງເຂດດັ່ງກ່າວກໍບໍ່ມີປະຊາຊົນອາໄສຢູ່ ຈຶ່ງເຮັດໃຫ້ການເຈາະຊີອຸໂມງດັ່ງກ່າວ ສຳເລັດກ່ອນກຳນົດເຖິງ 7 ເດືອນ.

ທີ່ມາ: ຂປລ